Showing posts with label ພັດທະນາຄວາມສາມາດ. Show all posts
Showing posts with label ພັດທະນາຄວາມສາມາດ. Show all posts

Thursday, April 5, 2018

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ



ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເຂົາເລົ່ານັ້ນ ນັ້ນກໍ່ຄືຄຸນສົມບັດ 8 ປະການດັ່ງນີ້:
  1. ຕື່ນນອນກ່ອນຕາເວັນຂຶ້ນ: ກໍ່ຄືຕື່ນແຕ່ເຊົ້າ ຄົນທີ່ປະສົບຄວາມສຳເລັດສ່ວນໃຫຍ່ຈະມັກຕື່ນແຕ່ເຊົ້າ ການທີ່ເຮົາຕື່ນແຕ່ເຊົ້າຈະເຮັດໃຫ້ສະໝອງປອດໂປ່ງ ມີຄວາມສາມາດໃນການຄິດຫຼາຍຂື້ນ, ມີເວລາໃນການເຮັດວຽກທີ່ຍັງຄ້າງຄາຫຼາຍ.
  2. ກ້າທີ່ຈະແຂ່ງຂັນ:  ການແຂ່ງຂັນເປັນເລື້ອງທີ່ຫຼາຍຄົນຫຼີກລ້ຽງ ແຕ່ຄົນທີ່ະປະສົບຄວາມສຳເລັດເຂົາຖືວ່າມັນເປັນເລື້ອງທີ່ດີສະດ້ວຍຊ້ຳ ເຂົາຖືວ່າທຸກຢ່າງຢູ່ໃນໂລກນີ້ມັນມັນຈະຕ້ອງມີການແຂ່ງຂັນເພື່ອຄວາມຢູ່ລອດ, ມີການແຂ່ງຂັ້ນຈຶ່ງມີການປັບຕົວໃຫ້ແຂງແກ່ນຍິ່ງໆຂຶ້ນໄປເລື້ອຍໆ.
  3. ເລືອກທີ່ຈະຜ່ອນຄາຍບາງໂອກາດທີ່ບໍ່ມີຜົນເສຍກັບວຽກ: ຄົນທີ່ປະສົບຄວາມສຳເລັດຈະບໍ່ໝົກໝຸ້ນຢູ່ແຕ່ກັບວຽກພຽງແຕ່ຢ່າງດຽວຈົນເສຍຄວາມສຸກໃຫ້ກັບຕົນເອງ ເຂົາຈະຈັດສັນເວລາໃຫ້ຕົນເອງເຮັດວຽກຢ່າງມີປະສິດທິພາບ ແລະ ພ້ອມດຽວກັນກໍ່ຍັງມີເວລາພັກຜ່ອນສະຫງົບສະຕິອາລົມ, ມີເວລາໃຫ້ກັບຄົນຮັກ ແລະ ຄອບຄົວ.
  4. ຮຽນຮູ້ທີ່ຈະຊົດເຊີຍຈຸດອ່ອນຂອງຕົນເອງ: ຄົນທີ່ປະສົບຄວາມສຳເລັດເຂົາຈະມີການປະເມີນຕົນເອງຢູ່ສະເໝີ ວ່າເຂົາມີຈຸດອ່ອນດ້ານໃດ, ມີວິທີການໃດທີ່ຈະເຮັດໃຫ້ເຂົາໄດ້ພັດທະນາຄວາມສະມາດ ແລະ ທັກສະໃຫ້ຕົນເອງແຂງແກ່ນຍິ່ງຂຶ້ນ ໂດຍການເຂົ້າຮ່ວມສຳມະນາເລື່ອງທີ່ສົນໃຈ, ອ່ານປື້ມ, ສົນທະນາກັບຜູ້ມີຄວາມຮູ້ໃນດ້ານນັ້ນໆ...
  5. ພວກເຂົາເປັນຄົນໃຈກວ້າງ: ຄົນປະສົບຄວາມສຳເລັດຈະມັກເປັນຄົນໃຈກວ້າງ ແລະ ຮູ້ຈັກການໃຫ້ຢູ່ສະເໝີ ດັ່ງຈະເຫັນເສດຖີຫຼາຍຄົນມັກຈະມີການບໍລິຈາກການກຸສົນ, ເພື່ອສັງຄົມ ເພື່ອຄົນຈຳນວນຫຼາຍ ການເຫັນຄຸນຄ່າຂອງການໃຫ້ ຍິ່ງຈະມີຄຸນຄ່າຫຼາຍກວ່າການໄດ້ຮັບ.
  6. ພວກເຂົາມີການປະຕິເສດ: ພວກເຂົາເຫຼົານັ້ນຈະບໍ່ເຫັນດີໄປໝົດທຸກຢ່າງ ຫຼື ເຫັນດີໄປກັບທຸກຄົນທີ່ມີຂໍ້ສະເໜີຕໍ່ເຂົາ ພວກເຂົາຈະເລືອກເຮັດແຕ່ວຽກທີ່ມີຄວາມສຳຄັນ ແລະ ເລືອກທີ່ຈະປະຕິເສດ ຫຼື ໂຍນຖິ້ມສິ່ງທີ່ເປັນຂີ້ເຫຍື້ອຕໍ່ກັບຊີວິດຈິດໃຈຂອງພວກເຂົາ ເພື່ອໃຫ້ເຂົາໄດ້ມີເວລາໄດ້ຄົ້ນຄິດ ແລະ ກະທຳກັບເປົ້າໝາຍຫຼັກຂອງເຂົາຫຼາຍຂຶ້ນ.
  7. ພວກເຂົາບໍ່ເສຍເວລາໄປກັບການຕັດສິນໃຈເລື້ອງເລັກໆນ້ອຍໆ: ການລຳລິລຳໄລນຳເລື້ອງເລັກໆນ້ອຍໆ ມັນເຮັດໃຫ້ເຮົາເສຍເວລາທີ່ຈະໄປຄິດການໃຫຍ່ ຕົວຢ່າງວ່າເຮົາຈະໄປການຕອນເຊົ້າແຕ່ມາເສຍເວລານຳການເລືອກເຄື່ອງນຸ່ງວ່າຈະເລືອກເສື້ອແບບໃດ ຫຼື ເລືອກສີໃດໃຫ້ເຂົ້າກັບວັນ, ຕະຫຼອດຮອດສົ້ງ, ຮອດຖົງຕີນ ເຫັນວ່າເຮົາຈະເສຍເວລາໂດຍເປົ່າປະໂຫຍດ ສະນັ້ນ, ຄົນທີ່ເຂົາປະສົບຄວາມສຳເລັດ ເຂົາຈະຫຼີກລ້ຽງ ໂດຍການຊື້ເຄື່ອງນຸ່ງແບບດຽວກັນໝົດ ເພື່ອບໍ່ໃຫ້ເສຍເວລາໄປກັບເລື້ອງເລັກນ້ອຍໂດຍເປົ່າປະໂຫຍດເຫຼົ່ານີ້.
  8. ພວກເຂົາໃຊ້ຊີວິດສ່ວນຕົວໂດຍແຍກອອກມາຈາກເລື່ອງທຸລະກິດຂອງຕົນເອງ: ການສຸມເວລາເຮັດວຽກໜັກຕະຫຼອດວັນ, ອາທິດ, ເດືອນ, ປີ ກັບສິ່ງເດີມໆ ມັນຍິ່ງເຮັດໃຫ້ທໍ້ຖອຍເມື່ອຍລ້າໄດ້ງ່າຍ ສະນັ້ນທາງອອກຂອງຄົນທີ່ປະສົບຄວາມສຳເລັດກໍ່ຄື ພວກເຂົາຈະມີເວລາໃຫ້ກັບຕົນເອງຜ່ອນຄາຍໂດຍການເອົາເວລາສ່ວນຕົວເຫຼົ່ານັ້ນເຮັດກິດຈະກຳບາງຢ່າງໃຫ້ລືມວຽກງານນັ້ນລົງ ກໍ່ຄືການບໍ່ກ່ຽວຂ້ອງກັບເລື່ອງວຽກທີ່ຕົນເອງເຮັດນັ້ນ ເພື່ອໃຫ້ສະໝອງໄດ້ພັກຜ່ອນຈາກເລື້ອງເດີມໆ.

