Thursday, April 5, 2018

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ



ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເຂົາເລົ່ານັ້ນ ນັ້ນກໍ່ຄືຄຸນສົມບັດ 8 ປະການດັ່ງນີ້:
  1. ຕື່ນນອນກ່ອນຕາເວັນຂຶ້ນ: ກໍ່ຄືຕື່ນແຕ່ເຊົ້າ ຄົນທີ່ປະສົບຄວາມສຳເລັດສ່ວນໃຫຍ່ຈະມັກຕື່ນແຕ່ເຊົ້າ ການທີ່ເຮົາຕື່ນແຕ່ເຊົ້າຈະເຮັດໃຫ້ສະໝອງປອດໂປ່ງ ມີຄວາມສາມາດໃນການຄິດຫຼາຍຂື້ນ, ມີເວລາໃນການເຮັດວຽກທີ່ຍັງຄ້າງຄາຫຼາຍ.
  2. ກ້າທີ່ຈະແຂ່ງຂັນ:  ການແຂ່ງຂັນເປັນເລື້ອງທີ່ຫຼາຍຄົນຫຼີກລ້ຽງ ແຕ່ຄົນທີ່ະປະສົບຄວາມສຳເລັດເຂົາຖືວ່າມັນເປັນເລື້ອງທີ່ດີສະດ້ວຍຊ້ຳ ເຂົາຖືວ່າທຸກຢ່າງຢູ່ໃນໂລກນີ້ມັນມັນຈະຕ້ອງມີການແຂ່ງຂັນເພື່ອຄວາມຢູ່ລອດ, ມີການແຂ່ງຂັ້ນຈຶ່ງມີການປັບຕົວໃຫ້ແຂງແກ່ນຍິ່ງໆຂຶ້ນໄປເລື້ອຍໆ.
  3. ເລືອກທີ່ຈະຜ່ອນຄາຍບາງໂອກາດທີ່ບໍ່ມີຜົນເສຍກັບວຽກ: ຄົນທີ່ປະສົບຄວາມສຳເລັດຈະບໍ່ໝົກໝຸ້ນຢູ່ແຕ່ກັບວຽກພຽງແຕ່ຢ່າງດຽວຈົນເສຍຄວາມສຸກໃຫ້ກັບຕົນເອງ ເຂົາຈະຈັດສັນເວລາໃຫ້ຕົນເອງເຮັດວຽກຢ່າງມີປະສິດທິພາບ ແລະ ພ້ອມດຽວກັນກໍ່ຍັງມີເວລາພັກຜ່ອນສະຫງົບສະຕິອາລົມ, ມີເວລາໃຫ້ກັບຄົນຮັກ ແລະ ຄອບຄົວ.
  4. ຮຽນຮູ້ທີ່ຈະຊົດເຊີຍຈຸດອ່ອນຂອງຕົນເອງ: ຄົນທີ່ປະສົບຄວາມສຳເລັດເຂົາຈະມີການປະເມີນຕົນເອງຢູ່ສະເໝີ ວ່າເຂົາມີຈຸດອ່ອນດ້ານໃດ, ມີວິທີການໃດທີ່ຈະເຮັດໃຫ້ເຂົາໄດ້ພັດທະນາຄວາມສະມາດ ແລະ ທັກສະໃຫ້ຕົນເອງແຂງແກ່ນຍິ່ງຂຶ້ນ ໂດຍການເຂົ້າຮ່ວມສຳມະນາເລື່ອງທີ່ສົນໃຈ, ອ່ານປື້ມ, ສົນທະນາກັບຜູ້ມີຄວາມຮູ້ໃນດ້ານນັ້ນໆ...
  5. ພວກເຂົາເປັນຄົນໃຈກວ້າງ: ຄົນປະສົບຄວາມສຳເລັດຈະມັກເປັນຄົນໃຈກວ້າງ ແລະ ຮູ້ຈັກການໃຫ້ຢູ່ສະເໝີ ດັ່ງຈະເຫັນເສດຖີຫຼາຍຄົນມັກຈະມີການບໍລິຈາກການກຸສົນ, ເພື່ອສັງຄົມ ເພື່ອຄົນຈຳນວນຫຼາຍ ການເຫັນຄຸນຄ່າຂອງການໃຫ້ ຍິ່ງຈະມີຄຸນຄ່າຫຼາຍກວ່າການໄດ້ຮັບ.
  6. ພວກເຂົາມີການປະຕິເສດ: ພວກເຂົາເຫຼົານັ້ນຈະບໍ່ເຫັນດີໄປໝົດທຸກຢ່າງ ຫຼື ເຫັນດີໄປກັບທຸກຄົນທີ່ມີຂໍ້ສະເໜີຕໍ່ເຂົາ ພວກເຂົາຈະເລືອກເຮັດແຕ່ວຽກທີ່ມີຄວາມສຳຄັນ ແລະ ເລືອກທີ່ຈະປະຕິເສດ ຫຼື ໂຍນຖິ້ມສິ່ງທີ່ເປັນຂີ້ເຫຍື້ອຕໍ່ກັບຊີວິດຈິດໃຈຂອງພວກເຂົາ ເພື່ອໃຫ້ເຂົາໄດ້ມີເວລາໄດ້ຄົ້ນຄິດ ແລະ ກະທຳກັບເປົ້າໝາຍຫຼັກຂອງເຂົາຫຼາຍຂຶ້ນ.
  7. ພວກເຂົາບໍ່ເສຍເວລາໄປກັບການຕັດສິນໃຈເລື້ອງເລັກໆນ້ອຍໆ: ການລຳລິລຳໄລນຳເລື້ອງເລັກໆນ້ອຍໆ ມັນເຮັດໃຫ້ເຮົາເສຍເວລາທີ່ຈະໄປຄິດການໃຫຍ່ ຕົວຢ່າງວ່າເຮົາຈະໄປການຕອນເຊົ້າແຕ່ມາເສຍເວລານຳການເລືອກເຄື່ອງນຸ່ງວ່າຈະເລືອກເສື້ອແບບໃດ ຫຼື ເລືອກສີໃດໃຫ້ເຂົ້າກັບວັນ, ຕະຫຼອດຮອດສົ້ງ, ຮອດຖົງຕີນ ເຫັນວ່າເຮົາຈະເສຍເວລາໂດຍເປົ່າປະໂຫຍດ ສະນັ້ນ, ຄົນທີ່ເຂົາປະສົບຄວາມສຳເລັດ ເຂົາຈະຫຼີກລ້ຽງ ໂດຍການຊື້ເຄື່ອງນຸ່ງແບບດຽວກັນໝົດ ເພື່ອບໍ່ໃຫ້ເສຍເວລາໄປກັບເລື້ອງເລັກນ້ອຍໂດຍເປົ່າປະໂຫຍດເຫຼົ່ານີ້.
  8. ພວກເຂົາໃຊ້ຊີວິດສ່ວນຕົວໂດຍແຍກອອກມາຈາກເລື່ອງທຸລະກິດຂອງຕົນເອງ: ການສຸມເວລາເຮັດວຽກໜັກຕະຫຼອດວັນ, ອາທິດ, ເດືອນ, ປີ ກັບສິ່ງເດີມໆ ມັນຍິ່ງເຮັດໃຫ້ທໍ້ຖອຍເມື່ອຍລ້າໄດ້ງ່າຍ ສະນັ້ນທາງອອກຂອງຄົນທີ່ປະສົບຄວາມສຳເລັດກໍ່ຄື ພວກເຂົາຈະມີເວລາໃຫ້ກັບຕົນເອງຜ່ອນຄາຍໂດຍການເອົາເວລາສ່ວນຕົວເຫຼົ່ານັ້ນເຮັດກິດຈະກຳບາງຢ່າງໃຫ້ລືມວຽກງານນັ້ນລົງ ກໍ່ຄືການບໍ່ກ່ຽວຂ້ອງກັບເລື່ອງວຽກທີ່ຕົນເອງເຮັດນັ້ນ ເພື່ອໃຫ້ສະໝອງໄດ້ພັກຜ່ອນຈາກເລື້ອງເດີມໆ.

