Sunday, July 16, 2017

ຄຸນສົມບັດ 3 ປະການທີ່ຄວນມີປະຈຳຕົວໃນຍຸກນີ້


ໃນຍຸກທີ່ມີການແຂ່ງຂັນສູງບໍ່ວ່າທາງດ້ານເສດຖະກິດກໍ່ຄືການທຳມາຫາກິນຂອງຄົນເຮົາໃນຍຸກນີ້ ນອກຈາກຈະຕ້ອງໄດ້ມີການສຶກສາຮ່ຳຮຽນມີຄວາມຮູ້ຄວາມສາມາດ ມີວິຊາສະເພາະຕິດຕົວແລ້ວຍັງບໍ່ພໍ ຍັງຈະຕ້ອງມີຄຸນສົບບັດປະຈຳຕົວພິເສດດ້ານອື່ນໄວ້ທຳມາຫາກິນຫາລ້ຽງຊີບໃນຊີວິດປະຈຳວັນ ເວົ້າງ່າຍໆກໍ່ຄືທັກສະການເອົາຕົວລອດ ເຊິ່ງທັກສະສຳຄັນທີ່ຈຳເປັນທີ່ຄວນມີໄວ້ຕິດຕົວຂອງສັງຄົມໃນຍຸກນີ້ນັ້ນກໍ່ຄື: 3 ທັກສະ ດັ່ງລຸ່ມນີ້: 



1. ທັກສະດ້ານຄວາມຄິດສ້າງສັນ
ການມີຄວາມຄິດສ້າງສັນເປັນສິ່ງສຳຄັນເພາະມັນຄືສິ່ງທີ່ເຮັດໃຫ້ເຮົາໂດດເດັ່ນໄດ້, ການທີ່ເປັນຄົນຊ່າງຄິດຄົ້ນ ຊ່າງປະດິດ ປັບແຕ່ງສ້າງສັນເອົາສິ່ງທີ່ມີໃນຕົວເຮົາອອກມານຳໃຊ້ໃຫ້ເກີດປະໂຫຍດກັບຄົນອື່ນນັບວ່າເປັນສິ່ງທີ່ດີ, ຄິດຄົ້ນໃນສິ່ງທີ່ຄົນອື່ນຄາດບໍ່ເຖິງວ່າຈະເປັນໄປໄດ້, ອັນທີ່ຈິ່ງມັນບໍ່ໄດ້ເປັນເລື່ອງຍາກຫຼາຍພໍປານໃດກໍ່ໄດ້ ຍົກຕົວຢ່າງວ່າ ມີບາງຄົນກໍ່ເອົາສິ່ງທີ່ມັນໄຮ້ສາລະມາປຸງແຕ່ງໃຫ້ຄົນທັງຫຼາຍມານິຍົມຊົບຊອບຈົນສ້າງລາຍໄດ້ເປັນກອບເປັນກຳໃຫ້ໂຕເອງລວຍວັນລວຍຄືນໄປກໍ່ມີຫຼາຍຄົນມາແລ້ວ ຂໍພຽງແຕ່ມີເສັ້ງທາງ ແລະ ເວທີໃຫ້ເຮົາໄດ້ສະແດງຄວາມຮູ້, ຄວາມສາມາດ, ຄວາມຄິດສ້າງສັນຂອງເຮົາໄດ້ທຸກເວລາໂດຍສະເພາະແມ່ນໃນຍຸກປັດຈຸບັນ ໂລກອອນລາຍ ເຮົາສາມາດມີຫຼາຍຊ່ອງທາງໄດ້ເຮັດໃຫ້ເຮົາສະແດງຕົວຕົນຂອງເຮົາອອກມາດ້ວຍຫຼາກຫຼາຍຊ່ອງທາງ ແລະ ຫຼາຍວິທີ. ເຊື່ອວ່າທຸກຄົນມີຄວາມຄິດສ້າງສັນຕິດຕົວມາທຸກຄົນ ຕ່າງແຕ່ວ່າຈະນຳມັນອອກມາໃຊ້ໃຫ້ເກີດປະໂຫຍດຫຼືບໍ່ ຄິດອອກມາແລ້ວກໍ່ຕ້ອງລົງມືກະທຳກັບມັນ, ສ້າງແຜນການພັດທະນາຕໍ່ຍອດກັບມັນໃຫ້ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນຮູບເປັນຮ່າງຂື້ນມາ.

