ອາຊີບໃນປັດຈຸບັນບໍ່ໄດ້ຈໍາກັດພຽງແຕ່ໃນສຳນັກງານອົງການ ຫຼື ເຮັດໃນບໍລິສັດ ມີຫົວໜ້າ ມີລູກນ້ອງ ມີຕຳແໜ່ງ ມີແຜນວຽກທີ່ກຳນົດມາຕາຍຕົວຕາມເປົ້າປະສົງຂອງອົງກອນ. ການທີ່ມີລາຍໄດ້ບໍ່ຄຸ້ມກັບເວລາທີ່ທຸ້ມເທໄປ ໃນຂະນະທີ່ເຮັດວຽກຢູ່ກໍ່ບໍ່ມີຄວາມສຸກ, ມີຄວາມກົດດັນ, ກຳນົດຄວາມຝັນຂອງຕົນເອງບໍ່ໄດ້, ຄວາມຫວັງເປັນພຽງອາກາດປິວນຳພາຍຸ, ລາຍຮັບພໍແຕ່ປະທັງຊີວິດ ແລ້ວຈະເອີ້ນອາຊີບໄດ້ແນວໃດ? ຍາມໃດຈະມີອິດສະຫຼະພາບທາງການເງິນ?, ມີລາຍຮັບພຽງພໍຕໍ່ກັບຄ່າຄອງຊີບ, ຕໍ່ກັບການດຳເນີນຊີວິດເພື່ອຢູ່ລອດໃນສັງຄົມ, ຍາມໃດຈະມີເວລາເປັນຂອງຕົນເອງ? ຍາມໃດຈະເຖິງເວລາທີ່ຈະເຮັດໃຫ້ເປົ້າໝາຍທີ່ເຮົາກຳນົດເອງປະສົບຄວາມສຳເລັດ.
ອາຊີບໃນຍຸກປັດຈຸບັນ ແລະ ຍຸກອະນາຄົດມັນຂື້ນຢູ່ກັບຄວາມມັກ ແລະ ຄວາມຖະໜັດຂອງບຸກຄົນ ທີ່ຈະເປັນຄົນກຳນົດ ເປັນຄົນອອກແບບໃຫ້ເປັນໄປຕາມທີ່ໃຈມັກ ເພື່ອສ້າງລ້າຍໄດ້ລ້ຽງຊີບທີ່ພຽງພໍ ແລະ ພົບກັບຄວາມສຸກທີ່ແທ້ຈິງ ເຊິ່ງອາດແບ່ງໄດ້ໃນສາມລັກສະນະດັ່ງນີ້:
1. ສິ່ງທີ່ເຮົາເຮັດແລ້ວມີຄົນສະໜັບສະໜູນໃຫ້ທ່ານເຮັດອີກ: ເປັນຕົ້ນແມ່ນການແຕ່ງກິນ, ການເຮັດເຂົ້າໜົມ, ການແນະນຳ, ການໃຫ້ຄຳປຶກສາແກ່ໝູ່ເພື່ອນ..., ນັ້ນລະ ອາດຈະເປັນອາຊີບສ້າງລາຍໄດ້ໃຫ້ທ່ານ ທ່ານຈົງພັດທະນາຝຶກຝົນໃຫ້ມີສີມືໃຫ້ກາຍເປັນຄວາມຖະໜັດ ມັນຈະກາຍເປັນອາຊີບໃຫ້ທ່ານ.