ສາຍຊີວິດ vs ສາຍນາທີ

ງຶ່ມເຊໄຫຼລົງໃຕ້ ພັດຊາຍແຮ່ຫາດໜີ
ນາທີຊົນສາຍທານ ປຽບປານຊີວີໄດ້
ທຸກຢ່າງເກີດມີໄວ້ ອະນັນຕາຫຼັບຫຼົ່ນ
ໃຜບັນດົນຊາດເຊື້ອ ໃຫ້ມີໄວ້ຄູ່ໂລກາ.

ສະກຸນາປີກນ້ອຍ ຄອຍຊອກກິ່ງທຽມເກາະ
ເຫາະເອືອຍອີງເວຫາ ຮົ່ມໂພໄຊພີງຄູ້
ພູຜາຕາເວັນແຈ້ງ ແຍງຍືນຍົງຄົງແກ່ນ
ແຜ່ນພົບແປປ່ຽນປີ້ນ ບໍ່ສູນສີ້ນຊົ່ວການ.

ນານເນົາບໍ່ເຄີຍເວັ້ນ ພຽນເຂັນມິ່ງມານະ
ພະຍາຍາມອົດທົນ ມຸ່ງໝາຍປະສົງໄວ້
ເຫດສະໃດດວງດ້າມ ບໍ່ສົມຫວັງໃຈຈໍ່
ທໍ້ຖອຍໃຈອ່ອນລ້າ ຊີວາແຫ້ງຫ່ຽວເຫ

ໂອຍນໍ້ ບຸນບຸບເພສ້າງໄວ້ ພໍຊິຊ່ວຍຊູຕາມ ບໍ່ເດ
ພໍຊິອວ່າຍເຫຫັນ ເພິ່ງປະສົງສະບັນໄດ້
ໃຜເດນໍ້ຊິຊ່ວຍຄ້ຳ ເປົ້າປະສົງໃຫ້ເຮືອງຮຸ່ງ
ມຸ່ງຄືເຊພັດຕ້ອນ ໄຫຼຂ້ອນສູ່ທະເລ ແລນໍ້.

Sunday, July 16, 2017

ຄຸນສົມບັດ 3 ປະການທີ່ຄວນມີປະຈຳຕົວໃນຍຸກນີ້


ໃນຍຸກທີ່ມີການແຂ່ງຂັນສູງບໍ່ວ່າທາງດ້ານເສດຖະກິດກໍ່ຄືການທຳມາຫາກິນຂອງຄົນເຮົາໃນຍຸກນີ້ ນອກຈາກຈະຕ້ອງໄດ້ມີການສຶກສາຮ່ຳຮຽນມີຄວາມຮູ້ຄວາມສາມາດ ມີວິຊາສະເພາະຕິດຕົວແລ້ວຍັງບໍ່ພໍ ຍັງຈະຕ້ອງມີຄຸນສົບບັດປະຈຳຕົວພິເສດດ້ານອື່ນໄວ້ທຳມາຫາກິນຫາລ້ຽງຊີບໃນຊີວິດປະຈຳວັນ ເວົ້າງ່າຍໆກໍ່ຄືທັກສະການເອົາຕົວລອດ ເຊິ່ງທັກສະສຳຄັນທີ່ຈຳເປັນທີ່ຄວນມີໄວ້ຕິດຕົວຂອງສັງຄົມໃນຍຸກນີ້ນັ້ນກໍ່ຄື: 3 ທັກສະ ດັ່ງລຸ່ມນີ້: 



1. ທັກສະດ້ານຄວາມຄິດສ້າງສັນ
ການມີຄວາມຄິດສ້າງສັນເປັນສິ່ງສຳຄັນເພາະມັນຄືສິ່ງທີ່ເຮັດໃຫ້ເຮົາໂດດເດັ່ນໄດ້, ການທີ່ເປັນຄົນຊ່າງຄິດຄົ້ນ ຊ່າງປະດິດ ປັບແຕ່ງສ້າງສັນເອົາສິ່ງທີ່ມີໃນຕົວເຮົາອອກມານຳໃຊ້ໃຫ້ເກີດປະໂຫຍດກັບຄົນອື່ນນັບວ່າເປັນສິ່ງທີ່ດີ, ຄິດຄົ້ນໃນສິ່ງທີ່ຄົນອື່ນຄາດບໍ່ເຖິງວ່າຈະເປັນໄປໄດ້, ອັນທີ່ຈິ່ງມັນບໍ່ໄດ້ເປັນເລື່ອງຍາກຫຼາຍພໍປານໃດກໍ່ໄດ້ ຍົກຕົວຢ່າງວ່າ ມີບາງຄົນກໍ່ເອົາສິ່ງທີ່ມັນໄຮ້ສາລະມາປຸງແຕ່ງໃຫ້ຄົນທັງຫຼາຍມານິຍົມຊົບຊອບຈົນສ້າງລາຍໄດ້ເປັນກອບເປັນກຳໃຫ້ໂຕເອງລວຍວັນລວຍຄືນໄປກໍ່ມີຫຼາຍຄົນມາແລ້ວ ຂໍພຽງແຕ່ມີເສັ້ງທາງ ແລະ ເວທີໃຫ້ເຮົາໄດ້ສະແດງຄວາມຮູ້, ຄວາມສາມາດ, ຄວາມຄິດສ້າງສັນຂອງເຮົາໄດ້ທຸກເວລາໂດຍສະເພາະແມ່ນໃນຍຸກປັດຈຸບັນ ໂລກອອນລາຍ ເຮົາສາມາດມີຫຼາຍຊ່ອງທາງໄດ້ເຮັດໃຫ້ເຮົາສະແດງຕົວຕົນຂອງເຮົາອອກມາດ້ວຍຫຼາກຫຼາຍຊ່ອງທາງ ແລະ ຫຼາຍວິທີ. ເຊື່ອວ່າທຸກຄົນມີຄວາມຄິດສ້າງສັນຕິດຕົວມາທຸກຄົນ ຕ່າງແຕ່ວ່າຈະນຳມັນອອກມາໃຊ້ໃຫ້ເກີດປະໂຫຍດຫຼືບໍ່ ຄິດອອກມາແລ້ວກໍ່ຕ້ອງລົງມືກະທຳກັບມັນ, ສ້າງແຜນການພັດທະນາຕໍ່ຍອດກັບມັນໃຫ້ໄດ້ເຕີບໃຫຍ່ຂະຫຍາຍຕົວເປັນຮູບເປັນຮ່າງຂື້ນມາ.

