Wednesday, April 19, 2017

4 ຂັ້ນຕອນທີ່ຈະເຮັດໃຫ້ການຕັ້ງເປົ້າໝາຍສຳເລັດໂດຍໄວ

ເປັນຫຍັງເປົ້າໝາຍມີຄວາມສຳຄັນກັນໜັກໜາ? ແລະ ຖ້າຊີວິດບໍ່ມີເປົ້າໝາຍຈະເປັນແນວໃດ? 
ລອງມາເບິ່ງວິທີການຕັ້ງເປົ້າໝາຍທີ່ ທ່ານ Brendon ໄດ້ສອນເຕັກນິກການຕັ້ງເປົ້າໝາຍແບບ DUMB Goals (Dreams, Uplifting, Method & Behavior) ຫຼືຖ້າເວົ້າອີກແບບກໍ່ແມ່ນເປົ້າໝາຍແບບໂງ່ໆ ໄວ້ 4 ຂັ້ນຕອນດັ່ງນີ້:


ຂັ້ນທີ 1: Dreams ຂຽນຄວາມຝັນຂອງທ່ານລົງໄປ
       ລອງຫຼັບຕາລົງຈັກຫ້າວິແລ້ວນຶກຂຶ້ນມາວ່າຊີວິດໃນຄວາມຝັນຂອງທ່ານມີຮູບຮ່າງໜ້າຕາເປັນແນວໃດ? ຊີວິດແບບໃດທີ່ທ່ານມີຄວາມກະຕືລືລົ້ນທີ່ຈະໄຂວ່ຄວ້າມັນມາຄອບຄອງ ? ຈາກນັ້ນກໍ່ຂຽນມັນລົງປຶ້ມບັນທຶກ ແລ້ວວິທີການທີ່ຍັງບໍ່ທັນມີມັນຈະປະກົດຂຶ້ນມາໃຫ້ເຫັນເອງ ນີ້ຄືຈຸດເລີ່ມຕົ້ນທຳອິດຂອງການດຶງດູດຄວາມສຳເລັດ !!!. ໃຫ້ຄວາມຝັນ...ຂັບເຄື່ອນ ແລະ ເປັນພະລັງທີ່ຍິ່ງໃຫຍ່ໃຫ້ກັບທ່ານ.

ຂໍ້ແນະນຳ:​ ຈົ່ງຂຽນຄວາມຝັນໃນຮູບປະໂຫຍກປະຈຸບັນ, ອາດຈະຂຽນໃນຮູບກາບັນຍາຍ ເຊິ່ງຈະເຮັດໃຫ້ທ່ານຮູ້ສຶກສາວ່າເໝືອນໄປຢູ່ບ່ອນນັ້ນແລ້ວ ແລະ ໄດ້ສຳຜັດມັນແລ້ວ ທີ່ສຳຄັນຢ່າຕີກອບຄວາມຝັນໃຫ້ຄັບແຄບຈົນເກີນໄປ.

ຂັ້ນທີ 2: Uplifting ຍົກລະດັບຊີວິດ
        ທ່ານຈະຍົກລະດັບຊີວິດໄປໃນທິດທາງໃດ? ທ່ານຕ້ອງການໃຫ້ຫຍັງເກີດຂຶ້ນກັບຊີວິດຂອງທ່ານ?
ຫຼັງຈາກທີ່ໄດ້ຂຽນຄວາມຝັນຂອງທ່ານລົງໄປແລ້ວ ຕອນນີ້ກໍ່ເຖິງເວລາຂຽນສິ່ງທີ່ທ່ານຕ້ອງການໃຫ້ມັນຊັດເຈນລົງໄປອີກ.​ ຂຽນໃນສິ່ງທີ່ທ່ານເຊື່ອວ່າມັນຈະເປັນ ເສັ້ນທາງໄປສູ່ຊີວິດໃນຝັນຂອງທ່ານ.