Sunday, July 16, 2017

ຄຸນສົມບັດ 3 ປະການທີ່ຄວນມີປະຈຳຕົວໃນຍຸກນີ້


ໃນຍຸກທີ່ມີການແຂ່ງຂັນສູງບໍ່ວ່າທາງດ້ານເສດຖະກິດກໍ່ຄືການທຳມາຫາກິນຂອງຄົນເຮົາໃນຍຸກນີ້ ນອກຈາກຈະຕ້ອງໄດ້ມີການສຶກສາຮ່ຳຮຽນມີຄວາມຮູ້ຄວາມສາມາດ ມີວິຊາສະເພາະຕິດຕົວແລ້ວຍັງບໍ່ພໍ ຍັງຈະຕ້ອງມີຄຸນສົບບັດປະຈຳຕົວພິເສດດ້ານອື່ນໄວ້ທຳມາຫາກິນຫາລ້ຽງຊີບໃນຊີວິດປະຈຳວັນ ເວົ້າງ່າຍໆກໍ່ຄືທັກສະການເອົາຕົວລອດ ເຊິ່ງທັກສະສຳຄັນທີ່ຈຳເປັນທີ່ຄວນມີໄວ້ຕິດຕົວຂອງສັງຄົມໃນຍຸກນີ້ນັ້ນກໍ່ຄື: 3 ທັກສະ ດັ່ງລຸ່ມນີ້: 



1. ທັກສະດ້ານຄວາມຄິດສ້າງສັນ
ການມີຄວາມຄິດສ້າງສັນເປັນສິ່ງສຳຄັນເພາະມັນຄືສິ່ງທີ່ເຮັດໃຫ້ເຮົາໂດດເດັ່ນໄດ້, ການທີ່ເປັນຄົນຊ່າງຄິດຄົ້ນ ຊ່າງປະດິດ ປັບແຕ່ງສ້າງສັນເອົາສິ່ງທີ່ມີໃນຕົວເຮົາອອກມານຳໃຊ້ໃຫ້ເກີດປະໂຫຍດກັບຄົນອື່ນນັບວ່າເປັນສິ່ງທີ່ດີ, ຄິດຄົ້ນໃນສິ່ງທີ່ຄົນອື່ນຄາດບໍ່ເຖິງວ່າຈະເປັນໄປໄດ້, ອັນທີ່ຈິ່ງມັນບໍ່ໄດ້ເປັນເລື່ອງຍາກຫຼາຍພໍປານໃດກໍ່ໄດ້ ຍົກຕົວຢ່າງວ່າ ມີບາງຄົນກໍ່ເອົາສິ່ງທີ່ມັນໄຮ້ສາລະມາປຸງແຕ່ງໃຫ້ຄົນທັງຫຼາຍມານິຍົມຊົບຊອບຈົນສ້າງລາຍໄດ້ເປັນກອບເປັນກຳໃຫ້ໂຕເອງລວຍວັນລວຍຄືນໄປກໍ່ມີຫຼາຍຄົນມາແລ້ວ ຂໍພຽງແຕ່ມີເສັ້ງທາງ ແລະ ເວທີໃຫ້ເຮົາໄດ້ສະແດງຄວາມຮູ້, ຄວາມສາມາດ, ຄວາມຄິດສ້າງສັນຂອງເຮົາໄດ້ທຸກເວລາໂດຍສະເພາະແມ່ນໃນຍຸກປັດຈຸບັນ ໂລກອອນລາຍ ເຮົາສາມາດມີຫຼາຍຊ່ອງທາງໄດ້ເຮັດໃຫ້ເຮົາສະແດງຕົວຕົນຂອງເຮົາອອກມາດ້ວຍຫຼາກຫຼາຍຊ່ອງທາງ ແລະ ຫຼາຍວິທີ. ເຊື່ອວ່າທຸກຄົນມີຄວາມຄິດສ້າງສັນຕິດຕົວມາທຸກຄົນ ຕ່າງແຕ່ວ່າຈະນຳມັນອອກມາໃຊ້ໃຫ້ເກີດປະໂຫຍດຫຼືບໍ່ ຄິດອອກມາແລ້ວກໍ່ຕ້ອງລົງມືກະທຳກັບມັນ, ສ້າງແຜນການພັດທະນາຕໍ່ຍອດກັບມັນໃຫ້ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນຮູບເປັນຮ່າງຂື້ນມາ.