2. ທັກສະດ້ານການສື່ສານ
ການສື່ສານເປັນສິ່ງຈຳເປັນອີກໜຶ່ງຢ່າງທີ່ຄວນມີ ຖ້າຫາກມີການສື່ສານທີ່ດີກໍ່ຈະເປັນຂໍກຸນແຈໄປສູ່ຄວາມສຳເລັດໄດ້ໂດຍໄວ, ຖ້າຫາກສື່ສານບໍ່ໄດ້ດີ ເຖິງຈະມີຄວາມຮູ້, ມີການສຶກສາສູງສູງ ກໍ່ຈະປະສົບຄວາມສໍາເລັດໄດ້ຍາກ. ນອກນັ້ນ, ການສື່ສານທີ່ດີສາມາດຝຶກຝົນເອົາໄດ້ ການພັດທະນາທັກສະທາງພາສາຕ່າງປະເທດໃຫ້ສື່ສານແລກປ່ຽນຂໍ້ມູນ ຫຼື ເຈລະຈາຕໍ່ລອງ ເອົາເລື້ອງຍາກມາເປັນເລື້ອງງ່າຍໃຫ້ຄົນອື່ນເຂົ້າໃຈງ່າຍ, ຄົນໃນຍຸກປະຈຸບັນເປັນຍຸກແຫ່ງຄວາມວ່ອງໄວ ສະນັ້ນຄົນສ່ວນຫຼາຍຈະເຮັດຫຍັງກໍ່ຕ້ອງການຄວາມສະດວກວ່ອງໄວ ບໍ່ຢາກເສຍເວລາໄປກັບການອ່ານເລື້ອງທີ່ມີສາລະຍາວໆເພື່ອການຊອກຫາຄຳຕອບ, ສະນັ້ນ, ມັນຈຶ່ງເປັນການເປີດໂອກາດອັນດີໃຫ້ຄົນມີທັກສະດ້ານການສື່ສານທີ່ດີໄດ້ມີໂອກາດສະແດງບົດບາດ ຖ້າເປັນຄົນມັກການອ່ານ ຊອກຫາຂໍ້ມູນຂ່າວສານມາສະຫຼຸບຫຍໍ້ໃຫ້ຄົນອື່ນ ເຮັດໃຫ້ມັນກະທັດຮັດງ່າຍຕໍ່ຄວາມເຂົ້າໃຈ ເວົ້າອີກແບບກໍ່ຄື ການເປັນນັກຍ່ອຍຂໍ້ມູນ ຫຼື ມີຄຳສັບທີ່ເກີດຂື້ນມາໃໝ່ກໍ່ຄື: ເປັນນັກທຸລະກິດຂາຍຄວາມຮູ້ (Inforpreneur) ແລະ ຖ້າເປັນຄົນຊ່າງປາກຊ່າງເວົ້າ, ມັກເລົ່າເລື່ອງນີ້ເລື້ອງນັ້ນໃຫ້ຄົນອື່ນຟັງ ກໍ່ສ້າງຕົວເອງໃຫ້ເປັນນັກບັນຍາຍໂດຍຊອກເລື່ອງທີ່ຄົນສົນໃຈມາບັນຍາຍໃຫ້ມີປະໂຫຍດຕໍ່ຄົນອື່ນແລ້ວໂອກາດທາງອາຊີບກໍ່ຄືທາງການເງິນກໍ່ຈະຕາມມາ.
   
 3. ແຮງບັນດານໃຈ
ຍຸກປະຈຸບັນເປັນຍຸກທີ່ມີການແຂ່ງຂັນສູງ, ມີຄວາມກົດດັນ, ຄົນເຮົາມີນິໄສເບື່ອໜ່າຍໄວ, ໂລກ ແລະ ສັງຄົມມີຄວາມວຸ້ນວາຍ, ມີຫຼາຍສິ່ງຫຼາຍຢ່າງທີ່ເຮັດໃຫ້ເຮົາຕ້ອງໄດ້ຄິດນຳ ແລະ ມີສ່ວນກ່ຽວພັນກັບມັນ ຈຶ່ງເປັນເຫດໃຫ້ເຮົາຕ້ອງທໍ້ໃຈຢູ່ເລື້ອຍໆ ການທີ່ເປັນຄົນມີຄວາມຄິດໃນການສ້າງແຮງບັນດານໃຈຈຶ່ງນັບວ່າເປັນເລື້ອງດີ ບໍ່ພຽງແຕ່ເຊີດຊູໃຫ້ຕົນເອງເຂັ້ມແຂງສູ້ກັບອຸປະສັກຕໍ່ໄປເທົ່ານັ້ນ ແລ້ວຍັງສາມາດສ້າງແຮງບັນດານໃຈໃຫ້ຄົນອື່ນອີກ ບໍ່ສະເພາະຄົນໃກ້ຕົວ ຍາດມິດເທົ່ານັ້ນ ຖ້າເຮົາຫາກເປັນຄົນສ້າງແຮງບັນດານໃຈໃຫ້ຄົນຈຳນວນຫຼາຍໄດ້ມັນກໍ່ສາມາດສ້າງອາຊີບໃຫ້ເຮົາໄດ້ຄືກັນ ເປັນຕົ້ນແມ່ນ: ການເປັນນັກເວົ້າ ນັກບັນຍາຍສ້າງແຮງບັນດານໃຈ ຫຼື ການເປັນນັກຂຽນ ຂຽນໜັງສືສ້າງແຮງບັນດານໃຈ...

