Wednesday, May 10, 2017

ຫຼັກປະຕິບັດໃນການສ້າງຄວາມເຊື່ອໝັ້ນ ແລະ ທຳລາຍຄວາມຢ້ານໃນຕົນເອງ



  1. ການປະຕິບັດເພື່ອຮັກສາຄວາມຢ້ານ ແຍກແຍະຄວາມຢ້ານອອກມາແລ້ວເຮັດໃນສິ່ງທີ່ເໝາະສົມ ການບໍ່ເຮັດຫຍັງກັບສະຖານະການທີ່ເກີດຂຶ້ນກໍ່ເທົ່າກັບເປັນການເສີມຄວາມແຂງແກ່ງໃຫ້ກັບຄວາມຢ້ານ ແລະ ທຳລາຍຄວາມໝັ້ນໃຈຂອງຕົນເອງໄປເທົ່ານັ້ນ.
  2. ພະຍາຍາມຢ່າງເຕັມກຳລັງທີ່ຈະໃສ່ສະເພາະຄວາມຄິດທີ່ເປັນບວກລົງໃນຄວາມຊົງຈຳ ຢ່າໄດ້ໃຫ້ຄວາມຄິດທາງລົບເຕີບໂຕ ແລະ ຕິເຕືອນຕົນເອງຈົນກາຍເປັນອາສູນທາງຈິດ, ປະຕິເສດທີ່ຈະຟື້ນຄວາມຫຼັງທີ່ຂົມຂື່ນທຸກປະການ.
  3. ຈັດໃຫ້ທຸກຄົນຢູ່ໃນສະພາບທີ່ເໝາະສົມ ຈື່ໄວ້ວ່າຄົນເຮົາມີຄວາມຄ້າຍຄືກັນຫຼາຍກວ່າທີ່ຈະແຕກຕ່າງກັນ ເບິ່ງທຸກຄົນດ້ວຍຄວາມຮູ້ສຶກທີ່ເທົ່າທຽມກັນ ເຂົາກໍ່ພຽງເປັນມະນຸດອີກຄົນໜຶ່ງ ແລະ ສ້າງທັດສະນະຄະຕິທີ່ເຂົ້າໃຈຜູ້ອື່ນ ຄົນຈຳນວນຫຼາຍຈະເຫົ່າ ແຕ່ມີໜ້ອຍຄົນທີ່ກັດ.
  4. ຝຶກເຮັດໃນສິ່ງທີ່ຈິດໃຕ້ສຳນຶກຂອງທ່ານບອກວ່າຖືກຕ້ອງ ສິ່ງນີ້ຈະປ້ອງກັນຄວາມຮູ້ສຶກຜິດໃນຈິດໃຈບໍ່ໃຫ້ເກີດຂຶ້ນ ເຮັດໃນສິ່ງທີ່ຖືກຕ້ອງ ເປັນສູດແຫ່ງຄວາມສຳເລັດທີ່ໃຊ້ໄດ້ຜົນໃນທາງປະຕິບັດຫຼາຍ.
  5. ເຮັດທຸກສິ່ງທຸກຢ່າງທີ່ຈະບອກວ່າ ເຮົາມີຄວາມໝັ້ນໃຈ ໝັ້ນໃຈແທ້ໆ.
ຕໍ່ໄປນີ້ຄືເທັກນິກເລັກໆນ້ອຍໆທີ່ຄວນຝຶກໃນກິດຈະກຳປະຈຳວັນຂອງທ່ານ:
  • ເປັນຄົນນັ່ງແຖວໜ້າ
  • ສົບຕາກັບຄູ່ສົນທະນາ
  • ຍ່າງໄວຂຶ້ນ 25 %
  • ເວົ້າໃຫ້ຫຼາຍຂຶ້ນ
  • ຍີ້ມຢ່າງເປີດເຜີຍ


No comments:

Post a Comment

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...