Tuesday, April 18, 2017

7 ວິທີການເຮັດໃຫ້ເປົ້າໝາຍຊີວິດສຳເລັດຜົນ



  1. ຕັດສິນໃຈໃຫ້ໄດ້ວ່າທີ່ຈິງແລ້ວຊີວິດຂອງເຮົາຕ້ອງການຫຍັງ: ຄິດທົບທວນວ່າທີ່ຈິງແລ້ວຕົນເອງເກີດມາເພື່ອຫຍັງ, ຕ້ອງການເຮັດຫຍັງໃຫ້ສຳເລັດ, ຢາກເປັນຫຍັງ ບາງຄົນຕ້ອງການເປັນນັກທຸລະກິດ, ມີທຸລະກິດເປັນຂອງຕົນເອງ, ຢາກເປັນນັກບັນຍາຍ, ຢາກເປັນນັກຮ້ອງ...ຈົງເຊົາເຮັດຕາມສິ່ງທີ່ຄົນອື່ນຢາກໃຫ້ເຮົາເຮັດ ຫຼື ຢາກໃຫ້ເຮົາເປັນ ເພາະມັນບໍ່ແມ່ນສິ່ງທີ່ອອກມາຈາກຈິດວິນຍານທີ່ແທ້ຈິງຂອງເຮົາ.
  2. ຂຽນບັນທຶກໃນສິ່ງທີ່ຕ້ອງການ: ຂຽນສິ່ງທີ່ເຮົາຕ້ອງການຢາກຈະເປັນຢາກຈະມີ ອາດຈະຂຽນໄວ້ໃນປື້ມບັນທຶກປະຈໍາວັນ, ຂຽນໃສ່ເຈັ້ຍ ແລ້ວຕິດໄວ້ຝາຫ້ອງນອນ ຫຼື ປະຕູບ່ອນທີ່ເຫັນໄດ້ງ່າຍເພື່ອເຕືອນຄວາມຊົງຈໍາ ຫຼື ອາດຈະພິມລົງຄອມ, ຂຽນລົງ Blogger (ຈະໂພດສ໌ ຫຼື ພຽງແຕ່ບັນທຶກໄວ້ກໍ່ໄດ້) ຫຼື ຂຽນໄວ້ແອັບບັນທຶກໃນໂທລະສັບກໍ່ໄດ້ ແລ້ວກັບມາອ່ານທົບທວນເບິ່ງໃນມື້ຕໍ່ມາ ຫຼື ອາທິດຕໍ່ມາ ຫຼື ປີຕໍ່ມາ ວ່າສິ່ງທີ່ເຮົາບັນທຶກລົງໄປນັ້ນແມ່ນສິ່ງທີ່ເຮົາຕ້ອງການແທ້ຫຼືບໍ່ ຫຼື ເປັນພຽງຄວາມຕ້ອງການໃນຊົ່ວຄັ້ງຊົ່ວຍາມ ແລະ ຖ້າຫາກແມ່ນສິ່ງທີ່ເຮົາຕ້ອງການແທ້ໆ ເວລາເຮົາທົບທວນບັນທຶກແຕ່ລະຄັ້ງເຮົາຈະຮູ້ໄດ້ວ່າມັນເປັນສິ່ງທີ່ເຮົາຢາກໄດ້ມັນມາແທ້ ແລະ ຈະເກີດຄວາມພະຍາຍາມເຮັດທຸກສິ່ງເພື່ອໃຫ້ໄດ້ມັນມາ.
  3. ກຳນົດເວລາໃຫ້ກັບເປົ້າໝາຍ: ເມື່ອຮູ້ເປົ້າໝາຍຊີວິດທີ່ແທ້ຈິງແລ້ວ ຈົ່ງກຳນົດເວລາໃຫ້ກັບມັນໃນການທີ່ຈະເຮັດໃຫ້ເປົ້າໝາຍສໍາເລັດໃນແຕ່ລະໄລຍະ ອາດຈະກຳນົດເປັນລາຍວັນ,​ ລາຍອາທິດ, ລາຍເດືອນ, 6 ເດືອນ, 1ປີ, 3ປີ, 5 ປີ ແລະ 10 ປີ. ຢ່າປ່ອຍໃຫ້ຄວາມສໍາເລັດຂື້ນກັບໂຊກຊະຕາ ຫຼື ວາດສະໜາຢ່າງດຽວ ແຕ່ໃຫ້ເວລາເປັນຕົວກຳນົດຂອບເຂດໃນການກະທໍາສູ່ຄວາມສຳເລັດ.