2. ທັກສະດ້ານການສື່ສານ
ການສື່ສານເປັນສິ່ງຈຳເປັນອີກໜຶ່ງຢ່າງທີ່ຄວນມີ ຖ້າຫາກມີການສື່ສານທີ່ດີກໍ່ຈະເປັນຂໍກຸນແຈໄປສູ່ຄວາມສຳເລັດໄດ້ໂດຍໄວ, ຖ້າຫາກສື່ສານບໍ່ໄດ້ດີ ເຖິງຈະມີຄວາມຮູ້, ມີການສຶກສາສູງສູງ ກໍ່ຈະປະສົບຄວາມສໍາເລັດໄດ້ຍາກ. ນອກນັ້ນ, ການສື່ສານທີ່ດີສາມາດຝຶກຝົນເອົາໄດ້ ການພັດທະນາທັກສະທາງພາສາຕ່າງປະເທດໃຫ້ສື່ສານແລກປ່ຽນຂໍ້ມູນ ຫຼື ເຈລະຈາຕໍ່ລອງ ເອົາເລື້ອງຍາກມາເປັນເລື້ອງງ່າຍໃຫ້ຄົນອື່ນເຂົ້າໃຈງ່າຍ, ຄົນໃນຍຸກປະຈຸບັນເປັນຍຸກແຫ່ງຄວາມວ່ອງໄວ ສະນັ້ນຄົນສ່ວນຫຼາຍຈະເຮັດຫຍັງກໍ່ຕ້ອງການຄວາມສະດວກວ່ອງໄວ ບໍ່ຢາກເສຍເວລາໄປກັບການອ່ານເລື້ອງທີ່ມີສາລະຍາວໆເພື່ອການຊອກຫາຄຳຕອບ, ສະນັ້ນ, ມັນຈຶ່ງເປັນການເປີດໂອກາດອັນດີໃຫ້ຄົນມີທັກສະດ້ານການສື່ສານທີ່ດີໄດ້ມີໂອກາດສະແດງບົດບາດ ຖ້າເປັນຄົນມັກການອ່ານ ຊອກຫາຂໍ້ມູນຂ່າວສານມາສະຫຼຸບຫຍໍ້ໃຫ້ຄົນອື່ນ ເຮັດໃຫ້ມັນກະທັດຮັດງ່າຍຕໍ່ຄວາມເຂົ້າໃຈ ເວົ້າອີກແບບກໍ່ຄື ການເປັນນັກຍ່ອຍຂໍ້ມູນ ຫຼື ມີຄຳສັບທີ່ເກີດຂື້ນມາໃໝ່ກໍ່ຄື: ເປັນນັກທຸລະກິດຂາຍຄວາມຮູ້ (Inforpreneur) ແລະ ຖ້າເປັນຄົນຊ່າງປາກຊ່າງເວົ້າ, ມັກເລົ່າເລື່ອງນີ້ເລື້ອງນັ້ນໃຫ້ຄົນອື່ນຟັງ ກໍ່ສ້າງຕົວເອງໃຫ້ເປັນນັກບັນຍາຍໂດຍຊອກເລື່ອງທີ່ຄົນສົນໃຈມາບັນຍາຍໃຫ້ມີປະໂຫຍດຕໍ່ຄົນອື່ນແລ້ວໂອກາດທາງອາຊີບກໍ່ຄືທາງການເງິນກໍ່ຈະຕາມມາ.
   
 3. ແຮງບັນດານໃຈ
ຍຸກປະຈຸບັນເປັນຍຸກທີ່ມີການແຂ່ງຂັນສູງ, ມີຄວາມກົດດັນ, ຄົນເຮົາມີນິໄສເບື່ອໜ່າຍໄວ, ໂລກ ແລະ ສັງຄົມມີຄວາມວຸ້ນວາຍ, ມີຫຼາຍສິ່ງຫຼາຍຢ່າງທີ່ເຮັດໃຫ້ເຮົາຕ້ອງໄດ້ຄິດນຳ ແລະ ມີສ່ວນກ່ຽວພັນກັບມັນ ຈຶ່ງເປັນເຫດໃຫ້ເຮົາຕ້ອງທໍ້ໃຈຢູ່ເລື້ອຍໆ ການທີ່ເປັນຄົນມີຄວາມຄິດໃນການສ້າງແຮງບັນດານໃຈຈຶ່ງນັບວ່າເປັນເລື້ອງດີ ບໍ່ພຽງແຕ່ເຊີດຊູໃຫ້ຕົນເອງເຂັ້ມແຂງສູ້ກັບອຸປະສັກຕໍ່ໄປເທົ່ານັ້ນ ແລ້ວຍັງສາມາດສ້າງແຮງບັນດານໃຈໃຫ້ຄົນອື່ນອີກ ບໍ່ສະເພາະຄົນໃກ້ຕົວ ຍາດມິດເທົ່ານັ້ນ ຖ້າເຮົາຫາກເປັນຄົນສ້າງແຮງບັນດານໃຈໃຫ້ຄົນຈຳນວນຫຼາຍໄດ້ມັນກໍ່ສາມາດສ້າງອາຊີບໃຫ້ເຮົາໄດ້ຄືກັນ ເປັນຕົ້ນແມ່ນ: ການເປັນນັກເວົ້າ ນັກບັນຍາຍສ້າງແຮງບັນດານໃຈ ຫຼື ການເປັນນັກຂຽນ ຂຽນໜັງສືສ້າງແຮງບັນດານໃຈ...

