ຖ້າຢາກຈະສຳເລັດການໃຫຍ່ ບາງຄັ້ງມັນຕ້ອງໃຊ້ເວລາດົນນານພໍສົມຄວນ ບາງທີກໍ່ເຖິງຂັ້ນດົນຈົນກວ່າຈະໝົດຊົ່ວຊີວິດຕົນເອງໄປ ແລະ ສືບຕໍ່ອຸດົມການໃສ່ເຊັ່ນລູກ ເຊັ່ນຫຼານ ຈຶ່ງຈະປະສົບຄວາມສຳເລັດຈາກຜົນພອຍໄດ້ຂອງຄົນຜູ້ທີ່ຄິດການໃຫຍ່ໄວ້ນັ້ນປູທາງ ວາງແຜນໄວ້ຢ່າງແຍບຍົນມາໃຫ້.
ບາງຄັ້ງຕ້ອງໄດ້ອົດທົນກ້ຳກືນເປັນທາດຮັບໃຊ້ຂ້າເສິກ, ຖືກມອງຂ້າມ, ຖືກເມີນເສີຍໃສ່, ເໝືອນຄົນທີ່ມີຊີວິດແຕ່ບໍ່ມີຕົວຕົນໃນວົງສັງຄົມ ຫຼື ມີບົດບາດໃນໜ້າທີ່ການງານຫຍັງເລີຍ ເຖິງຈະເບັ່ງກ້າມໃສ່ໃຫ້ຄົນອື່ນເຫັນມັນກໍ່ບໍ່ມີຄວາມໝາຍຫຍັງ ເພາະຮູ້ຢູ່ແກ່ໃຈວ່າເວລານີ້ມັນແມ່ນເວລາຄົນອື່ນກຳລັງເປັນໃຫຍ່ໃນອຳນາດ ແລະ ການວາງເກມໝາກລຸກມັນຢູ່ໃນມືຂອງຄົນອື່ນ ທາງທີ່ດີກໍ່ຕ້ອງເປັນເໝືອນໝາທີ່ຕ້ອງໄດ້ຄອຍລະວັງ ຫຼອບຫາງເອົາໄວ້ ຖ້າບໍ່ດັ່ງນັ້ນຈະຖືກຜູ້ມີອຳນາດເດັດຫົວຂາດໄປໂດຍບໍ່ຮູ້ຕົວ.
ແຕ່ເຂົາຄົນນັ້ນຈະບໍ່ຢຸດນິ້ງທີ່ຈະຄ່ອຍຖ່ອມຕົນ ພັດທະນາຕົນເອງ, ບໍ່ໄດ້ລົດລະການຝຶກຝົນຫຼໍ່ຫຼອມທັກສະ, ຄ່ອຍສະສົມກຳລັງ, ຝັງຕົວຍາວນານຢ່າງງູ່ຈຳສິນຈົນຄູ່ຕໍ່ສູ້ເບິ່ງບໍ່ມີຜິດໄພກັບເຂົາໄປແລ້ວຢ່າງຕາຍໃຈ, ມີຄວາມອົດກັ້ນທຸ່ນທ່ຽງ ເປັນຄົນມີເປົ້າໝາຍທີ່ແນ່ວແນ່ ແລະ ຊັດເຈນທີ່ສຸດໄວ້ໃນມັນສະໝອງຂອງເຂົາໂດຍການໃສ່ກຸນແຈປິດເປັນຄວາມລັບແຕ່ພຽງຜູ້ດຽວໃນໂລກ ຄ່ອຍໆບົ່ມເພາະລໍຖ້າວັນໜຶ່ງມັນກຽມຈະປະຖຸອອກມາຫາກໃນເມື່ອມັນມີໂອກາດ ທີ່ເອື້ອຍອຳນວຍ ແລະ ເໝາະສົມ ຈະມີຈັກວັນຟ້າມັນຈະແບ່ງໂອກາດມາໃຫ້ເຂົາ ແລ້ວເມື່ອເຖິງເວລານັ້ນມາເຖິງຄວາມປະນີປະນອມ ຍັ້ງຕີນຍັງມື ມັນກໍ່ຈະບໍ່ຢູ່ຄືກັນ.
