Thursday, April 20, 2017

8 ປະການ ສ້າງນິໄສໃນການລົງມືປະຕິບັດ

ບໍມີໃຜປະສົບຄວາມສຳເລັດ ຫຼື ໄດ້ຮັບການຍ້ອງຍໍເພາະວ່າເຂົາບໍ່ໄດ້ລົບກວນໃຜ, ບໍ່ໄດ້ລົງມືເຮັດຫຍັງ ຫຼື ເຂົາລໍຖ້າຈົນກວ່າຈະມີຄົນມາບອກໃຫ້ເຮັດສິ່ງໃດໜຶ່ງ.
ສະນັ້ນ, ການທີ່ຈະປະສົບຄວາມສຳເລັດໄດ້ຕ້ອງລົງມືເຮັດໃນສິ່ງທີ່ເຮົາເຊື່ອວ່າມັນຈະປະສົບຄວາມສຳເລັດ ດັ່ງ 8 ປະການລຸ່ມນີ້:


  1. ຈົ່ງມີຄວາມກະຕືລືລົ້ນ: ເປັນຄົນເຮັດວຽກ, ເປັນນັກທຳ, ຢ່າເອົາມືຊຸກຫີບ.
  2. ຢ່າລໍຈົນກະທັ້ງເງື່ອນໄຂຕ່າງໆສົມບູນແບບ, ມັນບໍ່ມີວັນເກີດຂຶ້ນ,​ຈົ່ງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ອຸປະສັກໃນອະນາຄົດ ແລະ ແກ້ໄຂບັນຫາເມື່ອມັນເກີດຂຶ້ນ.
  3. ລຳພັງຄວາມຄິດພຽງຢ່າງດຽວບໍ່ເຮັດໃຫ້ເກີດຄວາມສຳເລັດ ແຕ່ຄວາມຄິດຈະມີຄ່າກໍ່ຕໍ່ເມື່ອໄດ້ຮັບການລົງມືປະຕິບັດ.
  4. ໃຊ້ການລົງມືປະຕິບັດຊ່ວຍກຳຈັດຄວາມຢ້ານ ແລະ ສ້າງຄວາມໝັ້ນໃຈ, ຈົ່ງເຮັດໃນສິ່ງທີ່ຢ້ານ ແລະ ສິ່ງທີ່ຢ້ານຈະຫາຍໄປ.
  5. ຕິດເຄື່ອງຈັກຄວາມຄິດດ້ວຍມື ຢ່າລໍໃຫ້ຈິດໃຈຜັກດັນໃຫ້ເຮັດ ແຕ່ລົງມືເຮັດໄປກ່ອນແລ້ວມັນຈະເປັນແຮງຜັກດັນໃຈໃຫ້ຄິດ.
  6. ຄິດໃນເກນຂອງຄຳວ່າດຽວນີ້ ຄຳວ່າມື້ອື່ນ, ມື້ໜ້າ, ອາທິດໜ້າ, ເດືອນໜ້າ ຫຼືຄຳອື່ນໆທີ່ຄ້າຍຄືກັນນັ້ນມັກເປັນຄຳທີ່ຄ້າຍຄື ຫຼື ໃກ້ຄຽງກັບຄຳເວົ້າແຫ່ງຄວາມບໍ່ປະສົບຜົນສຳເລັດ. "ຈົ່ງເປັນຄົນປະເພດດຽວນີ້"
  7. ນັ່ງລົງ ແລະ ເຮັດວຽກ ຢ່າເສຍເວລາກຽມຕົວທີ່ຈະເຮັດ ຈົ່ງເອົາເວລານັ້ນມາລົງມືເຮັດດີກວ່າ.
  8. ເປັນຜູ້ລິເລີ້ມ, ເປັນນັກລົນນະລົງ, ຕັ້ງແປ້ນຢັນແລ້ວກ້າວຂາອອກແລ່ນ ສະແດງໃຫ້ເຫັນວ່າທ່ານມີຄວາມສາມາດ ແລະ ມີຄວາມທະເຍີທະຍານທີ່ຈະລົງມື.
ຢຽບຄາດ ເຂົ້າເລກ ແລ້ວເລັ່ງອອກໄດ້ເລີຍ!!!

No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...