Sunday, May 14, 2017

5 ປະການ ຄິດໃຫຍ່ຊະນະໃນທຸກທາງ

ການຄິດໃຫ້ໃຫຍ່ຈະດີກວ່າການຄິດເລື້ອງເລັກນ້ອຍຈຸກຈິກ ແລະ ການຄິດໃຫຍ່ຈະນຳໄປສູ່ຄວາມໄຊຊະນະສະເໝີ



  1. ຢ່າມີປົມດ້ອຍ: ເອົາຊະນະຄວາມຮູ້ສຶກທີ່ດູຖູກຕົວເອງ, ມຸ່ງເນັ້ນໃນຄຸນສົມບັດຂອງຕົນເອງ ແລະ ທ່ານມີດີກວ່າທີ່ທ່ານຄິດ.
  2. ໃຊ້ຄຳຂອງຄົນທີ່ຄິດໃຫຍ່: ໃຊ້ຄຳທີ່ໃຫຍ່ (ບໍ່ໄດ້ໝາຍຄວາມວ່າໃຫ້ເວົ້າໃຫຍ່ ແຕ່ໃຫ້ໃຊ້ຄຳເວົ້າໃນຄວາມຄິດໃຫ້ໃຫຍ່), ສົດໃສ ແລະ ລື່ນເລີງ, ໃຊ້ຄຳເວົ້າທີ່ໃຫ້ສັນຍາວ່າຈະຊະນະ, ໃຫ້ຄວາມຫວັງ, ຄວາມສຸກ, ຄວາມລື່ນເລີງ ຫຼີກລ້ຽງຄຳເວົ້າທີ່ສ້າງພາບພົດທີ່ບໍ່ດີ, ຄວາມຜ່າຍແພ້ ແລະ ຄວາມໂສກເສົ້າ.
  3. ເບິ່ງອະນາຄົດໃຫ້ໄກຂຶ້ນ: ເບິ່ງວ່າມີຫຍັງທີ່ເປັນໄປໄດ້, ບໍ່ພຽງແຕ່ສະເພາະສິ່ງທີ່ເປັນຢູ່, ຝຶກເພີ່ມຄຸນຄ່າໃຫ້ກັບສິ່ງຕ່າງໆ ຄົນອື່ນ ແລະ ຕົວທ່ານເອງ.
  4. ເບິ່ງໜ້າວຽກຂອງທ່ານໃຫ້ໃຫຍ່ຂຶ້ນ: ຄິດຢ່າງຈິງຈັງກັບຄວາມສຳຄັນຂອງວຽກທີ່ທ່ານເຮັດຢູ່ໃນປັດຈຸບັນ, ການເລື່ອນຂັ້ນເລື່ອນຕຳແໜ່ງຄາວໜ້າສ່ວນໃຫຍ່ຂຶ້ນຢູ່ກັບທັດສະນະຄະຕິຂອງທ່ານທີ່ເບິ່ງວຽກໃນປັດຈຸບັນຂອງທ່ານ (ອັນນີ້ ຜູ້ຂຽນຍັງບໍ່ແນ່ໃຈ ກ໋ອບປີເຂົາມາ).
  5. ຢ່າຄິດເລື້ອງຈຸກຈິກເລັກນ້ອຍ: ເອົາໃຈໃສ່ແຕ່ວັດຖຸປະສົງຫຼັກ, ກ່ອນທີ່ຈະເຂົ້າໄປວຸ້ນວາຍກັບເລື້ອງຈຸກຈິກທັງຫຼາຍ ກ່ອນທີ່ຈະເສຍການໃຫຍ່ກັບມັນ ຈົ່ງຖາມຕົວເອງວ່າ "ມັນສຳຄັນຫຍັງຊຳໃດ ?"

