Wednesday, May 10, 2017

ຫຼັກປະຕິບັດໃນການສ້າງຄວາມເຊື່ອໝັ້ນ ແລະ ທຳລາຍຄວາມຢ້ານໃນຕົນເອງ



  1. ການປະຕິບັດເພື່ອຮັກສາຄວາມຢ້ານ ແຍກແຍະຄວາມຢ້ານອອກມາແລ້ວເຮັດໃນສິ່ງທີ່ເໝາະສົມ ການບໍ່ເຮັດຫຍັງກັບສະຖານະການທີ່ເກີດຂຶ້ນກໍ່ເທົ່າກັບເປັນການເສີມຄວາມແຂງແກ່ງໃຫ້ກັບຄວາມຢ້ານ ແລະ ທຳລາຍຄວາມໝັ້ນໃຈຂອງຕົນເອງໄປເທົ່ານັ້ນ.
  2. ພະຍາຍາມຢ່າງເຕັມກຳລັງທີ່ຈະໃສ່ສະເພາະຄວາມຄິດທີ່ເປັນບວກລົງໃນຄວາມຊົງຈຳ ຢ່າໄດ້ໃຫ້ຄວາມຄິດທາງລົບເຕີບໂຕ ແລະ ຕິເຕືອນຕົນເອງຈົນກາຍເປັນອາສູນທາງຈິດ, ປະຕິເສດທີ່ຈະຟື້ນຄວາມຫຼັງທີ່ຂົມຂື່ນທຸກປະການ.
  3. ຈັດໃຫ້ທຸກຄົນຢູ່ໃນສະພາບທີ່ເໝາະສົມ ຈື່ໄວ້ວ່າຄົນເຮົາມີຄວາມຄ້າຍຄືກັນຫຼາຍກວ່າທີ່ຈະແຕກຕ່າງກັນ ເບິ່ງທຸກຄົນດ້ວຍຄວາມຮູ້ສຶກທີ່ເທົ່າທຽມກັນ ເຂົາກໍ່ພຽງເປັນມະນຸດອີກຄົນໜຶ່ງ ແລະ ສ້າງທັດສະນະຄະຕິທີ່ເຂົ້າໃຈຜູ້ອື່ນ ຄົນຈຳນວນຫຼາຍຈະເຫົ່າ ແຕ່ມີໜ້ອຍຄົນທີ່ກັດ.
  4. ຝຶກເຮັດໃນສິ່ງທີ່ຈິດໃຕ້ສຳນຶກຂອງທ່ານບອກວ່າຖືກຕ້ອງ ສິ່ງນີ້ຈະປ້ອງກັນຄວາມຮູ້ສຶກຜິດໃນຈິດໃຈບໍ່ໃຫ້ເກີດຂຶ້ນ ເຮັດໃນສິ່ງທີ່ຖືກຕ້ອງ ເປັນສູດແຫ່ງຄວາມສຳເລັດທີ່ໃຊ້ໄດ້ຜົນໃນທາງປະຕິບັດຫຼາຍ.
  5. ເຮັດທຸກສິ່ງທຸກຢ່າງທີ່ຈະບອກວ່າ ເຮົາມີຄວາມໝັ້ນໃຈ ໝັ້ນໃຈແທ້ໆ.
ຕໍ່ໄປນີ້ຄືເທັກນິກເລັກໆນ້ອຍໆທີ່ຄວນຝຶກໃນກິດຈະກຳປະຈຳວັນຂອງທ່ານ:
  • ເປັນຄົນນັ່ງແຖວໜ້າ
  • ສົບຕາກັບຄູ່ສົນທະນາ
  • ຍ່າງໄວຂຶ້ນ 25 %
  • ເວົ້າໃຫ້ຫຼາຍຂຶ້ນ
  • ຍີ້ມຢ່າງເປີດເຜີຍ


