ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເຂົາເລົ່ານັ້ນ ນັ້ນກໍ່ຄືຄຸນສົມບັດ 8 ປະການດັ່ງນີ້:
- ຕື່ນນອນກ່ອນຕາເວັນຂຶ້ນ: ກໍ່ຄືຕື່ນແຕ່ເຊົ້າ ຄົນທີ່ປະສົບຄວາມສຳເລັດສ່ວນໃຫຍ່ຈະມັກຕື່ນແຕ່ເຊົ້າ ການທີ່ເຮົາຕື່ນແຕ່ເຊົ້າຈະເຮັດໃຫ້ສະໝອງປອດໂປ່ງ ມີຄວາມສາມາດໃນການຄິດຫຼາຍຂື້ນ, ມີເວລາໃນການເຮັດວຽກທີ່ຍັງຄ້າງຄາຫຼາຍ.
- ກ້າທີ່ຈະແຂ່ງຂັນ: ການແຂ່ງຂັນເປັນເລື້ອງທີ່ຫຼາຍຄົນຫຼີກລ້ຽງ ແຕ່ຄົນທີ່ະປະສົບຄວາມສຳເລັດເຂົາຖືວ່າມັນເປັນເລື້ອງທີ່ດີສະດ້ວຍຊ້ຳ ເຂົາຖືວ່າທຸກຢ່າງຢູ່ໃນໂລກນີ້ມັນມັນຈະຕ້ອງມີການແຂ່ງຂັນເພື່ອຄວາມຢູ່ລອດ, ມີການແຂ່ງຂັ້ນຈຶ່ງມີການປັບຕົວໃຫ້ແຂງແກ່ນຍິ່ງໆຂຶ້ນໄປເລື້ອຍໆ.
- ເລືອກທີ່ຈະຜ່ອນຄາຍບາງໂອກາດທີ່ບໍ່ມີຜົນເສຍກັບວຽກ: ຄົນທີ່ປະສົບຄວາມສຳເລັດຈະບໍ່ໝົກໝຸ້ນຢູ່ແຕ່ກັບວຽກພຽງແຕ່ຢ່າງດຽວຈົນເສຍຄວາມສຸກໃຫ້ກັບຕົນເອງ ເຂົາຈະຈັດສັນເວລາໃຫ້ຕົນເອງເຮັດວຽກຢ່າງມີປະສິດທິພາບ ແລະ ພ້ອມດຽວກັນກໍ່ຍັງມີເວລາພັກຜ່ອນສະຫງົບສະຕິອາລົມ, ມີເວລາໃຫ້ກັບຄົນຮັກ ແລະ ຄອບຄົວ.
- ຮຽນຮູ້ທີ່ຈະຊົດເຊີຍຈຸດອ່ອນຂອງຕົນເອງ: ຄົນທີ່ປະສົບຄວາມສຳເລັດເຂົາຈະມີການປະເມີນຕົນເອງຢູ່ສະເໝີ ວ່າເຂົາມີຈຸດອ່ອນດ້ານໃດ, ມີວິທີການໃດທີ່ຈະເຮັດໃຫ້ເຂົາໄດ້ພັດທະນາຄວາມສະມາດ ແລະ ທັກສະໃຫ້ຕົນເອງແຂງແກ່ນຍິ່ງຂຶ້ນ ໂດຍການເຂົ້າຮ່ວມສຳມະນາເລື່ອງທີ່ສົນໃຈ, ອ່ານປື້ມ, ສົນທະນາກັບຜູ້ມີຄວາມຮູ້ໃນດ້ານນັ້ນໆ...
- ພວກເຂົາເປັນຄົນໃຈກວ້າງ: ຄົນປະສົບຄວາມສຳເລັດຈະມັກເປັນຄົນໃຈກວ້າງ ແລະ ຮູ້ຈັກການໃຫ້ຢູ່ສະເໝີ ດັ່ງຈະເຫັນເສດຖີຫຼາຍຄົນມັກຈະມີການບໍລິຈາກການກຸສົນ, ເພື່ອສັງຄົມ ເພື່ອຄົນຈຳນວນຫຼາຍ ການເຫັນຄຸນຄ່າຂອງການໃຫ້ ຍິ່ງຈະມີຄຸນຄ່າຫຼາຍກວ່າການໄດ້ຮັບ.