ຂໍ້ແນະນຳ: ຂຽນໃນສິ່ງທີ່ຕ້ອງການເທົ່ານັ້ນ, ໃຊ້ຄໍາເວົ້າທີ່ເວລາອ່ານແລ້ວມີພະລັງ ມີໄຟ ແລະ ແຮງບັນດານໃຈ ແຕ່ຢ່າລືມຂຽນໃຫ້ມັນເຊື່ອມໂຍງກັບຄວາມຝັນຂອງທ່ານດ້ວຍ.

ຂັ້ນທີ 3: Method ເລືອກວິທີການ
ເມື່ອຮູ້ຊັດເຈນວ່າຄວາມຝັນແມ່ນຫຍັງ? (ຜູ້ຂຽນກາຍັງບໍ່ຮູ້ຄືກັນ) ແລະ ກໍ່ໄດ້ກໍານົດທິດທາງວ່າຈະຍົກລະດັບຊີວິດໄປທາງໃດ? ເຊິ່ງໝາຍເຖິງການເລືອກວິທີການ ແລະ ທັກສະທີ່ທ່ານຈະຕ້ອງຝຶກຝັນຈົນເກີດຄວາມຊຳນິຊຳນານ ເພາະຄວາມສຳເລັດ ຄືຜົນລັບສຳລັບຄົນທີ່ມີຂອງເຈັ໋ງໆ ເທົ່ານັ້ນ.

ຂໍ້ແນະນຳ: ຂຽນສິ່ງທີ່ທ່ານຈະຝຶກຝົນ, ຝຶກຝົນ ແລະ ຝຶກຝົນ. ເປົ້າໝາຍຂອງການຂຽນ ວິທີການກໍ່ຄື ການເພີ່ມທັກສະທີ່ຈໍາເປັນໃຫ້ຕົວທ່ານເອງ”.

ຂັ້ນທີ 4: Behavior ຝຶກນິໄສໃໝ່
       ຖືວ່າເປັນພື້ນຖານສຳຄັນຂອງການຕັ້ງເປົ້າໝາຍແບບ DUMB (ແບບໂງ່ໆອີກຫັ້ນລະ) ເພາະວ່າ ນິໄສຄືຮາກຖານຂອງທຸກໆຜົນລັບໃນຊີວິດ. ໃນຂັ້ນນີ້ທ່ານຂຽນເຖິງນິໄສທີ່ທ່ານຕ້ອງການຝຶກຝົນ, ນິໄສທີ່ມັນຈະສະໜັບສະໜູນໃຫ້ທ່ານບັນລຸທຸກໆເປົ້າໝາຍຂອງທ່ານ ເຊັນ: ຝຶກນິໄສໃຫ້ມີຈຸດສຸມ (Focus) ເຖິງຄວາມຝັນທີ່ຊັດເຈນຢູ່ສະເໝີ, ຝຶກນິໄສການເຮັດວຽກຢ່າງມີປະສິດທິພາບ, ຝຶກນິໄສຂອງການເປັນຄົນໃຈເຢັນ ແລະ ນິ້ງສະຫງົບ.

ຂໍ້ແນະນໍາ: ລະບຸນິໄສທີ່ຈະເປັນປະໂຍດຕໍ່ການບັນລຸເປົ້າໝາຍຂອງທ່ານ ແລະ ຊອກຫາວິທີການທີ່ຈະເຊື່ອມໂຍງນິໄສໃໝ່ກັບກິດຈະກຳທີ່ທ່ານເຮັດເປັນປົກກະຕິ.

ບໍ່ມີຄວາມສຳເລັດໃດທີ່ເກີດຂຶ້ນໂດຍທີ່ປາສະຈາກການລົງມືທຳ. ຖ້າຂຽນແລ້ວລືມ, ຂຽນແລ້ວໃຫ້ໝາຄາບໄປແດກ, ຂຽນແລ້ວເອົາມ້ຽນເທິງຫົວນອນບໍ່ເຄີຍຈະເອົາມານຳໃຊ້ ວິທີການທີ່ຂຽນເປົ້າໝາຍໂຄດດີຊ່ຳໃດກໍ່ບໍ່ມີວັນທີ່ຈະນຳທ່ານໄປສູ່ຄວາມສຳເລັດໄດ້.

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...