Tuesday, June 27, 2017

ການສຶກສາແບບ STEM ຄືທາງເລືອກທີ່ຈະນຳໄປໃຊ້ປະໂຫຍດໄດ້ຈິງ


ໃນຍຸກປັດຈຸບັນເປັນຍຸກໂລກາພິວັດ ຂໍ້ມູນຂ່າວສານ, ຄວາມຮູ້, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ກ້າວກະໂດດ ເນື່ອງຈາກສະພາບເອື້ອຍອຳນວຍທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ວ່ອງໄວທັນຍຸກທັນເຫດການ. ເວົ້າສະເພາະດ້ານການສຶກສາຖ້າຈະມີ ການຮຽນ-ການສອນທີ່ໃຊ້ແບບການຈົດກ່າຍ, ການທ່ອງທິດສະດີທີ່ຍືດຍາວ,​ ການຮຽນແຕ່ຈາກປື້ມຫົວດຽວ ຫຼື ຈາກຄູສອນຄົນດຽວ, ຮຽນຢູ່ແຕ່ໃນຫ້ອງຮຽນໂດຍປາສະຈາກຄວາມຮູ້ພາຍນອກນັ້ນເຫັນວ່ານໍາໄປໃຊ້ປະໂຫຍດໄດ້ໜ້ອຍ ຫຼື ບໍ່ມີຜົນຕໍ່ການປະກອບອາຊີບໄດ້ເທົ່າທີ່ຄວນ ເຮັດໃຫ້ຜູ້ຮຽນຂາດທັກສະຄວາມເປັນມືອາຊີບ. ໃນຊ່ວງສອງສາມທົດສະຫວັດທີ່ຜ່ານມານີ້ຢູ່ໃນຫຼາຍໆປະເທດທີ່ຈະເລີນແມ່ນເພີ່ນນິຍົມນຳໃຊ້ຫຼັກການສຶກສາແບບ STEM (STEM Education) ເຊິ່ງເຫັນວ່າໄດ້ຮັບຄວາມປະສົບຜົນສຳເລັດເປັນຢ່າງດີ. ສະນັ້ນ, ຈຶ່ງເຫັນວ່າຄວນຈະນໍາເອົາລະບົບດັ່ງກ່າວມາປະຍຸກໃຊ້ໃນການສຶກສາຂອງປະເທດເຮົາໃຫ້ນັບມື້ນັບດີຂື້ນ.


ຈຸດເລິ່ມຕົ້ນຂອງແນວຄິດການສຶກສາແບບສະເຕັມ ແມ່ນມາຈາກປະເທດສະຫະລັດອາເມລິກາ ທີ່ໄດ້ປະສົບບັນຫາເລື່ອງຜົນການທົດສອບການຮຽນຂອງນັກຮຽນພາຍໃນປະເທດທີ່ເຫັນວ່າມີລະດັບຕ່ຳກວ່າຫຼາຍປະເທດ ແລະ ສົ່ງຜົນຕໍ່ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ວິສະວະກຳ. ດັ່ງນັ້ນ, ລັດຖະບານຈິ່ງມີນະໂຍບາຍສົ່ງເສີມການສຶກສາໂດຍພັດທະນາ STEM Education ຂຶ້ນມາເພື່ອຫວັງຈະຊ່ວຍການຍົກລະດັບ ການທົດສອບດ້ານຄະນິດວິທະຍາສາດລະດັບສາກົນ ໃຫ້ສູງຂຶ້ນ ແລະ ຈະເປັນແນວທາງໜຶ່ງໃນການສົ່ງເສີມທັກສະທີ່ຈໍາເປັນສຳລັບຜູ້ຮຽນໃນສັດຕະວັດທີ 21 ເຊັ່ນ:ຜູ້ຮຽນສາມາດເຂົ້າໃຈເນື້ອໃນ, ສາມາດພັດທະນາທັກສະການຄິດ ໂດຍສະເພາະການຄິດຂັ້ນສູງ, ການຄິດວິເຄາະ (Critical Thinking), ​ການຄິດສ້າງສັນ (Creative Thinking) ແລະ ມີທັກສະການເຮັດວຽກດ້ານການເຮັດວຽກເປັນທີມ ແລະ ການສື່ສານທີ່ມີປະສິດທິພາບ.



ການສຶກສາແບບ STEM ເປັນແນວທາງການສຶກສາທີ່ໄດ້ບູລະນາການຄວາມຮູ້ລະຫວ່າງສາດສາຂາວິຊາຕ່າງໆເຊັ່ນ:
-      Science: ເປັນວິຊາທີ່ສຶກສາກ່ຽວກັບປະກົດການຕ່າງໆທາງທໍາມະຊາດ, ໂດຍການອາໄສຂະບວນການສະແຫວງຫາຄວາມຮູ້ ແລະ ຂໍ້ເທັດຈິງ.
-      Technology:  ເປັນວິຊາວ່າດ້ວຍຂະບວນການເຮັດວຽກທີ່ມີການປະຍຸກນໍາໃຊ້ວິທະຍາສາດສາຂາອື່ນໆ ທີ່ກ່ຽວຂ້ອງມານໍາໃຊ້ໃນການແກ້ໄຂບັນຫາ, ປັບປຸງ ຫຼື ພັດທະນາສິ່ງຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການ ຫຼື ຄວາມຈໍາເປັນຂອງມະນຸດ
-       Engineering: ເປັນວິຊາທີ່ກ່ຽວຂ້ອງກັບການສ້າງສັນນະວັດຕະກຳ ຫຼື ສ້າງສິ່ງຕ່າງໆ ເພື່ອມາອໍານວຍຄວາມສະດວກຂອງມະນຸດ ໂດຍອາໄສຄວາມຮູ້ດ້ານວິທະຍາສາດ, ຄະນິດສາດ ແລະ ຂະບວນການທາງເຕັກໂນໂລຊີ ມາປະຍຸກໃຊ້ ເພື່ອສ້າງສັນຊິ້ນງານຕ່າງໆ.
-       Mathematics: ເປັນວິຊາທີ່ວ່າດ້ວຍການສຶກສາກ່ຽວກັບການຄໍານວນ ຫຼື ຄິດໄລ່ ເຊິ່ງເປັນພື້ນຖານສໍາຄັນໃນການສຶກສາ ແລະ ຕໍ່ຍອດວິຊາທາງວິສະວະກຳ ແລະ ອື່ນໆ.

ດັ່ງນັ້ນ, ການສຶກສາແບບ STEM ຈຶ່ງໝາຍເຖິງອົງຄວາມຮູ້ ວິຊາການຂອງສາດທັງສີ່ສາຂາທີ່ມີຄວາມເຊື່ອມໂຍງກັນໃນໂລກຂອງຄວາມເປັນຈິງທີ່ຕ້ອງອາໄສອົງຄວາມຮູ້ຕ່າງໆມາບູລະນາການເຂົ້າດ້ວຍກັນໃນການດຳເນີນຊີວິດ ແລະ ການເຮັດວຽກ, ເປັນແນວທາງການຈັດການສຶກສາໂດຍເນັ້ນການນຳຄວາມຮູ້ໄປໃຊ້ໃນການແກ້ໄຂບັນຫາໃນຊີວິດຈິງ ລວມທັງການພັດທະນາຂະບວນການ ຫຼື ຜົນຜະລິດໃໝ່ທີ່ເປັນປະໂຫຍດໃນການເຮັດວຽກ ແລະ ການດຳເນີນຊີວິດຕົວຈິງ.