Thursday, April 20, 2017

5 ແນວທາງ ປ່ຽນຄວາມຜ່າຍແພ້ເປັນໄຊຊະນະ

ຄວາມແຕກຕ່າງລະຫວ່າງຄວາມສຳເລັດ ແລະ ຄວາມຜ່າຍແພ້ ຈະພົບໄດ້ໃນທັດສະນະຄະຕິຂອງຕົວເຮົາຕໍ່ຄວາມຜ່າຍແພ້ອຸປະສັກ, ຄວາມທໍ້ຖອຍ ແລະ ຄວາມຜິດຫວັງອື່ນໆ. ມີປ້າຍບອກທາງທີ່ຈະຊ່ວຍໃຫ້ທ່ານສາມາດປ່ຽນຄວາມຜ່າຍແພ້ເປັນໄຊຊະນະນັ້ນຄື:



  1. ການສຶກສາຄວາມຜ່າຍແພ້ເພື່ອຈະປູທາງໄປສູ່ຄວາມສຳເລັດ, ເມື່ອທ່ານລົ້ມກໍ່ຄວນຕ້ອງຮຽນຮູ້ ແລະ ເອົາຊະນະໃຫ້ໄດ້ໃນຄັ້ງຕໍ່ໄປ.
  2. ມີຄວາມກ້າຫານທີ່ຈະວິຈານຕົວເອງ, ຄົ້ນໃຫ້ພົບຄວາມຜິດພາດ ແລະ ຈຸດອ່ອນຂອງຕົວເອງ ແລ້ວແກ້ໄຂມັນ ສິ່ງນີ້ຈະເຮັດໃຫ້ທ່ານປະສົບຄວາມສຳເລັດ.
  3. ຢຸດໂທດໂຊກຊະຕາ ກວດສອບຄວາມຜ່າຍແພ້ໃນແຕ່ລະຄັ້ງ, ຄົ້ນຫາວ່າແມ່ນຫຍັງຄືຄວາມຜິດພາດ ແລະ ຈື່ໄວ້ວ່າການໂທດໂຊກຊະຕາ ຫຼື ບຸນວາດສະໜາບໍ່ເຮັດໃຫ້ໃຜສາມາດໄປເຖິງບ່ອນທີ່ເຂົາຕ້ອງການຈະໄປໄດ້.
  4. ປະສົມປະສານຄວາມມານະອົດທົນກັບການທົດລອງ ລອງຜິດລອງຖືກ ຍຶດໝັ້ນກັບເປົ້າໝາຍ ແຕ່ຢ່າມົກໝົ້ນກັບມັນຈົນເກີນໄປ ແລະ ຊອກຫາວິທີການໃໝ່ໆຢູ່ເລື້ອຍໆຖ້າວິທີການທີ່ໃຊ້ໄປບໍ່ໄດ້ຜົນ.
  5. ຈື່ໄວ້ວ່າມີດ້ານທີ່ດີຢູ່ໃນທຸກສະຖານະການ ຈົ່ງຊອກຫາ ແລະ ເບິ່ງດ້ານທີ່ດີ ແລະ ຫັນຫຼັງໃຫ້ກັບຄວາມທໍ້ແທ້ ທໍ້ຖອຍ ໝົດຫວັງ.
ຄວາມເຊື່ອທີ່ມີໃນຕົວເຮົາຈະປ່ຽນຄວາມຜ່າຍແພ້ທີ່ກຳລັງປະເຊີນ ແລະ ນຳທາງໄປສູ່ຄວາມມີໄຊຊະນະ.

8 ປະການ ສ້າງນິໄສໃນການລົງມືປະຕິບັດ

ບໍມີໃຜປະສົບຄວາມສຳເລັດ ຫຼື ໄດ້ຮັບການຍ້ອງຍໍເພາະວ່າເຂົາບໍ່ໄດ້ລົບກວນໃຜ, ບໍ່ໄດ້ລົງມືເຮັດຫຍັງ ຫຼື ເຂົາລໍຖ້າຈົນກວ່າຈະມີຄົນມາບອກໃຫ້ເຮັດສິ່ງໃດໜຶ່ງ.
ສະນັ້ນ, ການທີ່ຈະປະສົບຄວາມສຳເລັດໄດ້ຕ້ອງລົງມືເຮັດໃນສິ່ງທີ່ເຮົາເຊື່ອວ່າມັນຈະປະສົບຄວາມສຳເລັດ ດັ່ງ 8 ປະການລຸ່ມນີ້:


