Sunday, June 11, 2017

ເຫດຜົນຂອງການດຳລົງຊີວິດຢູ່ ຕາມແບບ Ikigai

ການທີ່ເຮັດໃຫ້ເຮົາເບື່ອຊີວິດຂອງເຮົາຢູ່ເລື້ອຍໆ ບໍ່ວ່າຈະເປັນການຜິດຫວັງ ຫຼື ບໍ່ພໍໃຈໃນເລື້ອງຕ່າງໆເປັນຕົ້ນວ່າ: ການຂີ້ຄ້ານເຮັດວຽກ, ເບື່ອວຽກທີ່ເຮັດ, ເບື່ອເພື່ອນຮ່ວມງານ, ເບື່ອຫົວໜ້າ,  ເບື່ອລະບົບອົງກອນທີ່ບໍ່ມີຄວາມຍຸດຕິທຳ, ເບື່ອການເອົາລັດເອົາປຽບຂອງຄົນໃນສັງຄົມ, ບໍ່ພໍໃຈໃນລາຍໄດ້ທີ່ບໍ່ພໍໃນການດຳເນີນຊີວິດ, ຄວາມທຸກໃຈທີ່ຖືກຄົນອື່ນເອົາປຽບ ແລະ ອື່ນໆ ນັ້ນກໍ່ຍ້ອນວ່າເຮົາບໍ່ເຫັນພາບລວມຂອງອົງປະກອບ ທີ່ເອີ້ນວ່າ ເຫດຜົນຂອງການດຳລົງຊີວິດຢູ່ຫຼື Ikigai (生き甲斐) ເຊິ່ງລະບົບດັ່ງກ່າວແມ່ນຖືກຄົ້ນພົບຢູ່ເມືອງໂອກີນາວາປະເທດຍີ່ປຸ່ນ ທີ່ການຄົ້ນພົບ ແລະ ເຂົ້າໃຈເຖິງລະບົບນີ້ເອງທີ່ເຮັດໃຫ້ຄົນໂອກີນາວາ ສ່ວນຫຼາຍມີອາຍຸຍືນເຖິງ 100 ປີ.
ລະບົບ Ikigai ໜ້າຈະເປັນຄຳທີ່ເໝາະສົມກັບຄົນໃນຍຸກສັງຄົມປັດຈຸບັນ ທີ່ເປັນສັງຄົມກະຫາຍແຮງບັນດານໃຈໃນການເຮັດວຽກ ແລະ ການໃຊ້ຊີວິດ, ສັງຄົມທີ່ຊອກສະແຫວງຫາເຫດຜົນທຸກຢ່າງທີ່ເຮົາເຮັດ ແມ້ກະທັ້ງເຫດຜົນທີ່ເຮົາຂີ້ຄ້ານ, ເຫດຜົນທີ່ຢາກອອກຈາກວຽກໄປຈົນເຖິງເຫດຜົນທີ່ເຮົາຢາກດຳເນີນຊີວິດຢ່າງມີອິດສະຫຼະ.