ຫຼັກການສຶກສາແບບ STEM ສາມາດປະຍຸກໃຊ້ເຂົ້າໃນການຮຽນ-ການສອນນັບຕັ້ງແຕ່ຂັ້ນອະນຸບານຈົນເຖິງລະດັບວິຊາຊີບ ແລະ ມະຫາວິທະຍາໄລ. ໂດຍການຮຽນ-ການສອນແບບເອົານັກຮຽນເປັນໃຈກາງໃນການປະຕິບັດເຊິ່ງອາຈານເປັນຜູ້ແນະນຳ, ອາຈານຕ້ອງຮູ້ຖອດເອົາປະເດັນທີ່ສຳຄັນທີ່ຈະເປັນປະໂຫຍດ ແລະ ໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນມາເປັນໂຈດບັນຫາໃຫ້ນັກຮຽນສົນທະນາ ຫຼືຫາທາງແກ້ໄຂບັນຫາ ແລະ ນອກນັ້ນຍັງສາມາດທີ່ຈະເຊີນເອົາບັນດາຜູ້ຊ່ຽວຊານຈາກຫຼາກຫຼາຍສາຂາອາຊີບມາຖ່າຍທອດຄວາມຮູ້, ເຕັກນິກ ແລະ ວິທີການຕ່າງໆ ເພື່ອຈັດຕັ້ງການຮຽນໂດຍຜ່ານການເຮັດກິດຈະກໍາໃຫ້ນັກຮຽນຕາມຄວາມເປັນໄປໄດ້. ນອກນັ້ນ, ຜູ້ຮຽນຍັງສາມາດຮຽນຈາກສື່ດ້ານຕ່າງໆ ເປັນຕົ້ນແມ່ນ ທາງອິນເຕີເນັດ, ຄລິບວິດີໂອຕ່າງໆ, ຮຽນຈາກຄົນໃນຄອບຄົວ, ຮຽນນໍາໝູ່ເພື່ອນ ແລະ ຮຽນນໍາຄົນໃນສາຂາອາຊີບຕ່າງໆໃນສັງຄົມ.



ເວົ້າລວມແລ້ວ, ການສຶກສາແບບ STEM ຈຶ່ງບໍ່ແມ່ນເລື່ອງໃໝ່ ແຕ່ເປັນການຕໍ່ຍອດຫຼັກສູດໂດຍການບຸລານາການການຮຽນຮູ້ດ້ານວິທະຍາສາດ,​ ຄະນິດສາດ,​ ເຕັກໂນໂລຊີ ແລະ ຂະບວນການທາງວິສະວະກໍາສາດ ເພື່ອເນັ້ນການນໍາຄວາມຮູ້ໄປໃຊ້ການແກ້ໄຂບັນຫາໃນການດໍາເນີນຊີວິດ ລວມທັັງຄວາມສາມາດພັດທະນາຂະບວນການ ຫຼື ຜົນຜະລິດໃໝ່ທີ່ເປັນປະໂຫຍດຕໍ່ການດຳເນີນຊີວິດ ແລະ ການປະກອບອາຊີບໃນອະນາຄົດ ອີກທັງວິຊາທັງ 4 ເປັນວິຊາທີ່ມີຄວາມສໍາຄັນຫຼາຍຕໍ່ການເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດ, ການພັດທະນາຄຸນນະພາບຊີວິດ ແລະ ຄວາມໝັ້ນຄົງຂອງປະເທດ  ຊຶ່ງລ້ວນແຕ່ເປັນວິຊາທີ່ສົ່ງເສີມໃຫ້ຜູ້ຮຽນ ໄດ້ມີຄວາມຮູ້ຄວາມສາມາດທີ່ຈະດຳລົງຊີວິດໄດ້ຢ່າງມີຄວາມສຸກ ໃນຍຸກປັດຈຸບັນ.

Sunday, June 11, 2017

ເຫດຜົນຂອງການດຳລົງຊີວິດຢູ່ ຕາມແບບ Ikigai

ການທີ່ເຮັດໃຫ້ເຮົາເບື່ອຊີວິດຂອງເຮົາຢູ່ເລື້ອຍໆ ບໍ່ວ່າຈະເປັນການຜິດຫວັງ ຫຼື ບໍ່ພໍໃຈໃນເລື້ອງຕ່າງໆເປັນຕົ້ນວ່າ: ການຂີ້ຄ້ານເຮັດວຽກ, ເບື່ອວຽກທີ່ເຮັດ, ເບື່ອເພື່ອນຮ່ວມງານ, ເບື່ອຫົວໜ້າ,  ເບື່ອລະບົບອົງກອນທີ່ບໍ່ມີຄວາມຍຸດຕິທຳ, ເບື່ອການເອົາລັດເອົາປຽບຂອງຄົນໃນສັງຄົມ, ບໍ່ພໍໃຈໃນລາຍໄດ້ທີ່ບໍ່ພໍໃນການດຳເນີນຊີວິດ, ຄວາມທຸກໃຈທີ່ຖືກຄົນອື່ນເອົາປຽບ ແລະ ອື່ນໆ ນັ້ນກໍ່ຍ້ອນວ່າເຮົາບໍ່ເຫັນພາບລວມຂອງອົງປະກອບ ທີ່ເອີ້ນວ່າ ເຫດຜົນຂອງການດຳລົງຊີວິດຢູ່ຫຼື Ikigai (生き甲斐) ເຊິ່ງລະບົບດັ່ງກ່າວແມ່ນຖືກຄົ້ນພົບຢູ່ເມືອງໂອກີນາວາປະເທດຍີ່ປຸ່ນ ທີ່ການຄົ້ນພົບ ແລະ ເຂົ້າໃຈເຖິງລະບົບນີ້ເອງທີ່ເຮັດໃຫ້ຄົນໂອກີນາວາ ສ່ວນຫຼາຍມີອາຍຸຍືນເຖິງ 100 ປີ.
ລະບົບ Ikigai ໜ້າຈະເປັນຄຳທີ່ເໝາະສົມກັບຄົນໃນຍຸກສັງຄົມປັດຈຸບັນ ທີ່ເປັນສັງຄົມກະຫາຍແຮງບັນດານໃຈໃນການເຮັດວຽກ ແລະ ການໃຊ້ຊີວິດ, ສັງຄົມທີ່ຊອກສະແຫວງຫາເຫດຜົນທຸກຢ່າງທີ່ເຮົາເຮັດ ແມ້ກະທັ້ງເຫດຜົນທີ່ເຮົາຂີ້ຄ້ານ, ເຫດຜົນທີ່ຢາກອອກຈາກວຽກໄປຈົນເຖິງເຫດຜົນທີ່ເຮົາຢາກດຳເນີນຊີວິດຢ່າງມີອິດສະຫຼະ.

