ການທີ່ຈະປຸກພະລັງແຫ່ງຄວາມເຊື່ອທີ່ຍັງຄົງບົ່ມຊ້ອນ ຫຼື ຫຼັບໃຫຼຢູ່ນັ້ນ ໃຫ້ຟື້ນຄືນຊີບມີຊີວິດຊີວາຂຶ້ນມາ ໃຫ້ແຂງແກ່ງ ມີ 3 ປະການດັ່ງນີ້:
- ຄິດວ່າຕ້ອງສຳເລັດ ຢ່າຄິດວ່າຈະລົ້ມເຫຼວ: ເມືອປະສົບບັນຫາ ຄົນເຮົາຈະມີສອງຄວາມຄິດ ຄື ຊະນະ ແລະ ຜ່າຍແພ້ ຈົ່ງເລືອກເອົາຄວາມຄິດທີ່ຈະຊະນະ ເພື່ອຊີ້ນຳຄວາມຄິດ ແລະ ຄວບຄຸມຈິດໃຈເຮົາໃຫ້ຄິດແຜນ ແລະ ກົນລະຍຸດ ໃນການແກ້ບັນຫາໃຫ້ສຳເລັດ.
- ເຕືອນຕົວເອງວ່າເຮົາເກັ່ງກວ່າທີ່ເຮົາຄິດ: ຄົນທີ່ປະສົບຄວາມສຳເລັດ ບໍ່ແມ່ນວ່າເຂົາຈະມີສະໝອງທີ່ດີເລີດ ຫຼື ຍ້ອນບຸນວາດສະໜາ ແຕ່ເປັນຜົນມາຈາກການພັດທະນາຄວາມເຊື່ອໝັ້ນໃນໃຈຕົນເອງ ແລະ ເຮັດຕາມນັ້ນ. ຈົ່ງຢ່າຍອມຮັບ ຫຼື ສະແດງໃຫ້ໃຜເຫັນວ່າ ທ່ານເປັນຄົນກະຈອກເປັນອັນຂາດ.
- ຄິດໃຫ້ໃຫຍ່: ຂະໜາດຂອງຄວາມສໍາເລັດເປັນຜົນມາຈາກຄວາມຄິດ ຄິດໃຫຍ່ກໍ່ຈະໄດ້ຮັບຄວາມສຳເລັດທີ່ຍິ່ງໃຫຍ່ ຈົ່ງຈື່ໄວ້ວ່າ ຄວາມຄິດໃຫຍ່ ແລະ ແຜນການອັນຍິ່ງໃຫຍ່ປົກກະຕິແລ້ວ ຈະເຮັດໄດ້ງ່າຍກວ່າ ຄວາມຄິດນ້ອຍ ແລະ ແຜນການອັນນ້ອຍ.
ຈົ່ງພັດທະນາຕົວເອງເພື່ອສ້າງຄວາມພ້ອມໃນການທີ່ຈະກ້າວໄປຂ້າງໜ້າຢ່າງສະຫງ່າງາມ.
No comments:
Post a Comment