Wednesday, May 10, 2017

ຫຼັກປະຕິບັດໃນການສ້າງຄວາມເຊື່ອໝັ້ນ ແລະ ທຳລາຍຄວາມຢ້ານໃນຕົນເອງ



  1. ການປະຕິບັດເພື່ອຮັກສາຄວາມຢ້ານ ແຍກແຍະຄວາມຢ້ານອອກມາແລ້ວເຮັດໃນສິ່ງທີ່ເໝາະສົມ ການບໍ່ເຮັດຫຍັງກັບສະຖານະການທີ່ເກີດຂຶ້ນກໍ່ເທົ່າກັບເປັນການເສີມຄວາມແຂງແກ່ງໃຫ້ກັບຄວາມຢ້ານ ແລະ ທຳລາຍຄວາມໝັ້ນໃຈຂອງຕົນເອງໄປເທົ່ານັ້ນ.
  2. ພະຍາຍາມຢ່າງເຕັມກຳລັງທີ່ຈະໃສ່ສະເພາະຄວາມຄິດທີ່ເປັນບວກລົງໃນຄວາມຊົງຈຳ ຢ່າໄດ້ໃຫ້ຄວາມຄິດທາງລົບເຕີບໂຕ ແລະ ຕິເຕືອນຕົນເອງຈົນກາຍເປັນອາສູນທາງຈິດ, ປະຕິເສດທີ່ຈະຟື້ນຄວາມຫຼັງທີ່ຂົມຂື່ນທຸກປະການ.
  3. ຈັດໃຫ້ທຸກຄົນຢູ່ໃນສະພາບທີ່ເໝາະສົມ ຈື່ໄວ້ວ່າຄົນເຮົາມີຄວາມຄ້າຍຄືກັນຫຼາຍກວ່າທີ່ຈະແຕກຕ່າງກັນ ເບິ່ງທຸກຄົນດ້ວຍຄວາມຮູ້ສຶກທີ່ເທົ່າທຽມກັນ ເຂົາກໍ່ພຽງເປັນມະນຸດອີກຄົນໜຶ່ງ ແລະ ສ້າງທັດສະນະຄະຕິທີ່ເຂົ້າໃຈຜູ້ອື່ນ ຄົນຈຳນວນຫຼາຍຈະເຫົ່າ ແຕ່ມີໜ້ອຍຄົນທີ່ກັດ.
  4. ຝຶກເຮັດໃນສິ່ງທີ່ຈິດໃຕ້ສຳນຶກຂອງທ່ານບອກວ່າຖືກຕ້ອງ ສິ່ງນີ້ຈະປ້ອງກັນຄວາມຮູ້ສຶກຜິດໃນຈິດໃຈບໍ່ໃຫ້ເກີດຂຶ້ນ ເຮັດໃນສິ່ງທີ່ຖືກຕ້ອງ ເປັນສູດແຫ່ງຄວາມສຳເລັດທີ່ໃຊ້ໄດ້ຜົນໃນທາງປະຕິບັດຫຼາຍ.
  5. ເຮັດທຸກສິ່ງທຸກຢ່າງທີ່ຈະບອກວ່າ ເຮົາມີຄວາມໝັ້ນໃຈ ໝັ້ນໃຈແທ້ໆ.
ຕໍ່ໄປນີ້ຄືເທັກນິກເລັກໆນ້ອຍໆທີ່ຄວນຝຶກໃນກິດຈະກຳປະຈຳວັນຂອງທ່ານ:
  • ເປັນຄົນນັ່ງແຖວໜ້າ
  • ສົບຕາກັບຄູ່ສົນທະນາ
  • ຍ່າງໄວຂຶ້ນ 25 %
  • ເວົ້າໃຫ້ຫຼາຍຂຶ້ນ
  • ຍີ້ມຢ່າງເປີດເຜີຍ


Thursday, April 20, 2017

5 ແນວທາງ ປ່ຽນຄວາມຜ່າຍແພ້ເປັນໄຊຊະນະ

ຄວາມແຕກຕ່າງລະຫວ່າງຄວາມສຳເລັດ ແລະ ຄວາມຜ່າຍແພ້ ຈະພົບໄດ້ໃນທັດສະນະຄະຕິຂອງຕົວເຮົາຕໍ່ຄວາມຜ່າຍແພ້ອຸປະສັກ, ຄວາມທໍ້ຖອຍ ແລະ ຄວາມຜິດຫວັງອື່ນໆ. ມີປ້າຍບອກທາງທີ່ຈະຊ່ວຍໃຫ້ທ່ານສາມາດປ່ຽນຄວາມຜ່າຍແພ້ເປັນໄຊຊະນະນັ້ນຄື:



  1. ການສຶກສາຄວາມຜ່າຍແພ້ເພື່ອຈະປູທາງໄປສູ່ຄວາມສຳເລັດ, ເມື່ອທ່ານລົ້ມກໍ່ຄວນຕ້ອງຮຽນຮູ້ ແລະ ເອົາຊະນະໃຫ້ໄດ້ໃນຄັ້ງຕໍ່ໄປ.
  2. ມີຄວາມກ້າຫານທີ່ຈະວິຈານຕົວເອງ, ຄົ້ນໃຫ້ພົບຄວາມຜິດພາດ ແລະ ຈຸດອ່ອນຂອງຕົວເອງ ແລ້ວແກ້ໄຂມັນ ສິ່ງນີ້ຈະເຮັດໃຫ້ທ່ານປະສົບຄວາມສຳເລັດ.
  3. ຢຸດໂທດໂຊກຊະຕາ ກວດສອບຄວາມຜ່າຍແພ້ໃນແຕ່ລະຄັ້ງ, ຄົ້ນຫາວ່າແມ່ນຫຍັງຄືຄວາມຜິດພາດ ແລະ ຈື່ໄວ້ວ່າການໂທດໂຊກຊະຕາ ຫຼື ບຸນວາດສະໜາບໍ່ເຮັດໃຫ້ໃຜສາມາດໄປເຖິງບ່ອນທີ່ເຂົາຕ້ອງການຈະໄປໄດ້.
  4. ປະສົມປະສານຄວາມມານະອົດທົນກັບການທົດລອງ ລອງຜິດລອງຖືກ ຍຶດໝັ້ນກັບເປົ້າໝາຍ ແຕ່ຢ່າມົກໝົ້ນກັບມັນຈົນເກີນໄປ ແລະ ຊອກຫາວິທີການໃໝ່ໆຢູ່ເລື້ອຍໆຖ້າວິທີການທີ່ໃຊ້ໄປບໍ່ໄດ້ຜົນ.
  5. ຈື່ໄວ້ວ່າມີດ້ານທີ່ດີຢູ່ໃນທຸກສະຖານະການ ຈົ່ງຊອກຫາ ແລະ ເບິ່ງດ້ານທີ່ດີ ແລະ ຫັນຫຼັງໃຫ້ກັບຄວາມທໍ້ແທ້ ທໍ້ຖອຍ ໝົດຫວັງ.
ຄວາມເຊື່ອທີ່ມີໃນຕົວເຮົາຈະປ່ຽນຄວາມຜ່າຍແພ້ທີ່ກຳລັງປະເຊີນ ແລະ ນຳທາງໄປສູ່ຄວາມມີໄຊຊະນະ.

