Tuesday, April 18, 2017

ຢ່າໃຫ້ຄວາມຝັນຂອງທ່ານຕາຍແຕ່ຍັງບໍ່ທັນໄດ້ເລີ່ມ

ທ່ານມັກເປັນຄືກັນບໍ່ ເວລາທີ່ຄິດອອກໄອເດຍ (Idea) ສຸດເຈັງ ເປັນຄວາມຄິດທີ່ບັນເຈີດວ່າຊັ້ນເທາະ ທີ່ຢາກລົງໄມ້ລົງມື ເຮັດຫຍັງອັນໃດອັນໜຶ່ງ ພໍເປັນຊິ້ນເປັນອັນ ແລ້ວລອງໄປເວົ້າໃຫ້ຄົນອື່ນຟັງ ບໍ່ວ່າຈະເປັນຄົນຮັກ, ຄົນໄວ້ໃຈ, ຍາດໃກ້ສິດ, ພໍ່ແມ່, ເພື່ອນຮັກ... ເພື່ອໃຫ້ເຂົາເຫັນດີນຳ ແລະ ສະໜັບສະໜູນຄວາມຄິດຂອງເຮົາ ແຕ່ຮູ້ບໍ່ວ່າຜົນຕອບແທນທີ່ໄດ້ມັນຊ່າງໜ້າຜິດຫວັງເປັນສ່ວນໃຫຍ່ ແລະ ບໍ່ເຄີຍທີ່ຈະມີຂໍ້ສະເໜີ ຫຼື ຂໍ້ແນະນຳທາງດ້ານບວກຈັກຄໍາ ຄືກັບວ່າຊູໝາກບານໃຫ້ເຂົາກຸບໃສ່ໜ້າເຮົານີ້ລະ ແລະ ນັ້ນລະຄືຜູ້ເປັນຄາດຕະກອນສັງຫານຄວາມຝັນຂອງເຮົາ ເຮັດໃຫ້ຄວາມຝັນຂອງເຮົາມັນຕາຍແຕ່ຍັງບໍ່ທັນໄດ້ເລີ່ມເປັນຕົວເປັນຕົນ.



ສະນັ້ນ, ເມືອໃດຫາກທ່ານມີຄວາມຄິດທີ່ດີແລ້ວພຽງແຕ່ເກັບມັນໄວ້ໃນໃຈອີກບໍ່ດົນມັນກໍ່ຄົງລືມ. ທາງທີ່ດີທີ່ສຸດກໍ່ຄື ຈົ່ງຂຽນມັນອອກມາທັນທີ່ເພື່ອເນັ້ນຢ້ຳເຮັດໃຫ້ມັນເປັນຮູບຮ່າງໃນສະໝອງ ເຮັດໃຫ້ມັນຊັດເຈນເປັນຮູບປະທຳ ຈາກນັ້ນຈຶ່ງກຳນົດແຜນການທີ່ຈະເຮັດໃຫ້ມັນສຳເລັດ, ກໍານົດເວລາໃນການເຮັດມັນແຕ່ລະຂັ້ນ.

ເປົ້າໝາຍທີ່ຍິ່ງໃຫຍ່ແມ່ນຕ້ອງໃຊ້ເວລາທີ່ຍາວນານໃນການເຮັດໃຫ້ສຳເລັດ, ແຕ່ການບັນລຸເປົ້າໝາຍອັນເລັກນ້ອຍໄປເທື່ອລະຂັ້ນສຸດທ້າຍເປົ້າໝາຍທີ່ໃຫຍ່ນັ້ນກໍ່ສໍາເລັດໄດ້ ປຽບເໝືອນທີ່ເຮົາຂຶ້ນບັນໄດ້ເທື່ອລະຂັ້ນ ສັນໃດກໍ່ສັນນັ້ນ.

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...