Tuesday, April 18, 2017

ປຸກຄວາມເຊຶ່ອໝັ້ນໃນໃຈຕົວເອງຂຶ້ນມາ

ຄວາມບໍ່ປະສົມຜົນສໍາເລັດໃນຊີວິດສ່ວນໃຫຍ່ເພາະບໍ່ໝັ້ນໃຈໃນສິ່ງທີ່ກໍາລັງເຮັດ, ຄົ້ນຫາຕົວເອງບໍ່ພົບ, ເຮັດໃຫ້ໃຊ້ຊີວິດໄປຕາມມີຕາມເກີດ ເຮັດຕາມຄົນອຶ່ນສັ່ງໂດຍບໍ່ມີເງື່ອນໄຂ (ຄືກັບຜູ້ຂຽນໃນປັດຈຸບັນ).


ຄົນທີ່ເຊື່ອໝັ້ນໃນຕົວເອງ ເຂົາຮູ້ວ່າເປົ້າໝາຍຊີວິດແມ່ນຫຍັງ ແລະ ວາງແຜນລົງມືເຮັດມັນຢ່າງໝັ້ນໃຈ.


ເມື່ອມີສິ່ງໃດທີ່ເຂົ້າມາບັ່ນທອນຄວາມເຊື່ອໝັ້ນໃນໃຈເຂົາ ເຂົາຈະໃຊ້ເຫດຜົນເພື່ອໄຈ້ແຍກມັນ ຖ້າບໍ່ມີປະໂຫຍດຫຍັງ ເຂົາຈະຂວ່າງມັນຖິ້ມຢ່າງບໍ່ໄດ້ສົນໃຈໄຍດີ ເພາະສິ່ງເຫຼົ່ານັ້ນ ມີແຕ່ຈະມາວຸ້ນວາຍຈິດໃຈເຂົາເທົ່ານັ້ນ.

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...