ເປັນຫຍັງເປົ້າໝາຍມີຄວາມສຳຄັນກັນໜັກໜາ?
ແລະ ຖ້າຊີວິດບໍ່ມີເປົ້າໝາຍຈະເປັນແນວໃດ?
ລອງມາເບິ່ງວິທີການຕັ້ງເປົ້າໝາຍທີ່ ທ່ານ Brendon ໄດ້ສອນເຕັກນິກການຕັ້ງເປົ້າໝາຍແບບ
DUMB Goals (Dreams, Uplifting, Method &
Behavior) ຫຼືຖ້າເວົ້າອີກແບບກໍ່ແມ່ນເປົ້າໝາຍແບບໂງ່ໆ ໄວ້ 4
ຂັ້ນຕອນດັ່ງນີ້:
ຂັ້ນທີ 1: Dreams ຂຽນຄວາມຝັນຂອງທ່ານລົງໄປ
ລອງຫຼັບຕາລົງຈັກຫ້າວິແລ້ວນຶກຂຶ້ນມາວ່າຊີວິດໃນຄວາມຝັນຂອງທ່ານມີຮູບຮ່າງໜ້າຕາເປັນແນວໃດ?
ຊີວິດແບບໃດທີ່ທ່ານມີຄວາມກະຕືລືລົ້ນທີ່ຈະໄຂວ່ຄວ້າມັນມາຄອບຄອງ ?
ຈາກນັ້ນກໍ່ຂຽນມັນລົງປຶ້ມບັນທຶກ ແລ້ວວິທີການທີ່ຍັງບໍ່ທັນມີມັນຈະປະກົດຂຶ້ນມາໃຫ້ເຫັນເອງ
ນີ້ຄືຈຸດເລີ່ມຕົ້ນທຳອິດຂອງການດຶງດູດຄວາມສຳເລັດ !!!. ໃຫ້ຄວາມຝັນ...ຂັບເຄື່ອນ ແລະ ເປັນພະລັງທີ່ຍິ່ງໃຫຍ່ໃຫ້ກັບທ່ານ.
ຂໍ້ແນະນຳ:
ຈົ່ງຂຽນຄວາມຝັນໃນຮູບປະໂຫຍກປະຈຸບັນ, ອາດຈະຂຽນໃນຮູບກາບັນຍາຍ ເຊິ່ງຈະເຮັດໃຫ້ທ່ານຮູ້ສຶກສາວ່າເໝືອນໄປຢູ່ບ່ອນນັ້ນແລ້ວ
ແລະ ໄດ້ສຳຜັດມັນແລ້ວ ທີ່ສຳຄັນຢ່າຕີກອບຄວາມຝັນໃຫ້ຄັບແຄບຈົນເກີນໄປ.
ຂັ້ນທີ 2: Uplifting ຍົກລະດັບຊີວິດ
ທ່ານຈະຍົກລະດັບຊີວິດໄປໃນທິດທາງໃດ?
ທ່ານຕ້ອງການໃຫ້ຫຍັງເກີດຂຶ້ນກັບຊີວິດຂອງທ່ານ?
ຫຼັງຈາກທີ່ໄດ້ຂຽນຄວາມຝັນຂອງທ່ານລົງໄປແລ້ວ
ຕອນນີ້ກໍ່ເຖິງເວລາຂຽນສິ່ງທີ່ທ່ານຕ້ອງການໃຫ້ມັນຊັດເຈນລົງໄປອີກ.
ຂຽນໃນສິ່ງທີ່ທ່ານເຊື່ອວ່າມັນຈະເປັນ “ເສັ້ນທາງໄປສູ່ຊີວິດໃນຝັນຂອງທ່ານ”.
ຂໍ້ແນະນຳ:
ຂຽນໃນສິ່ງທີ່ຕ້ອງການເທົ່ານັ້ນ, ໃຊ້ຄໍາເວົ້າທີ່ເວລາອ່ານແລ້ວມີພະລັງ ມີໄຟ ແລະ ແຮງບັນດານໃຈ
ແຕ່ຢ່າລືມຂຽນໃຫ້ມັນເຊື່ອມໂຍງກັບຄວາມຝັນຂອງທ່ານດ້ວຍ.
