Thursday, April 20, 2017

5 ແນວທາງ ປ່ຽນຄວາມຜ່າຍແພ້ເປັນໄຊຊະນະ

ຄວາມແຕກຕ່າງລະຫວ່າງຄວາມສຳເລັດ ແລະ ຄວາມຜ່າຍແພ້ ຈະພົບໄດ້ໃນທັດສະນະຄະຕິຂອງຕົວເຮົາຕໍ່ຄວາມຜ່າຍແພ້ອຸປະສັກ, ຄວາມທໍ້ຖອຍ ແລະ ຄວາມຜິດຫວັງອື່ນໆ. ມີປ້າຍບອກທາງທີ່ຈະຊ່ວຍໃຫ້ທ່ານສາມາດປ່ຽນຄວາມຜ່າຍແພ້ເປັນໄຊຊະນະນັ້ນຄື:



  1. ການສຶກສາຄວາມຜ່າຍແພ້ເພື່ອຈະປູທາງໄປສູ່ຄວາມສຳເລັດ, ເມື່ອທ່ານລົ້ມກໍ່ຄວນຕ້ອງຮຽນຮູ້ ແລະ ເອົາຊະນະໃຫ້ໄດ້ໃນຄັ້ງຕໍ່ໄປ.
  2. ມີຄວາມກ້າຫານທີ່ຈະວິຈານຕົວເອງ, ຄົ້ນໃຫ້ພົບຄວາມຜິດພາດ ແລະ ຈຸດອ່ອນຂອງຕົວເອງ ແລ້ວແກ້ໄຂມັນ ສິ່ງນີ້ຈະເຮັດໃຫ້ທ່ານປະສົບຄວາມສຳເລັດ.
  3. ຢຸດໂທດໂຊກຊະຕາ ກວດສອບຄວາມຜ່າຍແພ້ໃນແຕ່ລະຄັ້ງ, ຄົ້ນຫາວ່າແມ່ນຫຍັງຄືຄວາມຜິດພາດ ແລະ ຈື່ໄວ້ວ່າການໂທດໂຊກຊະຕາ ຫຼື ບຸນວາດສະໜາບໍ່ເຮັດໃຫ້ໃຜສາມາດໄປເຖິງບ່ອນທີ່ເຂົາຕ້ອງການຈະໄປໄດ້.
  4. ປະສົມປະສານຄວາມມານະອົດທົນກັບການທົດລອງ ລອງຜິດລອງຖືກ ຍຶດໝັ້ນກັບເປົ້າໝາຍ ແຕ່ຢ່າມົກໝົ້ນກັບມັນຈົນເກີນໄປ ແລະ ຊອກຫາວິທີການໃໝ່ໆຢູ່ເລື້ອຍໆຖ້າວິທີການທີ່ໃຊ້ໄປບໍ່ໄດ້ຜົນ.
  5. ຈື່ໄວ້ວ່າມີດ້ານທີ່ດີຢູ່ໃນທຸກສະຖານະການ ຈົ່ງຊອກຫາ ແລະ ເບິ່ງດ້ານທີ່ດີ ແລະ ຫັນຫຼັງໃຫ້ກັບຄວາມທໍ້ແທ້ ທໍ້ຖອຍ ໝົດຫວັງ.
ຄວາມເຊື່ອທີ່ມີໃນຕົວເຮົາຈະປ່ຽນຄວາມຜ່າຍແພ້ທີ່ກຳລັງປະເຊີນ ແລະ ນຳທາງໄປສູ່ຄວາມມີໄຊຊະນະ.

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...