ໃນແຜນພາບຂ້າງເທິງ ມັນໄດ້ອະທິບາຍເຖິງອົງປະກອບ ຂອງ ລະບົບ Ikigai ໄວ້ຢ່າງຊານສະຫຼາດ ແລະ ປານີດ ໃຫ້ເຮົາພໍມີສະຕິຮັບຮູ້ວ່າຫາກເຮົາຈະມີ ເຫດຜົນຂອງການດຳລົງຊີວິດຢູ່ ໃນຊີວິດນີ້ ມັນຕ້ອງມີເຫດຜົນ 4 ຢ່າງເຫຼົ່ານີ້ປະກອບກັນນັ້ນກໍ່ຄື:
1.     ການໄດ້ເຮັດໃນສິ່ງທີ່ເຮົາມັກ
2.    ເປັນສິ່ງທີ່ເຮົາຖະໜັດ (ຄວາມສາມາດ)
3.    ເປັນສິ່ງທີ່ຕ້ອງການຂອງຄົນໃນສັງຄົມ (ແກ້ໄຂບັນຫາໃຫ້ຄົນອື່ນ)
4.    ສິ່ງທີ່ມີຄຸນຄ່າພໍທີ່ຈະໃຫ້ຄົນອື່ນຍອມຈ່າຍເງິນເພື່ອແລກກັບມັນ.
ໃນທາງປະຕິບັດກໍ່ຄືຕ້ອງມີ 4 ຢ່າງເຫຼົ່ານີ້:
1.     Passion (ຄວາມຫຼົງໄຫຼ) ຄື: ຄືສິ່ງທີ່ເຮົາເຮັດໄດ້ດີ ແລະ ມີຄວາມສຸກທີ່ໄດ້ເຮັດ.
2.    Mission (ພາລະກິດ) ກໍ່ຄືການໃຊ້ຄວາມພຽນພະຍາຍາມ, ສຸມຈິດສຸມໃຈຕັ້ງໝັ້ນນ່ຽວແນ່, ມີອຸດົມການ, ເຮັດເພື່ອສັງຄົມ, ເຮັດເພື່ອຄົນອື່ນ.
3.    Vocation (ຄວາມມີສີມື): ເປັນວຽກທີ່ເຮັດດ້ວຍທັກສະສີມີ, ອອກເຫື່ອອອກແຮງ, ເບິ່ງເຫັນເປັນຮູບປະທໍາ, ຈັບຕ້ອງບາຍໄດ້, ເປັນສິ່ງທີ່ນໍາໃຊ້ໄດ້ຈິງໃນຊີວິດປະຈໍາວັນ, ມີປະໂຫຍດ, ນໍາໄປຂາຍໄດ້ ບໍ່ວ່າຈະເປັນຜົນຜະລິດ ຫຼື ຮູບແບບການບໍລິການອື່ນໆ.
4.    Profession (ຄວາມເປັນມືອາຊີບ): ກໍ່ຄືການມີຄວາມຮູ້, ການມີຫຼັກວິຊາການທີ່ສ້າງຄວາມເປັນມືອາຊີບ, ມີສິ່ງທີ່ຢັ້ງຢືນອ້າງອີງ ຫຼື ສະເເດງເຖິງມາດຕະຖານຂອງການປະກອບອາຊີບນັ້ນໆ ເຮັດໃຫ້ຄົນອື່ນຍອມຮັບໄດ້ ແລະ ຍອມຈ້າງ ຫຼື ຈ່າຍເງິນເພື່ອແລກກັບການໃຫ້ບໍລິການນັ້ນ.
 ຖ້າເຮົາຫາອົງປະກອບ 4 ຢ່າງນີ້ພົບເຮົາກໍ່ຈະຄົ້ນພົບ Ikigai ຂອງຊີວິດເຮົາ ແລະ ກໍ່ຈະອີ່ມເອີບໃຈໄດ້ວ່າ ມັນເປັນເຫດຜົນທີ່ເຮັດໃຫ້ເຮົາຕື່ນນອນຕອນເຊົ້າເພື່ອມາດຳເນີນຊີວິດຢູ່ຕໍ່ໄດ້ຈົນເຖິງອາຍຸ 70, 80, 90 ຫຼື 100 ປີ ກໍ່ເປັນໄດ້.
ແຕ່ຂ້າພະເຈົ້າບໍ່ໄດ້ສົນໃຈໃນພື້ນທີ່ສີຂຽວໆໃຈກາງຂອງແຜນພາບນີ້ທີ່ຂຽນວ່າ Ikigai ພໍປານໃດ ແຕ່ສິ່ງທີ່ສົນໃຈກໍ່ຄືພື້ນທີ່ສາມລ່ຽມນ້ອຍ 4 ອັນທີ່ຢູ່ອ້ອມຮອບມັນຫຼາຍກວ່າ ເພາະ 3 ລ່ຽມ 4 ອັນຕັ້ງຫາກທີ່ເປັນປັດໃຈເຮັດໃຫ້ເຮົາເຫັນເຫດຜົນທີ່ເຮັດໃຫ້ເຮົາບໍ່ຢາກດຳລົງຊີວິດຢູ່ໃນຈຸດທີ່ເຮົາເປັນຢູ່ໃນປັດຈຸບັນ ເຊິ່ງນັ້ນກໍ່ຄືເຫດຜົນທີ່ເຮັດໃຫ້ເຮົາເຮັດວຽກ ຫຼື ໃຊ້ຊີວິດ ຢ່າງ ບໍ່ມີຄວາມສຸກຫຼື ທຸກທໍລະມານ.
ສະພາວະທັງ 4 ຢ່າງນັ້ນກໍ່ຄື:
1.     ສະພາວະກະເປົາແຫ້ງ: ຄືການມີຄວາມສຸກກັບສິ່ງທີ່ເຮັດ ແຕ່ຂາດຄວາມໝັ້ນຄົງທາງຖານະທາງການເງິນ ເນື່ອງຈາກວຽກທີ່ເຮັດຢູ່ ບໍ່ສາມາດປ່ຽນແປງເປັນລາຍຮັບໄດ້ ເໝືອນພວກທີ່ມັກເຮັດກິດຈະກໍາໃນຍາມຫວ້າງແຕ່ພັດຂາຍບໍ່ໄດ້, ຂາຍບໍ່ອອກ ຫຼື ເຖິງໄດ້ກໍ່ໄດ້ໜ້ອຍເຊິ່ງບໍ່ພຽງພໍລ້ຽງຊີວິດໃຫ້ຢູ່ລອດໄດ້.
2.    ສະພາວະກ້ຳກືນຝຶນທົນ: ຄືການຕື່ນເຕັ້ນກັບສິ່ງທີ່ເຮັດ ພໍມີລາຍໄດ້ ແຕ່ກັບຂາດຄວາມໝັ້ນຄົງ ເພາະສິ່ງທີ່ເຮັດຢູ່ນັ້ນ ເຮົາບໍ່ມີຄວາມຊ່ຽວຊານພຽງພໍ ເໝືອນພວກທີ່ຈົບການຕະຫຼາດ, ລັດຖະສາດ ຫຼື ສາຍສັງຄົມ ແລ້ວໄປເຮັດວຽກໃນການບໍລິຫານທົ່ວໄປ ພໍລະບົບຫຼົ້ມ ຫຼື ລະບົບມີການປ່ຽນແປງເຮົາກໍ່ຄອຍຫຼົ້ມໄປນຳລະບົບ ເພາະບໍ່ມີຄວາມສາມາດແລະ ທັກສະໃດຕິດຕົວເປັນຮູບປະທຳທີ່ພໍເປັນຕົວເປັນຕົນໃຫ້ໄດ້ເອົາໄປສ້າງລາຍໄດ້ອັນໃໝ່ໄດ້.
3.    ສະພາວະຂາດພະລັງ: ຄືການມີຊີວິດທີ່ເບິ່ງຄືຈະຕອບໂຈດທຸກຢ່າງ ໃຊ້ຊີວິດໄດ້ຢ່າງສະບາຍ ແຕ່ກັບຮູ້ສຶກວ່າ ຊີວິດບໍ່ມີຄວາມໝາຍຫຍັງເນື່ອງຈາກເຮົາບໍ່ໄດ້ຮັກໃນສິ່ງທີ່ເຮົາເຮັດ ເໝືອນນັກກວດສອບບັນຊີ, ທະນາຍຄວມ ຫຼື ນັກອອກແບບ ພວກນີ້ລາຍໄດ້ດີ ແຕ່ຂ້າງໃນມັນບໍ່ເຕັມ.
4.    ສະພາວະບໍ່ມີຕົວຕົນ: ຄືການໄດ້ເຮັດໃນສິ່ງທີ່ຕົນເອງຮັກ, ເບິ່ງຄືຈະພໍໃຈໃນຈຸດທີ່ຕົນເອງເປັນຢູ່ ແຕ່ກັບຮູ້ສຶກວ່າສິ່ງທີ່ທຸ້ມເທກັບບໍ່ມີປະໂຫຍດຕໍ່ຄົນຮອບຕົວ ແລະ ໂລກໃບນີ້ພໍເທົ່າໃດ.

