ໃນຍຸກປັດຈຸບັນເປັນຍຸກໂລກາພິວັດ ຂໍ້ມູນຂ່າວສານ, ຄວາມຮູ້, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ກ້າວກະໂດດ ເນື່ອງຈາກສະພາບເອື້ອຍອຳນວຍທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ວ່ອງໄວທັນຍຸກທັນເຫດການ. ເວົ້າສະເພາະດ້ານການສຶກສາຖ້າຈະມີ ການຮຽນ-ການສອນທີ່ໃຊ້ແບບການຈົດກ່າຍ, ການທ່ອງທິດສະດີທີ່ຍືດຍາວ, ການຮຽນແຕ່ຈາກປື້ມຫົວດຽວ ຫຼື ຈາກຄູສອນຄົນດຽວ, ຮຽນຢູ່ແຕ່ໃນຫ້ອງຮຽນໂດຍປາສະຈາກຄວາມຮູ້ພາຍນອກນັ້ນເຫັນວ່ານໍາໄປໃຊ້ປະໂຫຍດໄດ້ໜ້ອຍ ຫຼື ບໍ່ມີຜົນຕໍ່ການປະກອບອາຊີບໄດ້ເທົ່າທີ່ຄວນ ເຮັດໃຫ້ຜູ້ຮຽນຂາດທັກສະຄວາມເປັນມືອາຊີບ. ໃນຊ່ວງສອງສາມທົດສະຫວັດທີ່ຜ່ານມານີ້ຢູ່ໃນຫຼາຍໆປະເທດທີ່ຈະເລີນແມ່ນເພີ່ນນິຍົມນຳໃຊ້ຫຼັກການສຶກສາແບບ STEM (STEM Education) ເຊິ່ງເຫັນວ່າໄດ້ຮັບຄວາມປະສົບຜົນສຳເລັດເປັນຢ່າງດີ. ສະນັ້ນ, ຈຶ່ງເຫັນວ່າຄວນຈະນໍາເອົາລະບົບດັ່ງກ່າວມາປະຍຸກໃຊ້ໃນການສຶກສາຂອງປະເທດເຮົາໃຫ້ນັບມື້ນັບດີຂື້ນ.
ຈຸດເລິ່ມຕົ້ນຂອງແນວຄິດການສຶກສາແບບສະເຕັມ ແມ່ນມາຈາກປະເທດສະຫະລັດອາເມລິກາ ທີ່ໄດ້ປະສົບບັນຫາເລື່ອງຜົນການທົດສອບການຮຽນຂອງນັກຮຽນພາຍໃນປະເທດທີ່ເຫັນວ່າມີລະດັບຕ່ຳກວ່າຫຼາຍປະເທດ ແລະ ສົ່ງຜົນຕໍ່ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ວິສະວະກຳ. ດັ່ງນັ້ນ, ລັດຖະບານຈິ່ງມີນະໂຍບາຍສົ່ງເສີມການສຶກສາໂດຍພັດທະນາ STEM Education ຂຶ້ນມາເພື່ອຫວັງຈະຊ່ວຍການຍົກລະດັບ ການທົດສອບດ້ານຄະນິດວິທະຍາສາດລະດັບສາກົນ ໃຫ້ສູງຂຶ້ນ ແລະ ຈະເປັນແນວທາງໜຶ່ງໃນການສົ່ງເສີມທັກສະທີ່ຈໍາເປັນສຳລັບຜູ້ຮຽນໃນສັດຕະວັດທີ 21 ເຊັ່ນ:ຜູ້ຮຽນສາມາດເຂົ້າໃຈເນື້ອໃນ, ສາມາດພັດທະນາທັກສະການຄິດ ໂດຍສະເພາະການຄິດຂັ້ນສູງ, ການຄິດວິເຄາະ (Critical Thinking), ການຄິດສ້າງສັນ (Creative Thinking) ແລະ ມີທັກສະການເຮັດວຽກດ້ານການເຮັດວຽກເປັນທີມ ແລະ ການສື່ສານທີ່ມີປະສິດທິພາບ.
- Science: ເປັນວິຊາທີ່ສຶກສາກ່ຽວກັບປະກົດການຕ່າງໆທາງທໍາມະຊາດ, ໂດຍການອາໄສຂະບວນການສະແຫວງຫາຄວາມຮູ້ ແລະ ຂໍ້ເທັດຈິງ.
- Technology: ເປັນວິຊາວ່າດ້ວຍຂະບວນການເຮັດວຽກທີ່ມີການປະຍຸກນໍາໃຊ້ວິທະຍາສາດສາຂາອື່ນໆ ທີ່ກ່ຽວຂ້ອງມານໍາໃຊ້ໃນການແກ້ໄຂບັນຫາ, ປັບປຸງ ຫຼື ພັດທະນາສິ່ງຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການ ຫຼື ຄວາມຈໍາເປັນຂອງມະນຸດ
- Engineering: ເປັນວິຊາທີ່ກ່ຽວຂ້ອງກັບການສ້າງສັນນະວັດຕະກຳ ຫຼື ສ້າງສິ່ງຕ່າງໆ ເພື່ອມາອໍານວຍຄວາມສະດວກຂອງມະນຸດ ໂດຍອາໄສຄວາມຮູ້ດ້ານວິທະຍາສາດ, ຄະນິດສາດ ແລະ ຂະບວນການທາງເຕັກໂນໂລຊີ ມາປະຍຸກໃຊ້ ເພື່ອສ້າງສັນຊິ້ນງານຕ່າງໆ.