Wednesday, April 19, 2017

5 ພຶດຕິກຳ ທີ່ເຮັດໃຫ້ຊີວິດບໍ່ປະສົບຄວາມສຳເລັດ

ຄົນຈໍານວນບໍ່ໜ້ອຍທີ່ບໍ່ປະສົບຄວາມສຳເລັດໃນຊີວິດ, ບາງຄົນກໍ່ບໍ່ມີຮອດເປົ້າໝາຍ ບາງຄົນມີເປົ້າໝາຍແລ້ວກໍ່ຕ້ອງປະຖິ້ມໄປລ້າໆ ແຕ່ທີ່ໜ້າເສຍດາຍກໍ່ຄືຄົນທີ່ຍັງອີກພຽງກ້າວດຽວແຕ່ກໍ່ຕ້ອງລົ້ມເລີກໄປໃນທີ່ສຸດ ເຊິ່ງຖ້າຫາກເຮົາຮູ້ຕົວກ່ອນວ່າມີພຶດຕິກຳແນວໃດທີ່ເຮັດໃຫ້ເຮົາບໍ່ປະສົມຄວາມສຳເລັດ ເຮົາກໍ່ຈະສາມາດຫຼີກລ້ຽງ ແລະ ເຮັດໃຫ້ຊີວິດເຮົາດີຂຶ້ນກວ່າເດີມໄດ້ແນ່ນອນຈາກ 5 ພຶດຕິກຳດັ່ງລຸ່ມນີ້.


1.   ຍອມປະລາໄຊຕໍ່ຄວາມຢ້ານ
ເວລາພົບບັນຫາ ຫຼື ເຫດການໃດທີ່ຢູ່ນອກເໜືອການຄວບຄຸມ ຖ້າທ່ານຢ້ານ ແລະ ຫຼີກໜີບັນຫາ ປ່ອຍໃຫ້ສະຖານະການມັນຊຸດໂຊມລົງ ຫຼື ຄອຍຖ້າແຕ່ໃຫ້ຄົນອື່ນມາເຮັດແທນ ທ່ານກໍ່ຈະບໍ່ປະສົບຄວາມສຳເລັດ ຢູ່ແບບນັ້ນຕະຫຼອດໄປ ໃນຄວາມເປັນຈິງສິ່ງທີ່ຄວນເຮັດກໍ່ຄື ຮັບຄວາມສ່ຽງນັ້ນໄວ້ ຈົດຈຳວ່າສິ່ງໃດຄວນເຮັດ ແລະ ບໍ່ຄວນເຮັດ, ຮຽນຮູ້ຈາກຄວາມຜິດພາດ ແລະ ເດີນໜ້າຕໍ່ໄປ ເພາະສິ່ງເຫຼົ່ານີ້ເອງຈະພາທ່ານໄປພົບກັບຄວາມສຳເລັດ.
2.  ຄິດວ່າຕົນເອງຮູ້ທຸກຢ່າງ
ບໍ່ວ່າທ່ານຈະຜ່ານເລື້ອງຮ້າຍດີມາເປັນສິບໆເລື້ອງ, ຮຽນຮູ້ຈາກຄົນເກັ່ງໆມາໄດ້ເປັນຮ້ອຍໆຄົນ ຫຼື ອ່ານປື້ມມາແລ້ວເປັນພັນໆເລື່ອງ ທ່ານກໍ່ຍັງບໍ່ສາມາດຮູ້ໄດ້ທຸກຢ່າງຢູ່ດີ ເພາະຍັງມີເລື້ອງລາວອີກຫຼວງຫຼາຍພາຍມາກທີ່ເຮັດໃຫ້ທ່ານໄດ້ຮຽນຮູ້ຢູ່ຕະຫຼອດເວລາ ແລະ ເຖິງວ່າທ່ານຈະເປັນຜູ້ຊ່ຽວຊານໃນເລື່ອງທີ່ທ່ານກຳລັງເຮັດຢູ່ກໍ່ຕາມ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທຸກສິ່ງທຸກຢ່າງຈະເປັນໄປຕາມທີ່ທ່ານຄິດໄວ້ທັງໝົດ ເຊິ່ງນີ້ກໍ່ເປັນໜຶ່ງໃນສິ່ງທີ່ຄອຍ່ວງດຶງເຮັດໃຫ້ທ່ານບໍ່ປະສົບຄວາມສຳເລັດ.
 3.  ຫາຂໍ້ອ້າງ ແກ້ຕົວເປັນປະຈໍາ
ເມື່ອໃດກໍ່ຕາມທີ່ທ່ານເຮັດຜິດ ຍອມຮັບ ແລະ ຮຽນຮູ້ເພາະນີ້ຄືຊີວິດຈິງ ບໍ່ມີຫຍັງທີ່ຈະແນ່ນອນຕາຍຕົວ ຫຼື ຖືກຕ້ອງໝົດທຸກຢ່າງ ເມື່ອມີບັນຫາທ່ານກໍ່ພຽງຫາສາເຫດ ແລະ ວິທີການແກ້ໄຂ ເພື່ອບໍ່ໃຫ້ເກີດຊ້ຳຮອຍເກົ່າອີກ ຖ້າທ່ານມົວແຕ່ຫາຂໍ້ອ້າງ ຄອຍແຕ່ຫາຂໍ້ແກ້ຕົວ ໂດຍທີ່ບໍ່ພະຍາຍາມຫາຕົ້ນປາຍສາຍເຫດ ທ່ານກໍ່ຈະເຮັດຜິດຊ້ຳໆຢູ່ແບບນັ້ນ ບໍ່ມີວັນປະສົບຜົນສຳເລັດໄດ້.
4.  ມີຄວາມຄິດ ແຕ່ບໍ່ເຄີຍລົງມືເຮັດ
ຢ່າລືມວ່າ ຄວາມຄິດ ແລະ ຄວາມຝັນ ຂອງທ່ານເປັນສິ່ງທີ່ເຮັດໃຫ້ທ່ານເດີນທາງມາໄດ້ຈົນເຖິງຈຸດນີ້. ຖ້າທ່ານມີຄວາມຄິດແຕ່ບໍ່ເຄີຍລົງມີເຮັດຕໍ່ໃຫ້ຄວາມຝັນຈະນ້ອຍເທົ່າໃດ ກໍ່ບໍ່ມີທາງເປັນຈິງໄດ້ ເພື່ອຄວາມສຳເລັດໃນອະນາຄົດນັ້ນ ທ່ານຈົງລຸກຂຶ້ນມາຂຽນເປົ້າໝາຍ, ຂຽນແຜນທຸລະກິດ, ຮ່າງວິທີການ ຫາຂໍ້ດີຂໍ້ເສຍ ສິ່ງສຳຄັນຄືການລົງມືເຮັດ ຢ່າພຽງເກັບໄວ້ໃນຄວາມຄິດ.
 5.  ສົນໃຈແຕ່ຄວາມສຳເລັດຂອງຄົນອື່ນ ແຕ່ບໍ່ລົງມືກະທຳຂອງຕົວເອງ
ຄວາມສຳເລັດຂອງຄົນຮອບຕົວ ໝູ່ເພື່ອນ, ຄົນຮັກ ຫຼື ຄູ່ແຂ່ງ ເປັນເໝືອນແຮງກະຕຸ້ນຊັ້ນດີທີ່ຈະເຮັດໃຫ້ເຮົາມີກຳລັງໃຈ ແລະ ນຳພາຕົນເອງໃຫ້ປະສົບຄວາມສຳເລັດຄືກັບພວກເຂົາ ແຕ່ຫຼາຍຄົນມັກເອົາຄວາມສຳເລັດຂອງຄົນອື່ນມາເປັນແຮງກົດດັນໃຫ້ຕົວເອງ ມົວແຕ່ອິດສາລິດສະຫຍາ ສົນໃຈແຕ່ຄົນອຶ່ນຈະພາດບ່ອນໃດ ຈະລົ້ມແນວໃດ ຈະໄປໄດ້ໄກເທົ່າໃດ ໂດຍລະເລີຍເປົ້າໝາຍຂອງຕົນເອງໄປ ເຊິ່ງທຸກຄົນມີຄວາມສາມາດ ແລະ ຄວາມອາດສາມາດຢູ່ໃນຕົວ. ສະນັ້ນ, ຈົ່ງຢ່າມົວແຕ່ເສຍເວລາໃຫ້ກັບຄວາມສຳເລັດຂອງຄົນອື່ນ ຈົ່ງລົງມືເຮັດເພື່ອຄວາມສຳເລັດຂອງຕົວເອງ.
ເໜືອສິ່ງອື່ນໃດກໍ່ຄືຕົວທ່ານເອງ ຖ້າບັງຄັບໃຫ້ຕົວເອງໃຫ້ເລີກພຶດຕິກຳພວກນີ້ໄດ້ ວັນໃດວັນໜຶ່ງ ຄວາມສຳເລັດຈະຕ້ອງເຂົ້າມາຫາທ່ານ ແລະ ຈະບໍ່ມີຄໍາວ່າ ບໍ່ປະສົບຄວາມສຳເລັດອີກຕໍ່ໄປ.

