- ຢ່າມີປົມດ້ອຍ: ເອົາຊະນະຄວາມຮູ້ສຶກທີ່ດູຖູກຕົວເອງ, ມຸ່ງເນັ້ນໃນຄຸນສົມບັດຂອງຕົນເອງ ແລະ ທ່ານມີດີກວ່າທີ່ທ່ານຄິດ.
- ໃຊ້ຄຳຂອງຄົນທີ່ຄິດໃຫຍ່: ໃຊ້ຄຳທີ່ໃຫຍ່ (ບໍ່ໄດ້ໝາຍຄວາມວ່າໃຫ້ເວົ້າໃຫຍ່ ແຕ່ໃຫ້ໃຊ້ຄຳເວົ້າໃນຄວາມຄິດໃຫ້ໃຫຍ່), ສົດໃສ ແລະ ລື່ນເລີງ, ໃຊ້ຄຳເວົ້າທີ່ໃຫ້ສັນຍາວ່າຈະຊະນະ, ໃຫ້ຄວາມຫວັງ, ຄວາມສຸກ, ຄວາມລື່ນເລີງ ຫຼີກລ້ຽງຄຳເວົ້າທີ່ສ້າງພາບພົດທີ່ບໍ່ດີ, ຄວາມຜ່າຍແພ້ ແລະ ຄວາມໂສກເສົ້າ.
- ເບິ່ງອະນາຄົດໃຫ້ໄກຂຶ້ນ: ເບິ່ງວ່າມີຫຍັງທີ່ເປັນໄປໄດ້, ບໍ່ພຽງແຕ່ສະເພາະສິ່ງທີ່ເປັນຢູ່, ຝຶກເພີ່ມຄຸນຄ່າໃຫ້ກັບສິ່ງຕ່າງໆ ຄົນອື່ນ ແລະ ຕົວທ່ານເອງ.
- ເບິ່ງໜ້າວຽກຂອງທ່ານໃຫ້ໃຫຍ່ຂຶ້ນ: ຄິດຢ່າງຈິງຈັງກັບຄວາມສຳຄັນຂອງວຽກທີ່ທ່ານເຮັດຢູ່ໃນປັດຈຸບັນ, ການເລື່ອນຂັ້ນເລື່ອນຕຳແໜ່ງຄາວໜ້າສ່ວນໃຫຍ່ຂຶ້ນຢູ່ກັບທັດສະນະຄະຕິຂອງທ່ານທີ່ເບິ່ງວຽກໃນປັດຈຸບັນຂອງທ່ານ (ອັນນີ້ ຜູ້ຂຽນຍັງບໍ່ແນ່ໃຈ ກ໋ອບປີເຂົາມາ).
- ຢ່າຄິດເລື້ອງຈຸກຈິກເລັກນ້ອຍ: ເອົາໃຈໃສ່ແຕ່ວັດຖຸປະສົງຫຼັກ, ກ່ອນທີ່ຈະເຂົ້າໄປວຸ້ນວາຍກັບເລື້ອງຈຸກຈິກທັງຫຼາຍ ກ່ອນທີ່ຈະເສຍການໃຫຍ່ກັບມັນ ຈົ່ງຖາມຕົວເອງວ່າ "ມັນສຳຄັນຫຍັງຊຳໃດ ?"
Sunday, May 14, 2017
5 ປະການ ຄິດໃຫຍ່ຊະນະໃນທຸກທາງ
ການຄິດໃຫ້ໃຫຍ່ຈະດີກວ່າການຄິດເລື້ອງເລັກນ້ອຍຈຸກຈິກ ແລະ ການຄິດໃຫຍ່ຈະນຳໄປສູ່ຄວາມໄຊຊະນະສະເໝີ
Subscribe to:
Post Comments (Atom)
ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ
ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...

-
ການຄິດໃຫ້ໃຫຍ່ຈະດີກວ່າການຄິດເລື້ອງເລັກນ້ອຍຈຸກຈິກ ແລະ ການຄິດໃຫຍ່ຈະນຳໄປສູ່ຄວາມໄຊຊະນະສະເໝີ ຢ່າມີປົມດ້ອຍ: ເອົາຊະນະຄວາມຮູ້ສຶກທີ່ດູຖູກຕົວເອ...
-
ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...
-
ຄົນຈໍານວນບໍ່ໜ້ອຍທີ່ບໍ່ປະສົບຄວາມສຳເລັດໃນຊີວິດ, ບາງຄົນກໍ່ບໍ່ມີຮອດເປົ້າໝາຍ ບາງຄົນມີເປົ້າໝາຍແລ້ວກໍ່ຕ້ອງປະຖິ້ມໄປລ້າໆ ແຕ່ທີ່ໜ້າເສຍດາຍກໍ່ຄືຄົນທີ່...
No comments:
Post a Comment