Ikigai ມີຄວາມໝາຍໃກ້ຄຽງກັບເປົ້າໝາຍຊີວິດ ແຕ່ແຕກຕ່າງບ່ອນທີ່ວ່າ Ikigai ບໍ່ມີວັນທີ່ຈະສິ້ນສຸດ ອາດຈະເປັນສິ່ງທີ່ທ່ານຈະຕ້ອງເຮັດໃນທຸກໆມື້ ຫຼື ສິ່ງທີ່ທ່ານຢາກເຮັດຕະຫຼອດໄປໃນຕະຫຼອດຊີວິດ ບໍ່ແມ່ນແຕ່ພຽງສິ່ງທີ່ທ່ານຝັນເຖິງ ແຕ່ເປັນສິ່ງທີ່ທ່ານໄດ້ລົງມືເຮັດ ແລະ ຄົນອື່ນກໍ່ເຫັນຜົນຂອງມັນ.

ລວມຄວາມແລ້ວກໍ່ຄື ການເອົາຈຸດແຂງຂອງເຮົາມາເຍືອງໃສ່ໃຫ້ຕອບໂຈດບັນຫາຂອງສັງຄົມ(ແກ້ໄຂບັນຫາໃຫ້ຄົນອື່ນ) ແລະ ສາມາດສ້າງລາຍຮັບເພື່ອລ້ຽງຊີວິດໄດ້ ແລ້ວເຮົາກໍ່ຈະຢູ່ຢ່າງມີຄວາມສຸກກັບມັນ.


Friday, May 19, 2017

ຖ້າຈະຄິດການໃຫຍ່ໃຈຕ້ອງນິ້ງ.


ຖ້າຢາກຈະສຳເລັດການໃຫຍ່ ບາງຄັ້ງມັນຕ້ອງໃຊ້ເວລາດົນນານພໍສົມຄວນ ບາງທີກໍ່ເຖິງຂັ້ນດົນຈົນກວ່າຈະໝົດຊົ່ວຊີວິດຕົນເອງໄປ ແລະ  ສືບຕໍ່ອຸດົມການໃສ່ເຊັ່ນລູກ ເຊັ່ນຫຼານ ຈຶ່ງຈະປະສົບຄວາມສຳເລັດຈາກຜົນພອຍໄດ້ຂອງຄົນຜູ້ທີ່ຄິດການໃຫຍ່ໄວ້ນັ້ນປູທາງ ວາງແຜນໄວ້ຢ່າງແຍບຍົນມາໃຫ້.



ບາງຄັ້ງຕ້ອງໄດ້ອົດທົນກ້ຳກືນເປັນທາດຮັບໃຊ້ຂ້າເສິກ, ຖືກມອງຂ້າມ, ຖືກເມີນເສີຍໃສ່, ເໝືອນຄົນທີ່ມີຊີວິດແຕ່ບໍ່ມີຕົວຕົນໃນວົງສັງຄົມ ຫຼື ມີບົດບາດໃນໜ້າທີ່ການງານຫຍັງເລີຍ ເຖິງຈະເບັ່ງກ້າມໃສ່ໃຫ້ຄົນອື່ນເຫັນມັນກໍ່ບໍ່ມີຄວາມໝາຍຫຍັງ ເພາະຮູ້ຢູ່ແກ່ໃຈວ່າເວລານີ້ມັນແມ່ນເວລາຄົນອື່ນກຳລັງເປັນໃຫຍ່ໃນອຳນາດ ແລະ ການວາງເກມໝາກລຸກມັນຢູ່ໃນມືຂອງຄົນອື່ນ ທາງທີ່ດີກໍ່ຕ້ອງເປັນເໝືອນໝາທີ່ຕ້ອງໄດ້ຄອຍລະວັງ ຫຼອບຫາງເອົາໄວ້ ຖ້າບໍ່ດັ່ງນັ້ນຈະຖືກຜູ້ມີອຳນາດເດັດຫົວຂາດໄປໂດຍບໍ່ຮູ້ຕົວ.

ແຕ່ເຂົາຄົນນັ້ນຈະບໍ່ຢຸດນິ້ງທີ່ຈະຄ່ອຍຖ່ອມຕົນ ພັດທະນາຕົນເອງ, ບໍ່ໄດ້ລົດລະການຝຶກຝົນຫຼໍ່ຫຼອມທັກສະ, ຄ່ອຍສະສົມກຳລັງ, ຝັງຕົວຍາວນານຢ່າງງູ່ຈຳສິນຈົນຄູ່ຕໍ່ສູ້ເບິ່ງບໍ່ມີຜິດໄພກັບເຂົາໄປແລ້ວຢ່າງຕາຍໃຈ, ມີຄວາມອົດກັ້ນທຸ່ນທ່ຽງ ເປັນຄົນມີເປົ້າໝາຍທີ່ແນ່ວແນ່ ແລະ ຊັດເຈນທີ່ສຸດໄວ້ໃນມັນສະໝອງຂອງເຂົາໂດຍການໃສ່ກຸນແຈປິດເປັນຄວາມລັບແຕ່ພຽງຜູ້ດຽວໃນໂລກ ຄ່ອຍໆບົ່ມເພາະລໍຖ້າວັນໜຶ່ງມັນກຽມຈະປະຖຸອອກມາຫາກໃນເມື່ອມັນມີໂອກາດ ທີ່ເອື້ອຍອຳນວຍ ແລະ ເໝາະສົມ ຈະມີຈັກວັນຟ້າມັນຈະແບ່ງໂອກາດມາໃຫ້ເຂົາ ແລ້ວເມື່ອເຖິງເວລານັ້ນມາເຖິງຄວາມປະນີປະນອມ ຍັ້ງຕີນຍັງມື ມັນກໍ່ຈະບໍ່ຢູ່ຄືກັນ.