Tuesday, April 18, 2017

ຈົ່ງເຮັດໃຫ້ຄວາມມັກກາຍເປັນຄວາມຖະໜັດ ຫຼັງຈາກນັ້ນ, ຈຶ່ງປ່ຽນຄວາມຖະໜັດໃຫ້ກາຍເປັນລາຍໄດ້ ແລ້ວທ່ານຈະປະສົບກັບຄວາມສຸກ ແລະ ຄວາມສຳເລັດໄປພ້ອມໆກັນ.



ອາຊີບໃນປັດຈຸບັນບໍ່ໄດ້ຈໍາກັດພຽງແຕ່ໃນສຳນັກງານອົງການ ຫຼື ເຮັດໃນບໍລິສັດ ມີຫົວໜ້າ ມີລູກນ້ອງ ມີຕຳແໜ່ງ ມີແຜນວຽກທີ່ກຳນົດມາຕາຍຕົວຕາມເປົ້າປະສົງຂອງອົງກອນ. ການທີ່ມີລາຍໄດ້ບໍ່ຄຸ້ມກັບເວລາທີ່ທຸ້ມເທໄປ ໃນຂະນະທີ່ເຮັດວຽກຢູ່ກໍ່ບໍ່ມີຄວາມສຸກ, ມີຄວາມກົດດັນ, ກຳນົດຄວາມຝັນຂອງຕົນເອງບໍ່ໄດ້, ຄວາມຫວັງເປັນພຽງອາກາດປິວນຳພາຍຸ, ລາຍຮັບພໍແຕ່ປະທັງຊີວິດ ແລ້ວຈະເອີ້ນອາຊີບໄດ້ແນວໃດ? ຍາມໃດຈະມີອິດສະຫຼະພາບທາງການເງິນ?, ມີລາຍຮັບພຽງພໍຕໍ່ກັບຄ່າຄອງຊີບ, ຕໍ່ກັບການດຳເນີນຊີວິດເພື່ອຢູ່ລອດໃນສັງຄົມ, ຍາມໃດຈະມີເວລາເປັນຂອງຕົນເອງ? ຍາມໃດຈະເຖິງເວລາທີ່ຈະເຮັດໃຫ້ເປົ້າໝາຍທີ່ເຮົາກຳນົດເອງປະສົບຄວາມສຳເລັດ.