  1. ຈົ່ງມີຄວາມກະຕືລືລົ້ນ: ເປັນຄົນເຮັດວຽກ, ເປັນນັກທຳ, ຢ່າເອົາມືຊຸກຫີບ.
  2. ຢ່າລໍຈົນກະທັ້ງເງື່ອນໄຂຕ່າງໆສົມບູນແບບ, ມັນບໍ່ມີວັນເກີດຂຶ້ນ,​ຈົ່ງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ອຸປະສັກໃນອະນາຄົດ ແລະ ແກ້ໄຂບັນຫາເມື່ອມັນເກີດຂຶ້ນ.
  3. ລຳພັງຄວາມຄິດພຽງຢ່າງດຽວບໍ່ເຮັດໃຫ້ເກີດຄວາມສຳເລັດ ແຕ່ຄວາມຄິດຈະມີຄ່າກໍ່ຕໍ່ເມື່ອໄດ້ຮັບການລົງມືປະຕິບັດ.
  4. ໃຊ້ການລົງມືປະຕິບັດຊ່ວຍກຳຈັດຄວາມຢ້ານ ແລະ ສ້າງຄວາມໝັ້ນໃຈ, ຈົ່ງເຮັດໃນສິ່ງທີ່ຢ້ານ ແລະ ສິ່ງທີ່ຢ້ານຈະຫາຍໄປ.
  5. ຕິດເຄື່ອງຈັກຄວາມຄິດດ້ວຍມື ຢ່າລໍໃຫ້ຈິດໃຈຜັກດັນໃຫ້ເຮັດ ແຕ່ລົງມືເຮັດໄປກ່ອນແລ້ວມັນຈະເປັນແຮງຜັກດັນໃຈໃຫ້ຄິດ.
  6. ຄິດໃນເກນຂອງຄຳວ່າດຽວນີ້ ຄຳວ່າມື້ອື່ນ, ມື້ໜ້າ, ອາທິດໜ້າ, ເດືອນໜ້າ ຫຼືຄຳອື່ນໆທີ່ຄ້າຍຄືກັນນັ້ນມັກເປັນຄຳທີ່ຄ້າຍຄື ຫຼື ໃກ້ຄຽງກັບຄຳເວົ້າແຫ່ງຄວາມບໍ່ປະສົບຜົນສຳເລັດ. "ຈົ່ງເປັນຄົນປະເພດດຽວນີ້"
  7. ນັ່ງລົງ ແລະ ເຮັດວຽກ ຢ່າເສຍເວລາກຽມຕົວທີ່ຈະເຮັດ ຈົ່ງເອົາເວລານັ້ນມາລົງມືເຮັດດີກວ່າ.
  8. ເປັນຜູ້ລິເລີ້ມ, ເປັນນັກລົນນະລົງ, ຕັ້ງແປ້ນຢັນແລ້ວກ້າວຂາອອກແລ່ນ ສະແດງໃຫ້ເຫັນວ່າທ່ານມີຄວາມສາມາດ ແລະ ມີຄວາມທະເຍີທະຍານທີ່ຈະລົງມື.
ຢຽບຄາດ ເຂົ້າເລກ ແລ້ວເລັ່ງອອກໄດ້ເລີຍ!!!

Wednesday, April 19, 2017

5 ພຶດຕິກຳ ທີ່ເຮັດໃຫ້ຊີວິດບໍ່ປະສົບຄວາມສຳເລັດ

ຄົນຈໍານວນບໍ່ໜ້ອຍທີ່ບໍ່ປະສົບຄວາມສຳເລັດໃນຊີວິດ, ບາງຄົນກໍ່ບໍ່ມີຮອດເປົ້າໝາຍ ບາງຄົນມີເປົ້າໝາຍແລ້ວກໍ່ຕ້ອງປະຖິ້ມໄປລ້າໆ ແຕ່ທີ່ໜ້າເສຍດາຍກໍ່ຄືຄົນທີ່ຍັງອີກພຽງກ້າວດຽວແຕ່ກໍ່ຕ້ອງລົ້ມເລີກໄປໃນທີ່ສຸດ ເຊິ່ງຖ້າຫາກເຮົາຮູ້ຕົວກ່ອນວ່າມີພຶດຕິກຳແນວໃດທີ່ເຮັດໃຫ້ເຮົາບໍ່ປະສົມຄວາມສຳເລັດ ເຮົາກໍ່ຈະສາມາດຫຼີກລ້ຽງ ແລະ ເຮັດໃຫ້ຊີວິດເຮົາດີຂຶ້ນກວ່າເດີມໄດ້ແນ່ນອນຈາກ 5 ພຶດຕິກຳດັ່ງລຸ່ມນີ້.


