Wednesday, April 19, 2017

5 ພຶດຕິກຳ ທີ່ເຮັດໃຫ້ຊີວິດບໍ່ປະສົບຄວາມສຳເລັດ

ຄົນຈໍານວນບໍ່ໜ້ອຍທີ່ບໍ່ປະສົບຄວາມສຳເລັດໃນຊີວິດ, ບາງຄົນກໍ່ບໍ່ມີຮອດເປົ້າໝາຍ ບາງຄົນມີເປົ້າໝາຍແລ້ວກໍ່ຕ້ອງປະຖິ້ມໄປລ້າໆ ແຕ່ທີ່ໜ້າເສຍດາຍກໍ່ຄືຄົນທີ່ຍັງອີກພຽງກ້າວດຽວແຕ່ກໍ່ຕ້ອງລົ້ມເລີກໄປໃນທີ່ສຸດ ເຊິ່ງຖ້າຫາກເຮົາຮູ້ຕົວກ່ອນວ່າມີພຶດຕິກຳແນວໃດທີ່ເຮັດໃຫ້ເຮົາບໍ່ປະສົມຄວາມສຳເລັດ ເຮົາກໍ່ຈະສາມາດຫຼີກລ້ຽງ ແລະ ເຮັດໃຫ້ຊີວິດເຮົາດີຂຶ້ນກວ່າເດີມໄດ້ແນ່ນອນຈາກ 5 ພຶດຕິກຳດັ່ງລຸ່ມນີ້.