ອາຊີບໃນຍຸກປັດຈຸບັນ ແລະ ຍຸກອະນາຄົດມັນຂື້ນຢູ່ກັບຄວາມມັກ ແລະ ຄວາມຖະໜັດຂອງບຸກຄົນ ທີ່ຈະເປັນຄົນກຳນົດ ເປັນຄົນອອກແບບໃຫ້ເປັນໄປຕາມທີ່ໃຈມັກ ເພື່ອສ້າງລ້າຍໄດ້ລ້ຽງຊີບທີ່ພຽງພໍ ແລະ ພົບກັບຄວາມສຸກທີ່ແທ້ຈິງ ເຊິ່ງອາດແບ່ງໄດ້ໃນສາມລັກສະນະດັ່ງນີ້:
1. ສິ່ງທີ່ເຮົາເຮັດແລ້ວມີຄົນສະໜັບສະໜູນໃຫ້ທ່ານເຮັດອີກ: ເປັນຕົ້ນແມ່ນການແຕ່ງກິນ, ການເຮັດເຂົ້າໜົມ, ການແນະນຳ, ການໃຫ້ຄຳປຶກສາແກ່ໝູ່ເພື່ອນ...,​ ນັ້ນລະ ອາດຈະເປັນອາຊີບສ້າງລາຍໄດ້ໃຫ້ທ່ານ ທ່ານຈົງພັດທະນາຝຶກຝົນໃຫ້ມີສີມືໃຫ້ກາຍເປັນຄວາມຖະໜັດ ມັນຈະກາຍເປັນອາຊີບໃຫ້ທ່ານ.

2. ຈຸດແຂງຂອງເຮົາມີປະໂຫຍດຕໍ່ຄົນອື່ນ: ຖ້າທ່ານມັກຂຽນນັ້ນຂຽນນີ້, ມັກແຕ່ກອນ ແຕ່ງເພງ ກໍ່ພັດທະນາຕົນເອງໃຫ້ກາຍເປັນນັກຂຽນ ຫຼື ນັກແຕ່ງເພງ, ຖ້າທ່ານມັກອ່ານ, ມັນສະແຫວງຫາຄວາມຮູ້ ກໍ່ສ້າງໃຫ້ຕົນເອງເປັນຄົນຖ່າຍທອດຄວາມຮູ້ໃຫ້ຄົນອື່ນ ນັ້ນລະມັນຈະເປັນອາຊີບ ກໍ່ຄືການເປັນຄູ, ການເປັນນັກບັນຍາຍ ຫຼື ເຮັດທຸລະກິດກ່ຽວກັບການຂາຍຄວາມຮູ້ ຫຼື ມີຄຳເອີ້ນໃນພາສາອັງກິດວ່າ Infopreneur. ນອກຈາກນີ້, ຍັງມີອີກຫຼາຍໆຢ່າງທີ່ຂື້ນກັບຄວາມມັກຄື: ຖ້າທ່ານມັກລ້ຽງສັດ ກໍ່ລ້ຽງສັດດັ່ງກ່າວໃຫ້ເປັນອາຊີບສະເລີຍ: ຄືລ້ຽງຂາຍພໍ່ແມ່ພັນ, ເພາະພັນລູກນ້ອຍຂາຍ ຫຼື ວາງສະແດງເພື່ອເກັບປີ້ເຂົ້າຊົມ..., ມັກປູກຜັກ, ມັກປູກຕົ້ນໄມ້ ເປັນຄົນຮັກທຳມະຊາດ ກໍ່ເຮັດສວນປູກຜັກຂາຍ, ເຮັດສວນກະເສດເພື່ອໃຫ້ຄົນເຂົ້າຊົມພ້ອມທັງຂາຍຜົນຜະລິດກະສິກຳ, ເພາະພັນຕົ້ນໄມ້ຂາຍ, ເປັນຄົນຕົບແຕ່ງສວນ ຫຼື ຈັດສວນ ຕະຫຼອດເຖິງການອະນຸລັກປ່າແລ້ວສ້າງໃຫ້ເປັນແຫຼ່ງທ່ອງທ່ຽວໄປເລີຍ; ຫຼືຖ້າເປັນຄົນມັກຈັດງານ Party ມ່ວນ ທີ່ມີໝູ່ມາຮ່ວມງານນຳແລ້ວບອກໃຫ້ຈັດອີກເທື່ອໜ້າເທື່ອໃນ ກໍ່ພັດທະນາໃຫ້ມັນເປັນອາຊີບກໍ່ໄດ້ ເວົ້າລວມກໍ່ຄືເຮົາມັກສິ່ງໃດກໍ່ລອງຫາຄວາມເປັນໄປໄດ້ວ່າເຮົາຈະຫາລາຍໄດ້ຈາກມັນໄດ້ບໍ່.

3. ອາຊີບໃນອະນາຄົດມັກຈະບໍ່ມີຄຳວ່າອາຊີບ ຫຼື ຕຳແໜ່ງ ເພາະເມື່ອໃດຫາກມີຕຳແໜ່ງນັ້ນສະແດງວ່າ: ປະການໜຶ່ງ ທ່ານມີຄູ່ແຂ່ງ ກໍ່ຄືມີຄົນຈ້ອງຊິງດີຊີງເດັ່ນຈະມາສູ້ຍັນກັບທ່ານ; ປະການທີ່ສອງ ລາຍໄດ້ຂອງທ່ານມີທາງຕັນ ກໍ່ຄື ເງິນເດືອນຂອງທ່ານຖືກກຳນົດມາຕາຍຕົວແລ້ວ; ປະການທີ່ສາມ ສ່ວນໃຫຍ່ແລ້ວບໍ່ມີເຄຣດິດໃນຜົນງານ ກໍ່ຄືເຖິງວ່າທ່ານຈະເຮັດກັບມືມັນກໍ່ເປັນຜົນງານລວມຂອງອົງກອນ ຫຼື ອາດຈະເປັນຂອງເພື່ອນຮ່ວມງານ ຫຼື ບໍ່ກໍ່ເປັນຜົນງານຂອງບຸກຄົນທີ່ມີຕຳແໜ່ງສູງກວ່າທ່ານ ຫຼື ບໍ່ກໍ່ຂ້າມຂັ້ນຂື້ນໄປອີກ.

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...