1.   ຍອມປະລາໄຊຕໍ່ຄວາມຢ້ານ
ເວລາພົບບັນຫາ ຫຼື ເຫດການໃດທີ່ຢູ່ນອກເໜືອການຄວບຄຸມ ຖ້າທ່ານຢ້ານ ແລະ ຫຼີກໜີບັນຫາ ປ່ອຍໃຫ້ສະຖານະການມັນຊຸດໂຊມລົງ ຫຼື ຄອຍຖ້າແຕ່ໃຫ້ຄົນອື່ນມາເຮັດແທນ ທ່ານກໍ່ຈະບໍ່ປະສົບຄວາມສຳເລັດ ຢູ່ແບບນັ້ນຕະຫຼອດໄປ ໃນຄວາມເປັນຈິງສິ່ງທີ່ຄວນເຮັດກໍ່ຄື ຮັບຄວາມສ່ຽງນັ້ນໄວ້ ຈົດຈຳວ່າສິ່ງໃດຄວນເຮັດ ແລະ ບໍ່ຄວນເຮັດ, ຮຽນຮູ້ຈາກຄວາມຜິດພາດ ແລະ ເດີນໜ້າຕໍ່ໄປ ເພາະສິ່ງເຫຼົ່ານີ້ເອງຈະພາທ່ານໄປພົບກັບຄວາມສຳເລັດ.
2.  ຄິດວ່າຕົນເອງຮູ້ທຸກຢ່າງ
ບໍ່ວ່າທ່ານຈະຜ່ານເລື້ອງຮ້າຍດີມາເປັນສິບໆເລື້ອງ, ຮຽນຮູ້ຈາກຄົນເກັ່ງໆມາໄດ້ເປັນຮ້ອຍໆຄົນ ຫຼື ອ່ານປື້ມມາແລ້ວເປັນພັນໆເລື່ອງ ທ່ານກໍ່ຍັງບໍ່ສາມາດຮູ້ໄດ້ທຸກຢ່າງຢູ່ດີ ເພາະຍັງມີເລື້ອງລາວອີກຫຼວງຫຼາຍພາຍມາກທີ່ເຮັດໃຫ້ທ່ານໄດ້ຮຽນຮູ້ຢູ່ຕະຫຼອດເວລາ ແລະ ເຖິງວ່າທ່ານຈະເປັນຜູ້ຊ່ຽວຊານໃນເລື່ອງທີ່ທ່ານກຳລັງເຮັດຢູ່ກໍ່ຕາມ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທຸກສິ່ງທຸກຢ່າງຈະເປັນໄປຕາມທີ່ທ່ານຄິດໄວ້ທັງໝົດ ເຊິ່ງນີ້ກໍ່ເປັນໜຶ່ງໃນສິ່ງທີ່ຄອຍ່ວງດຶງເຮັດໃຫ້ທ່ານບໍ່ປະສົບຄວາມສຳເລັດ.
 3.  ຫາຂໍ້ອ້າງ ແກ້ຕົວເປັນປະຈໍາ
ເມື່ອໃດກໍ່ຕາມທີ່ທ່ານເຮັດຜິດ ຍອມຮັບ ແລະ ຮຽນຮູ້ເພາະນີ້ຄືຊີວິດຈິງ ບໍ່ມີຫຍັງທີ່ຈະແນ່ນອນຕາຍຕົວ ຫຼື ຖືກຕ້ອງໝົດທຸກຢ່າງ ເມື່ອມີບັນຫາທ່ານກໍ່ພຽງຫາສາເຫດ ແລະ ວິທີການແກ້ໄຂ ເພື່ອບໍ່ໃຫ້ເກີດຊ້ຳຮອຍເກົ່າອີກ ຖ້າທ່ານມົວແຕ່ຫາຂໍ້ອ້າງ ຄອຍແຕ່ຫາຂໍ້ແກ້ຕົວ ໂດຍທີ່ບໍ່ພະຍາຍາມຫາຕົ້ນປາຍສາຍເຫດ ທ່ານກໍ່ຈະເຮັດຜິດຊ້ຳໆຢູ່ແບບນັ້ນ ບໍ່ມີວັນປະສົບຜົນສຳເລັດໄດ້.