ການຈະຄິດການໃຫຍ່ນັ້ນ ໃນການຈະລົງມືກະທຳສິ່ງໃດຕ້ອງໄດ້ພິຈາລະນາໄຄວ່ຄວນໃຫ້ເຖິງທີ່ສຸດວ່າມັນຈະຄຸ້ມ ຫຼື ບໍ່ກັບສິ່ງທີ່ຈະລົງມືກັບມັນ, ບໍ່ແມ່ນວ່າຈະເສຍເວລາເສຍເຫື່ອເສຍແຮງໂດຍທີ່ເປົ່າປະໂຫຍດ ວຽກໃດມາກໍ່ບໍ່ແມ່ນວ່າສະເໜີໜ້າເຂົ້າຮັບ ເຮັດຕັ້ງແຕ່ໄມ້ຈີ້ມຟັນ ຢັນເຮືອຮົບ, ສິ່ງໜຶ່ງທີ່ຕ້ອງເຕືອນໃຈກໍ່ຄືຢ່າຍຶດຕິດກັບສິ່ງໃດໜຶ່ງຈົນເກີນໄປ ບໍ່ວ່າຈະເປັນໜ້າທີ່ການງານທີ່ເຮົາຮັກ ທີ່ເຮົາຫຼົງໄຫຼກັບມັນ, ຕຳແໜ່ງທີ່ກຳລັງຮັບຜິດຊອບ ຫຼື ຄວາມສຸກທີ່ທ່ານກຳລັງດູດດື່ມກັບມັນຢູ່ ແຕ່ໃຫ້ຄິດວ່າເຖິງຄາວທີ່ຄົນຜູ້ມີອຳນາດເຂົາຈະເດີນໝາກກັບເຮົາ ກໍ່ຕ້ອງຄອຍຫຼອບໄຫຼໄປນຳເກມຂອງເຂົາກ່ອນ, ເຖິງເວລາສະຫຼະບ່ອນທີ່ຕົນເອງນັ່ງກໍ່ຕ້ອງສະຫຼະ ຢ່າໄປແຂງກະດ້າງ ຫຼື ຍຶດຕິດຫ່ວງກັບມັນຈົນຄອຍດອມໃຈໂຕເອງຕາຍເສຍກ່ອນ.
ສະນັ້ນ, ການທີ່ຈະເຮັດວຽກງານການໃຫຍ່ໃດໆ ຜູ້ຍິ່ງໃຫຍ່ຈະບໍ່ສ່ຽງໃນສະຖານະການທີ່ບ້ານເມືອງກຳລັງຕົກຢູ່ໃນສະພາບສົນລະວົນ ຄົນກຳລັງແຕກຕື່ນຍາດຊິງອຳນາດກັນນັ້ນ. ທາງທີ່ດີຄວນຈະຫຼີກລ້ຽງສະພາບທີ່ວຸ້ນວາຍດັ່ງກ່າວ ແລະ ຫາເວລາຢູ່ໃນບ່ອນສະຫງົບເພື່ອຮັກສາສະພາບຈິດຕົນເອງໃຫ້ເຂັ້ມແຂງ, ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ອອກກຳລັງກາຍສະໝ່ຳສະເໝີໃຫ້ສຸຂະພາບແຂງແຮງ ອາຍຸຈະໄດ້ຍືນຍາວ, ອ່ານໜັງສືທີ່ດີໆພັດທະນາສະໝອງ ແລະ ລໍຖ້າວັນທີ່ມັນສຸກງອມພໍດີທີ່ຈະມາເຖິງແລ້ວຈຶ່ງລົງມືກັບມັນ.