2. ທັກສະດ້ານການສື່ສານ
ການສື່ສານເປັນສິ່ງຈຳເປັນອີກໜຶ່ງຢ່າງທີ່ຄວນມີ ຖ້າຫາກມີການສື່ສານທີ່ດີກໍ່ຈະເປັນຂໍກຸນແຈໄປສູ່ຄວາມສຳເລັດໄດ້ໂດຍໄວ, ຖ້າຫາກສື່ສານບໍ່ໄດ້ດີ ເຖິງຈະມີຄວາມຮູ້, ມີການສຶກສາສູງສູງ ກໍ່ຈະປະສົບຄວາມສໍາເລັດໄດ້ຍາກ. ນອກນັ້ນ, ການສື່ສານທີ່ດີສາມາດຝຶກຝົນເອົາໄດ້ ການພັດທະນາທັກສະທາງພາສາຕ່າງປະເທດໃຫ້ສື່ສານແລກປ່ຽນຂໍ້ມູນ ຫຼື ເຈລະຈາຕໍ່ລອງ ເອົາເລື້ອງຍາກມາເປັນເລື້ອງງ່າຍໃຫ້ຄົນອື່ນເຂົ້າໃຈງ່າຍ, ຄົນໃນຍຸກປະຈຸບັນເປັນຍຸກແຫ່ງຄວາມວ່ອງໄວ ສະນັ້ນຄົນສ່ວນຫຼາຍຈະເຮັດຫຍັງກໍ່ຕ້ອງການຄວາມສະດວກວ່ອງໄວ ບໍ່ຢາກເສຍເວລາໄປກັບການອ່ານເລື້ອງທີ່ມີສາລະຍາວໆເພື່ອການຊອກຫາຄຳຕອບ, ສະນັ້ນ, ມັນຈຶ່ງເປັນການເປີດໂອກາດອັນດີໃຫ້ຄົນມີທັກສະດ້ານການສື່ສານທີ່ດີໄດ້ມີໂອກາດສະແດງບົດບາດ ຖ້າເປັນຄົນມັກການອ່ານ ຊອກຫາຂໍ້ມູນຂ່າວສານມາສະຫຼຸບຫຍໍ້ໃຫ້ຄົນອື່ນ ເຮັດໃຫ້ມັນກະທັດຮັດງ່າຍຕໍ່ຄວາມເຂົ້າໃຈ ເວົ້າອີກແບບກໍ່ຄື ການເປັນນັກຍ່ອຍຂໍ້ມູນ ຫຼື ມີຄຳສັບທີ່ເກີດຂື້ນມາໃໝ່ກໍ່ຄື: ເປັນນັກທຸລະກິດຂາຍຄວາມຮູ້ (Inforpreneur) ແລະ ຖ້າເປັນຄົນຊ່າງປາກຊ່າງເວົ້າ, ມັກເລົ່າເລື່ອງນີ້ເລື້ອງນັ້ນໃຫ້ຄົນອື່ນຟັງ ກໍ່ສ້າງຕົວເອງໃຫ້ເປັນນັກບັນຍາຍໂດຍຊອກເລື່ອງທີ່ຄົນສົນໃຈມາບັນຍາຍໃຫ້ມີປະໂຫຍດຕໍ່ຄົນອື່ນແລ້ວໂອກາດທາງອາຊີບກໍ່ຄືທາງການເງິນກໍ່ຈະຕາມມາ.
   
 3. ແຮງບັນດານໃຈ
ຍຸກປະຈຸບັນເປັນຍຸກທີ່ມີການແຂ່ງຂັນສູງ, ມີຄວາມກົດດັນ, ຄົນເຮົາມີນິໄສເບື່ອໜ່າຍໄວ, ໂລກ ແລະ ສັງຄົມມີຄວາມວຸ້ນວາຍ, ມີຫຼາຍສິ່ງຫຼາຍຢ່າງທີ່ເຮັດໃຫ້ເຮົາຕ້ອງໄດ້ຄິດນຳ ແລະ ມີສ່ວນກ່ຽວພັນກັບມັນ ຈຶ່ງເປັນເຫດໃຫ້ເຮົາຕ້ອງທໍ້ໃຈຢູ່ເລື້ອຍໆ ການທີ່ເປັນຄົນມີຄວາມຄິດໃນການສ້າງແຮງບັນດານໃຈຈຶ່ງນັບວ່າເປັນເລື້ອງດີ ບໍ່ພຽງແຕ່ເຊີດຊູໃຫ້ຕົນເອງເຂັ້ມແຂງສູ້ກັບອຸປະສັກຕໍ່ໄປເທົ່ານັ້ນ ແລ້ວຍັງສາມາດສ້າງແຮງບັນດານໃຈໃຫ້ຄົນອື່ນອີກ ບໍ່ສະເພາະຄົນໃກ້ຕົວ ຍາດມິດເທົ່ານັ້ນ ຖ້າເຮົາຫາກເປັນຄົນສ້າງແຮງບັນດານໃຈໃຫ້ຄົນຈຳນວນຫຼາຍໄດ້ມັນກໍ່ສາມາດສ້າງອາຊີບໃຫ້ເຮົາໄດ້ຄືກັນ ເປັນຕົ້ນແມ່ນ: ການເປັນນັກເວົ້າ ນັກບັນຍາຍສ້າງແຮງບັນດານໃຈ ຫຼື ການເປັນນັກຂຽນ ຂຽນໜັງສືສ້າງແຮງບັນດານໃຈ...

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...