4.  ມີຄວາມຄິດ ແຕ່ບໍ່ເຄີຍລົງມືເຮັດ
ຢ່າລືມວ່າ ຄວາມຄິດ ແລະ ຄວາມຝັນ ຂອງທ່ານເປັນສິ່ງທີ່ເຮັດໃຫ້ທ່ານເດີນທາງມາໄດ້ຈົນເຖິງຈຸດນີ້. ຖ້າທ່ານມີຄວາມຄິດແຕ່ບໍ່ເຄີຍລົງມີເຮັດຕໍ່ໃຫ້ຄວາມຝັນຈະນ້ອຍເທົ່າໃດ ກໍ່ບໍ່ມີທາງເປັນຈິງໄດ້ ເພື່ອຄວາມສຳເລັດໃນອະນາຄົດນັ້ນ ທ່ານຈົງລຸກຂຶ້ນມາຂຽນເປົ້າໝາຍ, ຂຽນແຜນທຸລະກິດ, ຮ່າງວິທີການ ຫາຂໍ້ດີຂໍ້ເສຍ ສິ່ງສຳຄັນຄືການລົງມືເຮັດ ຢ່າພຽງເກັບໄວ້ໃນຄວາມຄິດ.
 5.  ສົນໃຈແຕ່ຄວາມສຳເລັດຂອງຄົນອື່ນ ແຕ່ບໍ່ລົງມືກະທຳຂອງຕົວເອງ
ຄວາມສຳເລັດຂອງຄົນຮອບຕົວ ໝູ່ເພື່ອນ, ຄົນຮັກ ຫຼື ຄູ່ແຂ່ງ ເປັນເໝືອນແຮງກະຕຸ້ນຊັ້ນດີທີ່ຈະເຮັດໃຫ້ເຮົາມີກຳລັງໃຈ ແລະ ນຳພາຕົນເອງໃຫ້ປະສົບຄວາມສຳເລັດຄືກັບພວກເຂົາ ແຕ່ຫຼາຍຄົນມັກເອົາຄວາມສຳເລັດຂອງຄົນອື່ນມາເປັນແຮງກົດດັນໃຫ້ຕົວເອງ ມົວແຕ່ອິດສາລິດສະຫຍາ ສົນໃຈແຕ່ຄົນອຶ່ນຈະພາດບ່ອນໃດ ຈະລົ້ມແນວໃດ ຈະໄປໄດ້ໄກເທົ່າໃດ ໂດຍລະເລີຍເປົ້າໝາຍຂອງຕົນເອງໄປ ເຊິ່ງທຸກຄົນມີຄວາມສາມາດ ແລະ ຄວາມອາດສາມາດຢູ່ໃນຕົວ. ສະນັ້ນ, ຈົ່ງຢ່າມົວແຕ່ເສຍເວລາໃຫ້ກັບຄວາມສຳເລັດຂອງຄົນອື່ນ ຈົ່ງລົງມືເຮັດເພື່ອຄວາມສຳເລັດຂອງຕົວເອງ.
ເໜືອສິ່ງອື່ນໃດກໍ່ຄືຕົວທ່ານເອງ ຖ້າບັງຄັບໃຫ້ຕົວເອງໃຫ້ເລີກພຶດຕິກຳພວກນີ້ໄດ້ ວັນໃດວັນໜຶ່ງ ຄວາມສຳເລັດຈະຕ້ອງເຂົ້າມາຫາທ່ານ ແລະ ຈະບໍ່ມີຄໍາວ່າ ບໍ່ປະສົບຄວາມສຳເລັດອີກຕໍ່ໄປ.