1.   ຍອມປະລາໄຊຕໍ່ຄວາມຢ້ານ
ເວລາພົບບັນຫາ ຫຼື ເຫດການໃດທີ່ຢູ່ນອກເໜືອການຄວບຄຸມ ຖ້າທ່ານຢ້ານ ແລະ ຫຼີກໜີບັນຫາ ປ່ອຍໃຫ້ສະຖານະການມັນຊຸດໂຊມລົງ ຫຼື ຄອຍຖ້າແຕ່ໃຫ້ຄົນອື່ນມາເຮັດແທນ ທ່ານກໍ່ຈະບໍ່ປະສົບຄວາມສຳເລັດ ຢູ່ແບບນັ້ນຕະຫຼອດໄປ ໃນຄວາມເປັນຈິງສິ່ງທີ່ຄວນເຮັດກໍ່ຄື ຮັບຄວາມສ່ຽງນັ້ນໄວ້ ຈົດຈຳວ່າສິ່ງໃດຄວນເຮັດ ແລະ ບໍ່ຄວນເຮັດ, ຮຽນຮູ້ຈາກຄວາມຜິດພາດ ແລະ ເດີນໜ້າຕໍ່ໄປ ເພາະສິ່ງເຫຼົ່ານີ້ເອງຈະພາທ່ານໄປພົບກັບຄວາມສຳເລັດ.
2.  ຄິດວ່າຕົນເອງຮູ້ທຸກຢ່າງ
ບໍ່ວ່າທ່ານຈະຜ່ານເລື້ອງຮ້າຍດີມາເປັນສິບໆເລື້ອງ, ຮຽນຮູ້ຈາກຄົນເກັ່ງໆມາໄດ້ເປັນຮ້ອຍໆຄົນ ຫຼື ອ່ານປື້ມມາແລ້ວເປັນພັນໆເລື່ອງ ທ່ານກໍ່ຍັງບໍ່ສາມາດຮູ້ໄດ້ທຸກຢ່າງຢູ່ດີ ເພາະຍັງມີເລື້ອງລາວອີກຫຼວງຫຼາຍພາຍມາກທີ່ເຮັດໃຫ້ທ່ານໄດ້ຮຽນຮູ້ຢູ່ຕະຫຼອດເວລາ ແລະ ເຖິງວ່າທ່ານຈະເປັນຜູ້ຊ່ຽວຊານໃນເລື່ອງທີ່ທ່ານກຳລັງເຮັດຢູ່ກໍ່ຕາມ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າທຸກສິ່ງທຸກຢ່າງຈະເປັນໄປຕາມທີ່ທ່ານຄິດໄວ້ທັງໝົດ ເຊິ່ງນີ້ກໍ່ເປັນໜຶ່ງໃນສິ່ງທີ່ຄອຍ່ວງດຶງເຮັດໃຫ້ທ່ານບໍ່ປະສົບຄວາມສຳເລັດ.
 3.  ຫາຂໍ້ອ້າງ ແກ້ຕົວເປັນປະຈໍາ
ເມື່ອໃດກໍ່ຕາມທີ່ທ່ານເຮັດຜິດ ຍອມຮັບ ແລະ ຮຽນຮູ້ເພາະນີ້ຄືຊີວິດຈິງ ບໍ່ມີຫຍັງທີ່ຈະແນ່ນອນຕາຍຕົວ ຫຼື ຖືກຕ້ອງໝົດທຸກຢ່າງ ເມື່ອມີບັນຫາທ່ານກໍ່ພຽງຫາສາເຫດ ແລະ ວິທີການແກ້ໄຂ ເພື່ອບໍ່ໃຫ້ເກີດຊ້ຳຮອຍເກົ່າອີກ ຖ້າທ່ານມົວແຕ່ຫາຂໍ້ອ້າງ ຄອຍແຕ່ຫາຂໍ້ແກ້ຕົວ ໂດຍທີ່ບໍ່ພະຍາຍາມຫາຕົ້ນປາຍສາຍເຫດ ທ່ານກໍ່ຈະເຮັດຜິດຊ້ຳໆຢູ່ແບບນັ້ນ ບໍ່ມີວັນປະສົບຜົນສຳເລັດໄດ້.
4.  ມີຄວາມຄິດ ແຕ່ບໍ່ເຄີຍລົງມືເຮັດ
ຢ່າລືມວ່າ ຄວາມຄິດ ແລະ ຄວາມຝັນ ຂອງທ່ານເປັນສິ່ງທີ່ເຮັດໃຫ້ທ່ານເດີນທາງມາໄດ້ຈົນເຖິງຈຸດນີ້. ຖ້າທ່ານມີຄວາມຄິດແຕ່ບໍ່ເຄີຍລົງມີເຮັດຕໍ່ໃຫ້ຄວາມຝັນຈະນ້ອຍເທົ່າໃດ ກໍ່ບໍ່ມີທາງເປັນຈິງໄດ້ ເພື່ອຄວາມສຳເລັດໃນອະນາຄົດນັ້ນ ທ່ານຈົງລຸກຂຶ້ນມາຂຽນເປົ້າໝາຍ, ຂຽນແຜນທຸລະກິດ, ຮ່າງວິທີການ ຫາຂໍ້ດີຂໍ້ເສຍ ສິ່ງສຳຄັນຄືການລົງມືເຮັດ ຢ່າພຽງເກັບໄວ້ໃນຄວາມຄິດ.
 5.  ສົນໃຈແຕ່ຄວາມສຳເລັດຂອງຄົນອື່ນ ແຕ່ບໍ່ລົງມືກະທຳຂອງຕົວເອງ
ຄວາມສຳເລັດຂອງຄົນຮອບຕົວ ໝູ່ເພື່ອນ, ຄົນຮັກ ຫຼື ຄູ່ແຂ່ງ ເປັນເໝືອນແຮງກະຕຸ້ນຊັ້ນດີທີ່ຈະເຮັດໃຫ້ເຮົາມີກຳລັງໃຈ ແລະ ນຳພາຕົນເອງໃຫ້ປະສົບຄວາມສຳເລັດຄືກັບພວກເຂົາ ແຕ່ຫຼາຍຄົນມັກເອົາຄວາມສຳເລັດຂອງຄົນອື່ນມາເປັນແຮງກົດດັນໃຫ້ຕົວເອງ ມົວແຕ່ອິດສາລິດສະຫຍາ ສົນໃຈແຕ່ຄົນອຶ່ນຈະພາດບ່ອນໃດ ຈະລົ້ມແນວໃດ ຈະໄປໄດ້ໄກເທົ່າໃດ ໂດຍລະເລີຍເປົ້າໝາຍຂອງຕົນເອງໄປ ເຊິ່ງທຸກຄົນມີຄວາມສາມາດ ແລະ ຄວາມອາດສາມາດຢູ່ໃນຕົວ. ສະນັ້ນ, ຈົ່ງຢ່າມົວແຕ່ເສຍເວລາໃຫ້ກັບຄວາມສຳເລັດຂອງຄົນອື່ນ ຈົ່ງລົງມືເຮັດເພື່ອຄວາມສຳເລັດຂອງຕົວເອງ.
ເໜືອສິ່ງອື່ນໃດກໍ່ຄືຕົວທ່ານເອງ ຖ້າບັງຄັບໃຫ້ຕົວເອງໃຫ້ເລີກພຶດຕິກຳພວກນີ້ໄດ້ ວັນໃດວັນໜຶ່ງ ຄວາມສຳເລັດຈະຕ້ອງເຂົ້າມາຫາທ່ານ ແລະ ຈະບໍ່ມີຄໍາວ່າ ບໍ່ປະສົບຄວາມສຳເລັດອີກຕໍ່ໄປ.

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...