2. ຈຸດແຂງຂອງເຮົາມີປະໂຫຍດຕໍ່ຄົນອື່ນ: ຖ້າທ່ານມັກຂຽນນັ້ນຂຽນນີ້, ມັກແຕ່ກອນ ແຕ່ງເພງ ກໍ່ພັດທະນາຕົນເອງໃຫ້ກາຍເປັນນັກຂຽນ ຫຼື ນັກແຕ່ງເພງ, ຖ້າທ່ານມັກອ່ານ, ມັນສະແຫວງຫາຄວາມຮູ້ ກໍ່ສ້າງໃຫ້ຕົນເອງເປັນຄົນຖ່າຍທອດຄວາມຮູ້ໃຫ້ຄົນອື່ນ ນັ້ນລະມັນຈະເປັນອາຊີບ ກໍ່ຄືການເປັນຄູ, ການເປັນນັກບັນຍາຍ ຫຼື ເຮັດທຸລະກິດກ່ຽວກັບການຂາຍຄວາມຮູ້ ຫຼື ມີຄຳເອີ້ນໃນພາສາອັງກິດວ່າ Infopreneur. ນອກຈາກນີ້, ຍັງມີອີກຫຼາຍໆຢ່າງທີ່ຂື້ນກັບຄວາມມັກຄື: ຖ້າທ່ານມັກລ້ຽງສັດ ກໍ່ລ້ຽງສັດດັ່ງກ່າວໃຫ້ເປັນອາຊີບສະເລີຍ: ຄືລ້ຽງຂາຍພໍ່ແມ່ພັນ, ເພາະພັນລູກນ້ອຍຂາຍ ຫຼື ວາງສະແດງເພື່ອເກັບປີ້ເຂົ້າຊົມ..., ມັກປູກຜັກ, ມັກປູກຕົ້ນໄມ້ ເປັນຄົນຮັກທຳມະຊາດ ກໍ່ເຮັດສວນປູກຜັກຂາຍ, ເຮັດສວນກະເສດເພື່ອໃຫ້ຄົນເຂົ້າຊົມພ້ອມທັງຂາຍຜົນຜະລິດກະສິກຳ, ເພາະພັນຕົ້ນໄມ້ຂາຍ, ເປັນຄົນຕົບແຕ່ງສວນ ຫຼື ຈັດສວນ ຕະຫຼອດເຖິງການອະນຸລັກປ່າແລ້ວສ້າງໃຫ້ເປັນແຫຼ່ງທ່ອງທ່ຽວໄປເລີຍ; ຫຼືຖ້າເປັນຄົນມັກຈັດງານ Party ມ່ວນ ທີ່ມີໝູ່ມາຮ່ວມງານນຳແລ້ວບອກໃຫ້ຈັດອີກເທື່ອໜ້າເທື່ອໃນ ກໍ່ພັດທະນາໃຫ້ມັນເປັນອາຊີບກໍ່ໄດ້ ເວົ້າລວມກໍ່ຄືເຮົາມັກສິ່ງໃດກໍ່ລອງຫາຄວາມເປັນໄປໄດ້ວ່າເຮົາຈະຫາລາຍໄດ້ຈາກມັນໄດ້ບໍ່.
3. ອາຊີບໃນອະນາຄົດມັກຈະບໍ່ມີຄຳວ່າອາຊີບ ຫຼື ຕຳແໜ່ງ ເພາະເມື່ອໃດຫາກມີຕຳແໜ່ງນັ້ນສະແດງວ່າ: ປະການໜຶ່ງ ທ່ານມີຄູ່ແຂ່ງ ກໍ່ຄືມີຄົນຈ້ອງຊິງດີຊີງເດັ່ນຈະມາສູ້ຍັນກັບທ່ານ; ປະການທີ່ສອງ ລາຍໄດ້ຂອງທ່ານມີທາງຕັນ ກໍ່ຄື ເງິນເດືອນຂອງທ່ານຖືກກຳນົດມາຕາຍຕົວແລ້ວ; ປະການທີ່ສາມ ສ່ວນໃຫຍ່ແລ້ວບໍ່ມີເຄຣດິດໃນຜົນງານ ກໍ່ຄືເຖິງວ່າທ່ານຈະເຮັດກັບມືມັນກໍ່ເປັນຜົນງານລວມຂອງອົງກອນ ຫຼື ອາດຈະເປັນຂອງເພື່ອນຮ່ວມງານ ຫຼື ບໍ່ກໍ່ເປັນຜົນງານຂອງບຸກຄົນທີ່ມີຕຳແໜ່ງສູງກວ່າທ່ານ ຫຼື ບໍ່ກໍ່ຂ້າມຂັ້ນຂື້ນໄປອີກ.

No comments:
Post a Comment