4 ຂັ້ນຕອນທີ່ຈະເຮັດໃຫ້ການຕັ້ງເປົ້າໝາຍສຳເລັດໂດຍໄວ

ເປັນຫຍັງເປົ້າໝາຍມີຄວາມສຳຄັນກັນໜັກໜາ? ແລະ ຖ້າຊີວິດບໍ່ມີເປົ້າໝາຍຈະເປັນແນວໃດ? 
ລອງມາເບິ່ງວິທີການຕັ້ງເປົ້າໝາຍທີ່ ທ່ານ Brendon ໄດ້ສອນເຕັກນິກການຕັ້ງເປົ້າໝາຍແບບ DUMB Goals (Dreams, Uplifting, Method & Behavior) ຫຼືຖ້າເວົ້າອີກແບບກໍ່ແມ່ນເປົ້າໝາຍແບບໂງ່ໆ ໄວ້ 4 ຂັ້ນຕອນດັ່ງນີ້:


ຂັ້ນທີ 1: Dreams ຂຽນຄວາມຝັນຂອງທ່ານລົງໄປ
       ລອງຫຼັບຕາລົງຈັກຫ້າວິແລ້ວນຶກຂຶ້ນມາວ່າຊີວິດໃນຄວາມຝັນຂອງທ່ານມີຮູບຮ່າງໜ້າຕາເປັນແນວໃດ? ຊີວິດແບບໃດທີ່ທ່ານມີຄວາມກະຕືລືລົ້ນທີ່ຈະໄຂວ່ຄວ້າມັນມາຄອບຄອງ ? ຈາກນັ້ນກໍ່ຂຽນມັນລົງປຶ້ມບັນທຶກ ແລ້ວວິທີການທີ່ຍັງບໍ່ທັນມີມັນຈະປະກົດຂຶ້ນມາໃຫ້ເຫັນເອງ ນີ້ຄືຈຸດເລີ່ມຕົ້ນທຳອິດຂອງການດຶງດູດຄວາມສຳເລັດ !!!. ໃຫ້ຄວາມຝັນ...ຂັບເຄື່ອນ ແລະ ເປັນພະລັງທີ່ຍິ່ງໃຫຍ່ໃຫ້ກັບທ່ານ.

ຂໍ້ແນະນຳ:​ ຈົ່ງຂຽນຄວາມຝັນໃນຮູບປະໂຫຍກປະຈຸບັນ, ອາດຈະຂຽນໃນຮູບກາບັນຍາຍ ເຊິ່ງຈະເຮັດໃຫ້ທ່ານຮູ້ສຶກສາວ່າເໝືອນໄປຢູ່ບ່ອນນັ້ນແລ້ວ ແລະ ໄດ້ສຳຜັດມັນແລ້ວ ທີ່ສຳຄັນຢ່າຕີກອບຄວາມຝັນໃຫ້ຄັບແຄບຈົນເກີນໄປ.

ຂັ້ນທີ 2: Uplifting ຍົກລະດັບຊີວິດ
        ທ່ານຈະຍົກລະດັບຊີວິດໄປໃນທິດທາງໃດ? ທ່ານຕ້ອງການໃຫ້ຫຍັງເກີດຂຶ້ນກັບຊີວິດຂອງທ່ານ?
ຫຼັງຈາກທີ່ໄດ້ຂຽນຄວາມຝັນຂອງທ່ານລົງໄປແລ້ວ ຕອນນີ້ກໍ່ເຖິງເວລາຂຽນສິ່ງທີ່ທ່ານຕ້ອງການໃຫ້ມັນຊັດເຈນລົງໄປອີກ.​ ຂຽນໃນສິ່ງທີ່ທ່ານເຊື່ອວ່າມັນຈະເປັນ ເສັ້ນທາງໄປສູ່ຊີວິດໃນຝັນຂອງທ່ານ.

ຂໍ້ແນະນຳ: ຂຽນໃນສິ່ງທີ່ຕ້ອງການເທົ່ານັ້ນ, ໃຊ້ຄໍາເວົ້າທີ່ເວລາອ່ານແລ້ວມີພະລັງ ມີໄຟ ແລະ ແຮງບັນດານໃຈ ແຕ່ຢ່າລືມຂຽນໃຫ້ມັນເຊື່ອມໂຍງກັບຄວາມຝັນຂອງທ່ານດ້ວຍ.