  4. ກວດເບີ່ງວ່າເຮົາຈະໄປເຖິງເປົ້າໝາຍໄດ້ແນວໃດ: ອ່ານທົບທວນສິ່ງທີ່ໄດ້ບັນທຶກໃນແຕ່ລະວັນ ເພື່ອເປັນການຕອກຢ້ຳຈິດໃຕ້ສໍານຶກ, ທໍາມະຊາດຂອງມະນຸດຈະມີເປົ້າໝາຍຫຼັກພຽງເປົ້າໝາຍດຽວ ຈົ່ງພະຍາຍາມຫາວິທີໃຫ້ເປົ້າໝາຍບັນລຸຜົນໂດຍການຊອກຮູ້ຮ່ຳຮຽນ, ຫາຂໍ້ມູນ, ຮຽນເພີ່ມ, ຝຶກອົບຮົມ,​ ປຶກສາຜູ້ຮູ້, ໃຫ້ເວລາກັບຕົວເອງເພື່ອຄົ້ນຄິດ ແລ້ວຄວາມຄິດ (Idea) ດີໆ ເຈັງໆກໍ່ຈະອອກມາເອງ.
  5. ຈັດການວາງແຜນກ້າວໄປຫາເປົ້າໝາຍ: ວາງແຜນງານວ່າຈະເຮັດອັນໃດກ່ອນ ອັນໃດຕາມຫຼັງໂດຍອີງໃສ່ເວລາວ່າມື້ອື່ນຈະເຮັດຫຍັງ, 3 ວັນຕໍ່ໜ້າ, ອາທິດໜ້າ ຫຼື ເດືອນໜ້າຈະເຮັດຫຍັງຕໍ່ ໂດຍວາງລໍາດັບເປັນຂັ້ນເປັນຕອນ ມັນອາດຈະໃຊ້ເວລາຍາວນານເປັນເດືອນເປັນປີແຕ່ການວາງແຜນໃຫ້ກັບເປົ້າໝາຍຈະຊົງພະລັງຢ່າງເຫັນໄດ້ຊັດເຈນ.
  6. ລົງມືປະຕິບັດໃຫ້ເຖິງເປົ້າໝາຍ: ສ້າງນິໄສໃຫ້ເປັນຄົນລົງມືເຮັດ ແລະ ມີຄວາມຕັ້ງໃຈເຮັດໃຫ້ມັນສຸດກົກສຸດປາຍໄປສູ່ເປົ້າໝາຍ ຢ່າໄດ້ໃສ່ໃຈກັບຄໍາຫົວເລາະເຢາະເຍີ້ຍຂອງຄົນຮອບຂ້າງ ບາງທີ່ອາດຈະມາໃນຮູບຂອງຄົນທີ່ຫວັງດີກັບເຮົາ ແຕ່ເມືອເປົ້າໝາຍທີ່ມີໃນຫົວໃຈຂອງເຮົາມັນຊັດເຈນແລ້ວຈົ່ງຢ່າໄປເສຍເວລາກັນມັນ, ຢ່າໃຫ້ມັນມາບັນທອນກຳລັງໃຈຂອງເຮົາ, ອຸປະສັກເປັນສິ່ງທີ່ທົດສອບຄວາມເຂັ້ມແຂງ, ຂວາກໜາມຕຳແລ້ວເຈັບໃຫ້ຖືເປັນບົດຮຽນ.
  7. ສ້າງຄວາມສຳເລັດໃຫ້ຕໍ່ເນື່ອງ: ເມືອສຳເລັດເປົ້າໝາຍທີ່ຂຽນໄວ້ແລ້ວຈົ່ງພັດທະນາໃຫ້ມັນດີເລີດກວ່າເກົ່າຈົ່ງຢ່າໄດ້ຢຸດເຊົາເພື່ອທີ່ຈະວາງເປົ້າໝາຍຕໍ່ໄປເພື່ອຮັກສາເປົ້າໝາຍທີ່ມີ ຢ່າຟ້າວດື່ມດ່ຳເກັບຄວາມສຳເລັດເທື່ອ ຢ່າໃຫ້ເປັນເໝືອນ "ແມ່ທັບທີ່ເສຍໄຊໃຫ້ສົງຄາມຍ້ອນໄຊຊະນະຄັ້ງທໍາອິດ".

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...