ໃນແຜນພາບຂ້າງເທິງ ມັນໄດ້ອະທິບາຍເຖິງອົງປະກອບ ຂອງ ລະບົບ Ikigai ໄວ້ຢ່າງຊານສະຫຼາດ ແລະ ປານີດ ໃຫ້ເຮົາພໍມີສະຕິຮັບຮູ້ວ່າຫາກເຮົາຈະມີ ເຫດຜົນຂອງການດຳລົງຊີວິດຢູ່ ໃນຊີວິດນີ້ ມັນຕ້ອງມີເຫດຜົນ 4 ຢ່າງເຫຼົ່ານີ້ປະກອບກັນນັ້ນກໍ່ຄື:
1.     ການໄດ້ເຮັດໃນສິ່ງທີ່ເຮົາມັກ
2.    ເປັນສິ່ງທີ່ເຮົາຖະໜັດ (ຄວາມສາມາດ)
3.    ເປັນສິ່ງທີ່ຕ້ອງການຂອງຄົນໃນສັງຄົມ (ແກ້ໄຂບັນຫາໃຫ້ຄົນອື່ນ)
4.    ສິ່ງທີ່ມີຄຸນຄ່າພໍທີ່ຈະໃຫ້ຄົນອື່ນຍອມຈ່າຍເງິນເພື່ອແລກກັບມັນ.
ໃນທາງປະຕິບັດກໍ່ຄືຕ້ອງມີ 4 ຢ່າງເຫຼົ່ານີ້:
1.     Passion (ຄວາມຫຼົງໄຫຼ) ຄື: ຄືສິ່ງທີ່ເຮົາເຮັດໄດ້ດີ ແລະ ມີຄວາມສຸກທີ່ໄດ້ເຮັດ.
2.    Mission (ພາລະກິດ) ກໍ່ຄືການໃຊ້ຄວາມພຽນພະຍາຍາມ, ສຸມຈິດສຸມໃຈຕັ້ງໝັ້ນນ່ຽວແນ່, ມີອຸດົມການ, ເຮັດເພື່ອສັງຄົມ, ເຮັດເພື່ອຄົນອື່ນ.
3.    Vocation (ຄວາມມີສີມື): ເປັນວຽກທີ່ເຮັດດ້ວຍທັກສະສີມີ, ອອກເຫື່ອອອກແຮງ, ເບິ່ງເຫັນເປັນຮູບປະທໍາ, ຈັບຕ້ອງບາຍໄດ້, ເປັນສິ່ງທີ່ນໍາໃຊ້ໄດ້ຈິງໃນຊີວິດປະຈໍາວັນ, ມີປະໂຫຍດ, ນໍາໄປຂາຍໄດ້ ບໍ່ວ່າຈະເປັນຜົນຜະລິດ ຫຼື ຮູບແບບການບໍລິການອື່ນໆ.
4.    Profession (ຄວາມເປັນມືອາຊີບ): ກໍ່ຄືການມີຄວາມຮູ້, ການມີຫຼັກວິຊາການທີ່ສ້າງຄວາມເປັນມືອາຊີບ, ມີສິ່ງທີ່ຢັ້ງຢືນອ້າງອີງ ຫຼື ສະເເດງເຖິງມາດຕະຖານຂອງການປະກອບອາຊີບນັ້ນໆ ເຮັດໃຫ້ຄົນອື່ນຍອມຮັບໄດ້ ແລະ ຍອມຈ້າງ ຫຼື ຈ່າຍເງິນເພື່ອແລກກັບການໃຫ້ບໍລິການນັ້ນ.
 ຖ້າເຮົາຫາອົງປະກອບ 4 ຢ່າງນີ້ພົບເຮົາກໍ່ຈະຄົ້ນພົບ Ikigai ຂອງຊີວິດເຮົາ ແລະ ກໍ່ຈະອີ່ມເອີບໃຈໄດ້ວ່າ ມັນເປັນເຫດຜົນທີ່ເຮັດໃຫ້ເຮົາຕື່ນນອນຕອນເຊົ້າເພື່ອມາດຳເນີນຊີວິດຢູ່ຕໍ່ໄດ້ຈົນເຖິງອາຍຸ 70, 80, 90 ຫຼື 100 ປີ ກໍ່ເປັນໄດ້.
ແຕ່ຂ້າພະເຈົ້າບໍ່ໄດ້ສົນໃຈໃນພື້ນທີ່ສີຂຽວໆໃຈກາງຂອງແຜນພາບນີ້ທີ່ຂຽນວ່າ Ikigai ພໍປານໃດ ແຕ່ສິ່ງທີ່ສົນໃຈກໍ່ຄືພື້ນທີ່ສາມລ່ຽມນ້ອຍ 4 ອັນທີ່ຢູ່ອ້ອມຮອບມັນຫຼາຍກວ່າ ເພາະ 3 ລ່ຽມ 4 ອັນຕັ້ງຫາກທີ່ເປັນປັດໃຈເຮັດໃຫ້ເຮົາເຫັນເຫດຜົນທີ່ເຮັດໃຫ້ເຮົາບໍ່ຢາກດຳລົງຊີວິດຢູ່ໃນຈຸດທີ່ເຮົາເປັນຢູ່ໃນປັດຈຸບັນ ເຊິ່ງນັ້ນກໍ່ຄືເຫດຜົນທີ່ເຮັດໃຫ້ເຮົາເຮັດວຽກ ຫຼື ໃຊ້ຊີວິດ ຢ່າງ ບໍ່ມີຄວາມສຸກຫຼື ທຸກທໍລະມານ.
ສະພາວະທັງ 4 ຢ່າງນັ້ນກໍ່ຄື:
1.     ສະພາວະກະເປົາແຫ້ງ: ຄືການມີຄວາມສຸກກັບສິ່ງທີ່ເຮັດ ແຕ່ຂາດຄວາມໝັ້ນຄົງທາງຖານະທາງການເງິນ ເນື່ອງຈາກວຽກທີ່ເຮັດຢູ່ ບໍ່ສາມາດປ່ຽນແປງເປັນລາຍຮັບໄດ້ ເໝືອນພວກທີ່ມັກເຮັດກິດຈະກໍາໃນຍາມຫວ້າງແຕ່ພັດຂາຍບໍ່ໄດ້, ຂາຍບໍ່ອອກ ຫຼື ເຖິງໄດ້ກໍ່ໄດ້ໜ້ອຍເຊິ່ງບໍ່ພຽງພໍລ້ຽງຊີວິດໃຫ້ຢູ່ລອດໄດ້.
2.    ສະພາວະກ້ຳກືນຝຶນທົນ: ຄືການຕື່ນເຕັ້ນກັບສິ່ງທີ່ເຮັດ ພໍມີລາຍໄດ້ ແຕ່ກັບຂາດຄວາມໝັ້ນຄົງ ເພາະສິ່ງທີ່ເຮັດຢູ່ນັ້ນ ເຮົາບໍ່ມີຄວາມຊ່ຽວຊານພຽງພໍ ເໝືອນພວກທີ່ຈົບການຕະຫຼາດ, ລັດຖະສາດ ຫຼື ສາຍສັງຄົມ ແລ້ວໄປເຮັດວຽກໃນການບໍລິຫານທົ່ວໄປ ພໍລະບົບຫຼົ້ມ ຫຼື ລະບົບມີການປ່ຽນແປງເຮົາກໍ່ຄອຍຫຼົ້ມໄປນຳລະບົບ ເພາະບໍ່ມີຄວາມສາມາດແລະ ທັກສະໃດຕິດຕົວເປັນຮູບປະທຳທີ່ພໍເປັນຕົວເປັນຕົນໃຫ້ໄດ້ເອົາໄປສ້າງລາຍໄດ້ອັນໃໝ່ໄດ້.
3.    ສະພາວະຂາດພະລັງ: ຄືການມີຊີວິດທີ່ເບິ່ງຄືຈະຕອບໂຈດທຸກຢ່າງ ໃຊ້ຊີວິດໄດ້ຢ່າງສະບາຍ ແຕ່ກັບຮູ້ສຶກວ່າ ຊີວິດບໍ່ມີຄວາມໝາຍຫຍັງເນື່ອງຈາກເຮົາບໍ່ໄດ້ຮັກໃນສິ່ງທີ່ເຮົາເຮັດ ເໝືອນນັກກວດສອບບັນຊີ, ທະນາຍຄວມ ຫຼື ນັກອອກແບບ ພວກນີ້ລາຍໄດ້ດີ ແຕ່ຂ້າງໃນມັນບໍ່ເຕັມ.
4.    ສະພາວະບໍ່ມີຕົວຕົນ: ຄືການໄດ້ເຮັດໃນສິ່ງທີ່ຕົນເອງຮັກ, ເບິ່ງຄືຈະພໍໃຈໃນຈຸດທີ່ຕົນເອງເປັນຢູ່ ແຕ່ກັບຮູ້ສຶກວ່າສິ່ງທີ່ທຸ້ມເທກັບບໍ່ມີປະໂຫຍດຕໍ່ຄົນຮອບຕົວ ແລະ ໂລກໃບນີ້ພໍເທົ່າໃດ.