ຂັ້ນທີ 3: Method ເລືອກວິທີການ
ເມື່ອຮູ້ຊັດເຈນວ່າຄວາມຝັນແມ່ນຫຍັງ?
(ຜູ້ຂຽນກາຍັງບໍ່ຮູ້ຄືກັນ) ແລະ ກໍ່ໄດ້ກໍານົດທິດທາງວ່າຈະຍົກລະດັບຊີວິດໄປທາງໃດ?
ເຊິ່ງໝາຍເຖິງການເລືອກວິທີການ ແລະ ທັກສະທີ່ທ່ານຈະຕ້ອງຝຶກຝັນຈົນເກີດຄວາມຊຳນິຊຳນານ
ເພາະຄວາມສຳເລັດ ຄືຜົນລັບສຳລັບຄົນທີ່ມີຂອງເຈັ໋ງໆ ເທົ່ານັ້ນ.
ຂໍ້ແນະນຳ: ຂຽນສິ່ງທີ່ທ່ານຈະຝຶກຝົນ,
ຝຶກຝົນ ແລະ ຝຶກຝົນ. ເປົ້າໝາຍຂອງການຂຽນ “ວິທີການ”
ກໍ່ຄື “ການເພີ່ມທັກສະທີ່ຈໍາເປັນໃຫ້ຕົວທ່ານເອງ”.
ຂັ້ນທີ 4: Behavior ຝຶກນິໄສໃໝ່
ຖືວ່າເປັນພື້ນຖານສຳຄັນຂອງການຕັ້ງເປົ້າໝາຍແບບ DUMB (ແບບໂງ່ໆອີກຫັ້ນລະ)
ເພາະວ່າ “ນິໄສ” ຄືຮາກຖານຂອງທຸກໆຜົນລັບໃນຊີວິດ.
ໃນຂັ້ນນີ້ທ່ານຂຽນເຖິງນິໄສທີ່ທ່ານຕ້ອງການຝຶກຝົນ,
ນິໄສທີ່ມັນຈະສະໜັບສະໜູນໃຫ້ທ່ານບັນລຸທຸກໆເປົ້າໝາຍຂອງທ່ານ ເຊັນ: ຝຶກນິໄສໃຫ້ມີຈຸດສຸມ (Focus) ເຖິງຄວາມຝັນທີ່ຊັດເຈນຢູ່ສະເໝີ, ຝຶກນິໄສການເຮັດວຽກຢ່າງມີປະສິດທິພາບ, ຝຶກນິໄສຂອງການເປັນຄົນໃຈເຢັນ
ແລະ ນິ້ງສະຫງົບ.
ຂໍ້ແນະນໍາ: ລະບຸນິໄສທີ່ຈະເປັນປະໂຍດຕໍ່ການບັນລຸເປົ້າໝາຍຂອງທ່ານ
ແລະ ຊອກຫາວິທີການທີ່ຈະເຊື່ອມໂຍງນິໄສໃໝ່ກັບກິດຈະກຳທີ່ທ່ານເຮັດເປັນປົກກະຕິ.
ບໍ່ມີຄວາມສຳເລັດໃດທີ່ເກີດຂຶ້ນໂດຍທີ່ປາສະຈາກການລົງມືທຳ.
ຖ້າຂຽນແລ້ວລືມ, ຂຽນແລ້ວໃຫ້ໝາຄາບໄປແດກ, ຂຽນແລ້ວເອົາມ້ຽນເທິງຫົວນອນບໍ່ເຄີຍຈະເອົາມານຳໃຊ້
ວິທີການທີ່ຂຽນເປົ້າໝາຍໂຄດດີຊ່ຳໃດກໍ່ບໍ່ມີວັນທີ່ຈະນຳທ່ານໄປສູ່ຄວາມສຳເລັດໄດ້.