- Mathematics: ເປັນວິຊາທີ່ວ່າດ້ວຍການສຶກສາກ່ຽວກັບການຄໍານວນ ຫຼື ຄິດໄລ່ ເຊິ່ງເປັນພື້ນຖານສໍາຄັນໃນການສຶກສາ ແລະ ຕໍ່ຍອດວິຊາທາງວິສະວະກຳ ແລະ ອື່ນໆ.
ດັ່ງນັ້ນ, ການສຶກສາແບບ STEM ຈຶ່ງໝາຍເຖິງອົງຄວາມຮູ້ ວິຊາການຂອງສາດທັງສີ່ສາຂາທີ່ມີຄວາມເຊື່ອມໂຍງກັນໃນໂລກຂອງຄວາມເປັນຈິງທີ່ຕ້ອງອາໄສອົງຄວາມຮູ້ຕ່າງໆມາບູລະນາການເຂົ້າດ້ວຍກັນໃນການດຳເນີນຊີວິດ ແລະ ການເຮັດວຽກ, ເປັນແນວທາງການຈັດການສຶກສາໂດຍເນັ້ນການນຳຄວາມຮູ້ໄປໃຊ້ໃນການແກ້ໄຂບັນຫາໃນຊີວິດຈິງ ລວມທັງການພັດທະນາຂະບວນການ ຫຼື ຜົນຜະລິດໃໝ່ທີ່ເປັນປະໂຫຍດໃນການເຮັດວຽກ ແລະ ການດຳເນີນຊີວິດຕົວຈິງ.
ຫຼັກການສຶກສາແບບ STEM ສາມາດປະຍຸກໃຊ້ເຂົ້າໃນການຮຽນ-ການສອນນັບຕັ້ງແຕ່ຂັ້ນອະນຸບານຈົນເຖິງລະດັບວິຊາຊີບ ແລະ ມະຫາວິທະຍາໄລ. ໂດຍການຮຽນ-ການສອນແບບເອົານັກຮຽນເປັນໃຈກາງໃນການປະຕິບັດເຊິ່ງອາຈານເປັນຜູ້ແນະນຳ, ອາຈານຕ້ອງຮູ້ຖອດເອົາປະເດັນທີ່ສຳຄັນທີ່ຈະເປັນປະໂຫຍດ ແລະ ໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນມາເປັນໂຈດບັນຫາໃຫ້ນັກຮຽນສົນທະນາ ຫຼືຫາທາງແກ້ໄຂບັນຫາ ແລະ ນອກນັ້ນຍັງສາມາດທີ່ຈະເຊີນເອົາບັນດາຜູ້ຊ່ຽວຊານຈາກຫຼາກຫຼາຍສາຂາອາຊີບມາຖ່າຍທອດຄວາມຮູ້, ເຕັກນິກ ແລະ ວິທີການຕ່າງໆ ເພື່ອຈັດຕັ້ງການຮຽນໂດຍຜ່ານການເຮັດກິດຈະກໍາໃຫ້ນັກຮຽນຕາມຄວາມເປັນໄປໄດ້. ນອກນັ້ນ, ຜູ້ຮຽນຍັງສາມາດຮຽນຈາກສື່ດ້ານຕ່າງໆ ເປັນຕົ້ນແມ່ນ ທາງອິນເຕີເນັດ, ຄລິບວິດີໂອຕ່າງໆ, ຮຽນຈາກຄົນໃນຄອບຄົວ, ຮຽນນໍາໝູ່ເພື່ອນ ແລະ ຮຽນນໍາຄົນໃນສາຂາອາຊີບຕ່າງໆໃນສັງຄົມ.
ເວົ້າລວມແລ້ວ, ການສຶກສາແບບ STEM ຈຶ່ງບໍ່ແມ່ນເລື່ອງໃໝ່ ແຕ່ເປັນການຕໍ່ຍອດຫຼັກສູດໂດຍການບຸລານາການການຮຽນຮູ້ດ້ານວິທະຍາສາດ, ຄະນິດສາດ, ເຕັກໂນໂລຊີ ແລະ ຂະບວນການທາງວິສະວະກໍາສາດ ເພື່ອເນັ້ນການນໍາຄວາມຮູ້ໄປໃຊ້ການແກ້ໄຂບັນຫາໃນການດໍາເນີນຊີວິດ ລວມທັັງຄວາມສາມາດພັດທະນາຂະບວນການ ຫຼື ຜົນຜະລິດໃໝ່ທີ່ເປັນປະໂຫຍດຕໍ່ການດຳເນີນຊີວິດ ແລະ ການປະກອບອາຊີບໃນອະນາຄົດ ອີກທັງວິຊາທັງ 4 ເປັນວິຊາທີ່ມີຄວາມສໍາຄັນຫຼາຍຕໍ່ການເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດ, ການພັດທະນາຄຸນນະພາບຊີວິດ ແລະ ຄວາມໝັ້ນຄົງຂອງປະເທດ ຊຶ່ງລ້ວນແຕ່ເປັນວິຊາທີ່ສົ່ງເສີມໃຫ້ຜູ້ຮຽນ ໄດ້ມີຄວາມຮູ້ຄວາມສາມາດທີ່ຈະດຳລົງຊີວິດໄດ້ຢ່າງມີຄວາມສຸກ ໃນຍຸກປັດຈຸບັນ.
No comments:
Post a Comment