Ikigai ມີຄວາມໝາຍໃກ້ຄຽງກັບເປົ້າໝາຍຊີວິດ ແຕ່ແຕກຕ່າງບ່ອນທີ່ວ່າ Ikigai ບໍ່ມີວັນທີ່ຈະສິ້ນສຸດ ອາດຈະເປັນສິ່ງທີ່ທ່ານຈະຕ້ອງເຮັດໃນທຸກໆມື້ ຫຼື ສິ່ງທີ່ທ່ານຢາກເຮັດຕະຫຼອດໄປໃນຕະຫຼອດຊີວິດ ບໍ່ແມ່ນແຕ່ພຽງສິ່ງທີ່ທ່ານຝັນເຖິງ ແຕ່ເປັນສິ່ງທີ່ທ່ານໄດ້ລົງມືເຮັດ ແລະ ຄົນອື່ນກໍ່ເຫັນຜົນຂອງມັນ.

ລວມຄວາມແລ້ວກໍ່ຄື ການເອົາຈຸດແຂງຂອງເຮົາມາເຍືອງໃສ່ໃຫ້ຕອບໂຈດບັນຫາຂອງສັງຄົມ(ແກ້ໄຂບັນຫາໃຫ້ຄົນອື່ນ) ແລະ ສາມາດສ້າງລາຍຮັບເພື່ອລ້ຽງຊີວິດໄດ້ ແລ້ວເຮົາກໍ່ຈະຢູ່ຢ່າງມີຄວາມສຸກກັບມັນ.


No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...