- ພວກເຂົາມີການປະຕິເສດ: ພວກເຂົາເຫຼົານັ້ນຈະບໍ່ເຫັນດີໄປໝົດທຸກຢ່າງ ຫຼື ເຫັນດີໄປກັບທຸກຄົນທີ່ມີຂໍ້ສະເໜີຕໍ່ເຂົາ ພວກເຂົາຈະເລືອກເຮັດແຕ່ວຽກທີ່ມີຄວາມສຳຄັນ ແລະ ເລືອກທີ່ຈະປະຕິເສດ ຫຼື ໂຍນຖິ້ມສິ່ງທີ່ເປັນຂີ້ເຫຍື້ອຕໍ່ກັບຊີວິດຈິດໃຈຂອງພວກເຂົາ ເພື່ອໃຫ້ເຂົາໄດ້ມີເວລາໄດ້ຄົ້ນຄິດ ແລະ ກະທຳກັບເປົ້າໝາຍຫຼັກຂອງເຂົາຫຼາຍຂຶ້ນ.
- ພວກເຂົາບໍ່ເສຍເວລາໄປກັບການຕັດສິນໃຈເລື້ອງເລັກໆນ້ອຍໆ: ການລຳລິລຳໄລນຳເລື້ອງເລັກໆນ້ອຍໆ ມັນເຮັດໃຫ້ເຮົາເສຍເວລາທີ່ຈະໄປຄິດການໃຫຍ່ ຕົວຢ່າງວ່າເຮົາຈະໄປການຕອນເຊົ້າແຕ່ມາເສຍເວລານຳການເລືອກເຄື່ອງນຸ່ງວ່າຈະເລືອກເສື້ອແບບໃດ ຫຼື ເລືອກສີໃດໃຫ້ເຂົ້າກັບວັນ, ຕະຫຼອດຮອດສົ້ງ, ຮອດຖົງຕີນ ເຫັນວ່າເຮົາຈະເສຍເວລາໂດຍເປົ່າປະໂຫຍດ ສະນັ້ນ, ຄົນທີ່ເຂົາປະສົບຄວາມສຳເລັດ ເຂົາຈະຫຼີກລ້ຽງ ໂດຍການຊື້ເຄື່ອງນຸ່ງແບບດຽວກັນໝົດ ເພື່ອບໍ່ໃຫ້ເສຍເວລາໄປກັບເລື້ອງເລັກນ້ອຍໂດຍເປົ່າປະໂຫຍດເຫຼົ່ານີ້.
- ພວກເຂົາໃຊ້ຊີວິດສ່ວນຕົວໂດຍແຍກອອກມາຈາກເລື່ອງທຸລະກິດຂອງຕົນເອງ: ການສຸມເວລາເຮັດວຽກໜັກຕະຫຼອດວັນ, ອາທິດ, ເດືອນ, ປີ ກັບສິ່ງເດີມໆ ມັນຍິ່ງເຮັດໃຫ້ທໍ້ຖອຍເມື່ອຍລ້າໄດ້ງ່າຍ ສະນັ້ນທາງອອກຂອງຄົນທີ່ປະສົບຄວາມສຳເລັດກໍ່ຄື ພວກເຂົາຈະມີເວລາໃຫ້ກັບຕົນເອງຜ່ອນຄາຍໂດຍການເອົາເວລາສ່ວນຕົວເຫຼົ່ານັ້ນເຮັດກິດຈະກຳບາງຢ່າງໃຫ້ລືມວຽກງານນັ້ນລົງ ກໍ່ຄືການບໍ່ກ່ຽວຂ້ອງກັບເລື່ອງວຽກທີ່ຕົນເອງເຮັດນັ້ນ ເພື່ອໃຫ້ສະໝອງໄດ້ພັກຜ່ອນຈາກເລື້ອງເດີມໆ.
No comments:
Post a Comment