ຂັ້ນທີ 3: Method ເລືອກວິທີການ
ເມື່ອຮູ້ຊັດເຈນວ່າຄວາມຝັນແມ່ນຫຍັງ? (ຜູ້ຂຽນກາຍັງບໍ່ຮູ້ຄືກັນ) ແລະ ກໍ່ໄດ້ກໍານົດທິດທາງວ່າຈະຍົກລະດັບຊີວິດໄປທາງໃດ? ເຊິ່ງໝາຍເຖິງການເລືອກວິທີການ ແລະ ທັກສະທີ່ທ່ານຈະຕ້ອງຝຶກຝັນຈົນເກີດຄວາມຊຳນິຊຳນານ ເພາະຄວາມສຳເລັດ ຄືຜົນລັບສຳລັບຄົນທີ່ມີຂອງເຈັ໋ງໆ ເທົ່ານັ້ນ.

ຂໍ້ແນະນຳ: ຂຽນສິ່ງທີ່ທ່ານຈະຝຶກຝົນ, ຝຶກຝົນ ແລະ ຝຶກຝົນ. ເປົ້າໝາຍຂອງການຂຽນ ວິທີການກໍ່ຄື ການເພີ່ມທັກສະທີ່ຈໍາເປັນໃຫ້ຕົວທ່ານເອງ”.

ຂັ້ນທີ 4: Behavior ຝຶກນິໄສໃໝ່
       ຖືວ່າເປັນພື້ນຖານສຳຄັນຂອງການຕັ້ງເປົ້າໝາຍແບບ DUMB (ແບບໂງ່ໆອີກຫັ້ນລະ) ເພາະວ່າ ນິໄສຄືຮາກຖານຂອງທຸກໆຜົນລັບໃນຊີວິດ. ໃນຂັ້ນນີ້ທ່ານຂຽນເຖິງນິໄສທີ່ທ່ານຕ້ອງການຝຶກຝົນ, ນິໄສທີ່ມັນຈະສະໜັບສະໜູນໃຫ້ທ່ານບັນລຸທຸກໆເປົ້າໝາຍຂອງທ່ານ ເຊັນ: ຝຶກນິໄສໃຫ້ມີຈຸດສຸມ (Focus) ເຖິງຄວາມຝັນທີ່ຊັດເຈນຢູ່ສະເໝີ, ຝຶກນິໄສການເຮັດວຽກຢ່າງມີປະສິດທິພາບ, ຝຶກນິໄສຂອງການເປັນຄົນໃຈເຢັນ ແລະ ນິ້ງສະຫງົບ.

ຂໍ້ແນະນໍາ: ລະບຸນິໄສທີ່ຈະເປັນປະໂຍດຕໍ່ການບັນລຸເປົ້າໝາຍຂອງທ່ານ ແລະ ຊອກຫາວິທີການທີ່ຈະເຊື່ອມໂຍງນິໄສໃໝ່ກັບກິດຈະກຳທີ່ທ່ານເຮັດເປັນປົກກະຕິ.

ບໍ່ມີຄວາມສຳເລັດໃດທີ່ເກີດຂຶ້ນໂດຍທີ່ປາສະຈາກການລົງມືທຳ. ຖ້າຂຽນແລ້ວລືມ, ຂຽນແລ້ວໃຫ້ໝາຄາບໄປແດກ, ຂຽນແລ້ວເອົາມ້ຽນເທິງຫົວນອນບໍ່ເຄີຍຈະເອົາມານຳໃຊ້ ວິທີການທີ່ຂຽນເປົ້າໝາຍໂຄດດີຊ່ຳໃດກໍ່ບໍ່ມີວັນທີ່ຈະນຳທ່ານໄປສູ່ຄວາມສຳເລັດໄດ້.

Tuesday, April 18, 2017

ຜົນຂອງການເຮັດວຽກ ຂຶ້ນກັບທີ່ເຮົາຄິດ

ຊີວິດຂອງຄົນເຮົາຈະລົ້ມ ຫຼື ລຸກ ລ້ວນແຕ່ມາຈາກຄວາມຄິດໃນໃຈເຮົາ, ການສ້າງຄວາມເຊື່ອ ແລະ ບອກກັບໂຕເອງວ່າເຮົາສາມາດປະສົບຄວາມສໍາເລັດໄດ້ ເຮົາກໍ່ຈະເຮັດສິ່ງນັ້ນໄດ້.