ການຈະຄິດການໃຫຍ່ນັ້ນ ໃນການຈະລົງມືກະທຳສິ່ງໃດຕ້ອງໄດ້ພິຈາລະນາໄຄວ່ຄວນໃຫ້ເຖິງທີ່ສຸດວ່າມັນຈະຄຸ້ມ ຫຼື ບໍ່ກັບສິ່ງທີ່ຈະລົງມືກັບມັນ, ບໍ່ແມ່ນວ່າຈະເສຍເວລາເສຍເຫື່ອເສຍແຮງໂດຍທີ່ເປົ່າປະໂຫຍດ ວຽກໃດມາກໍ່ບໍ່ແມ່ນວ່າສະເໜີໜ້າເຂົ້າຮັບ ເຮັດຕັ້ງແຕ່ໄມ້ຈີ້ມຟັນ ຢັນເຮືອຮົບ, ສິ່ງໜຶ່ງທີ່ຕ້ອງເຕືອນໃຈກໍ່ຄືຢ່າຍຶດຕິດກັບສິ່ງໃດໜຶ່ງຈົນເກີນໄປ ບໍ່ວ່າຈະເປັນໜ້າທີ່ການງານທີ່ເຮົາຮັກ ທີ່ເຮົາຫຼົງໄຫຼກັບມັນ, ຕຳແໜ່ງທີ່ກຳລັງຮັບຜິດຊອບ ຫຼື ຄວາມສຸກທີ່ທ່ານກຳລັງດູດດື່ມກັບມັນຢູ່ ແຕ່ໃຫ້ຄິດວ່າເຖິງຄາວທີ່ຄົນຜູ້ມີອຳນາດເຂົາຈະເດີນໝາກກັບເຮົາ ກໍ່ຕ້ອງຄອຍຫຼອບໄຫຼໄປນຳເກມຂອງເຂົາກ່ອນ, ເຖິງເວລາສະຫຼະບ່ອນທີ່ຕົນເອງນັ່ງກໍ່ຕ້ອງສະຫຼະ ຢ່າໄປແຂງກະດ້າງ ຫຼື ຍຶດຕິດຫ່ວງກັບມັນຈົນຄອຍດອມໃຈໂຕເອງຕາຍເສຍກ່ອນ.


ສະນັ້ນ, ການທີ່ຈະເຮັດວຽກງານການໃຫຍ່ໃດໆ ຜູ້ຍິ່ງໃຫຍ່ຈະບໍ່ສ່ຽງໃນສະຖານະການທີ່ບ້ານເມືອງກຳລັງຕົກຢູ່ໃນສະພາບສົນລະວົນ ຄົນກຳລັງແຕກຕື່ນຍາດຊິງອຳນາດກັນນັ້ນ. ທາງທີ່ດີຄວນຈະຫຼີກລ້ຽງສະພາບທີ່ວຸ້ນວາຍດັ່ງກ່າວ ແລະ ຫາເວລາຢູ່ໃນບ່ອນສະຫງົບເພື່ອຮັກສາສະພາບຈິດຕົນເອງໃຫ້ເຂັ້ມແຂງ, ກິນອາຫານທີ່ມີປະໂຫຍດຕໍ່ຮ່າງກາຍ, ອອກກຳລັງກາຍສະໝ່ຳສະເໝີໃຫ້ສຸຂະພາບແຂງແຮງ ອາຍຸຈະໄດ້ຍືນຍາວ, ອ່ານໜັງສືທີ່ດີໆພັດທະນາສະໝອງ ແລະ ລໍຖ້າວັນທີ່ມັນສຸກງອມພໍດີທີ່ຈະມາເຖິງແລ້ວຈຶ່ງລົງມືກັບມັນ. 

Sunday, May 14, 2017

5 ປະການ ຄິດໃຫຍ່ຊະນະໃນທຸກທາງ

ການຄິດໃຫ້ໃຫຍ່ຈະດີກວ່າການຄິດເລື້ອງເລັກນ້ອຍຈຸກຈິກ ແລະ ການຄິດໃຫຍ່ຈະນຳໄປສູ່ຄວາມໄຊຊະນະສະເໝີ



  1. ຢ່າມີປົມດ້ອຍ: ເອົາຊະນະຄວາມຮູ້ສຶກທີ່ດູຖູກຕົວເອງ, ມຸ່ງເນັ້ນໃນຄຸນສົມບັດຂອງຕົນເອງ ແລະ ທ່ານມີດີກວ່າທີ່ທ່ານຄິດ.
  2. ໃຊ້ຄຳຂອງຄົນທີ່ຄິດໃຫຍ່: ໃຊ້ຄຳທີ່ໃຫຍ່ (ບໍ່ໄດ້ໝາຍຄວາມວ່າໃຫ້ເວົ້າໃຫຍ່ ແຕ່ໃຫ້ໃຊ້ຄຳເວົ້າໃນຄວາມຄິດໃຫ້ໃຫຍ່), ສົດໃສ ແລະ ລື່ນເລີງ, ໃຊ້ຄຳເວົ້າທີ່ໃຫ້ສັນຍາວ່າຈະຊະນະ, ໃຫ້ຄວາມຫວັງ, ຄວາມສຸກ, ຄວາມລື່ນເລີງ ຫຼີກລ້ຽງຄຳເວົ້າທີ່ສ້າງພາບພົດທີ່ບໍ່ດີ, ຄວາມຜ່າຍແພ້ ແລະ ຄວາມໂສກເສົ້າ.
  3. ເບິ່ງອະນາຄົດໃຫ້ໄກຂຶ້ນ: ເບິ່ງວ່າມີຫຍັງທີ່ເປັນໄປໄດ້, ບໍ່ພຽງແຕ່ສະເພາະສິ່ງທີ່ເປັນຢູ່, ຝຶກເພີ່ມຄຸນຄ່າໃຫ້ກັບສິ່ງຕ່າງໆ ຄົນອື່ນ ແລະ ຕົວທ່ານເອງ.
  4. ເບິ່ງໜ້າວຽກຂອງທ່ານໃຫ້ໃຫຍ່ຂຶ້ນ: ຄິດຢ່າງຈິງຈັງກັບຄວາມສຳຄັນຂອງວຽກທີ່ທ່ານເຮັດຢູ່ໃນປັດຈຸບັນ, ການເລື່ອນຂັ້ນເລື່ອນຕຳແໜ່ງຄາວໜ້າສ່ວນໃຫຍ່ຂຶ້ນຢູ່ກັບທັດສະນະຄະຕິຂອງທ່ານທີ່ເບິ່ງວຽກໃນປັດຈຸບັນຂອງທ່ານ (ອັນນີ້ ຜູ້ຂຽນຍັງບໍ່ແນ່ໃຈ ກ໋ອບປີເຂົາມາ).
  5. ຢ່າຄິດເລື້ອງຈຸກຈິກເລັກນ້ອຍ: ເອົາໃຈໃສ່ແຕ່ວັດຖຸປະສົງຫຼັກ, ກ່ອນທີ່ຈະເຂົ້າໄປວຸ້ນວາຍກັບເລື້ອງຈຸກຈິກທັງຫຼາຍ ກ່ອນທີ່ຈະເສຍການໃຫຍ່ກັບມັນ ຈົ່ງຖາມຕົວເອງວ່າ "ມັນສຳຄັນຫຍັງຊຳໃດ ?"

ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...