ຈົ່ງຕັດຄວາມເຊຶ່ອ ຫຼື ຄໍາແນະນໍາຂອງຄົນອື່ນ ທີ່ມີແຕ່ຈະບັນທອນຈິດໃຈ ຈົນເຮັດໃຫ້ເຮົາປະສົບແຕ່ຄວາມປະລາໄຊ,
ບອກໂຕເອງວ່າເຮົາສາມາດເຮັດໃຫ້ມັນສໍາເລັດລົງໄດ້.

ຄົນທີປະສົບຄວາມສໍາເລັດຈົນເຮັດໃຫ້ໂລກຈົດຈໍານັ້ນ ເພາະເຂົາມີຄວາມເຊື່ອວ່າເຂົາສາມາດເຮັດມັນໄດ້ຢ່າງແນ່ນອນ.



ທ່ານກໍ່ເຊັ່ນກັນ ທ່ານເຮັດໃຫ້ມັນສໍາເລັດໄດ້ ກໍ່ຂຶ້ນກັບຄວາມຄິດຂອງທ່ານ ແລ້ວເຮັດໃຫ້ມັນບັນລຸເປົ້າໝາຍ ຕາມຄວາມມຸ່ງຫວັງ

ວິທີປຸກພະລັງແຫ່ງຄວາມເຊື່ອ 3 ປະການ

ການທີ່ຈະປຸກພະລັງແຫ່ງຄວາມເຊື່ອທີ່ຍັງຄົງບົ່ມຊ້ອນ ຫຼື ຫຼັບໃຫຼຢູ່ນັ້ນ ໃຫ້ຟື້ນຄືນຊີບມີຊີວິດຊີວາຂຶ້ນມາ ໃຫ້ແຂງແກ່ງ ມີ 3 ປະການດັ່ງນີ້:


  1. ຄິດວ່າຕ້ອງສຳເລັດ ຢ່າຄິດວ່າຈະລົ້ມເຫຼວ: ເມືອປະສົບບັນຫາ ຄົນເຮົາຈະມີສອງຄວາມຄິດ ຄື ຊະນະ ແລະ ຜ່າຍແພ້ ຈົ່ງເລືອກເອົາຄວາມຄິດທີ່ຈະຊະນະ ເພື່ອຊີ້ນຳຄວາມຄິດ ແລະ ຄວບຄຸມຈິດໃຈເຮົາໃຫ້ຄິດແຜນ ແລະ ກົນລະຍຸດ ໃນການແກ້ບັນຫາໃຫ້ສຳເລັດ.
  2. ເຕືອນຕົວເອງວ່າເຮົາເກັ່ງກວ່າທີ່ເຮົາຄິດ: ຄົນທີ່ປະສົບຄວາມສຳເລັດ ບໍ່ແມ່ນວ່າເຂົາຈະມີສະໝອງທີ່ດີເລີດ ຫຼື ຍ້ອນບຸນວາດສະໜາ ແຕ່ເປັນຜົນມາຈາກການພັດທະນາຄວາມເຊື່ອໝັ້ນໃນໃຈຕົນເອງ ແລະ ເຮັດຕາມນັ້ນ. ຈົ່ງຢ່າຍອມຮັບ ຫຼື ສະແດງໃຫ້ໃຜເຫັນວ່າ ທ່ານເປັນຄົນກະຈອກເປັນອັນຂາດ.
  3. ຄິດໃຫ້ໃຫຍ່: ຂະໜາດຂອງຄວາມສໍາເລັດເປັນຜົນມາຈາກຄວາມຄິດ ຄິດໃຫຍ່ກໍ່ຈະໄດ້ຮັບຄວາມສຳເລັດທີ່ຍິ່ງໃຫຍ່ ຈົ່ງຈື່ໄວ້ວ່າ ຄວາມຄິດໃຫຍ່ ແລະ ແຜນການອັນຍິ່ງໃຫຍ່ປົກກະຕິແລ້ວ ຈະເຮັດໄດ້ງ່າຍກວ່າ ຄວາມຄິດນ້ອຍ ແລະ ແຜນການອັນນ້ອຍ.
ຈົ່ງພັດທະນາຕົວເອງເພື່ອສ້າງຄວາມພ້ອມໃນການທີ່ຈະກ້າວໄປຂ້າງໜ້າຢ່າງສະຫງ່າງາມ.

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...