Tuesday, June 27, 2017

ການສຶກສາແບບ STEM ຄືທາງເລືອກທີ່ຈະນຳໄປໃຊ້ປະໂຫຍດໄດ້ຈິງ


ໃນຍຸກປັດຈຸບັນເປັນຍຸກໂລກາພິວັດ ຂໍ້ມູນຂ່າວສານ, ຄວາມຮູ້, ວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ຂະຫຍາຍຕົວຢ່າງກວ້າງຂວາງ ແລະ ກ້າວກະໂດດ ເນື່ອງຈາກສະພາບເອື້ອຍອຳນວຍທາງດ້ານເຕັກໂນໂລຊີທີ່ທັນສະໄໝ ແລະ ວ່ອງໄວທັນຍຸກທັນເຫດການ. ເວົ້າສະເພາະດ້ານການສຶກສາຖ້າຈະມີ ການຮຽນ-ການສອນທີ່ໃຊ້ແບບການຈົດກ່າຍ, ການທ່ອງທິດສະດີທີ່ຍືດຍາວ,​ ການຮຽນແຕ່ຈາກປື້ມຫົວດຽວ ຫຼື ຈາກຄູສອນຄົນດຽວ, ຮຽນຢູ່ແຕ່ໃນຫ້ອງຮຽນໂດຍປາສະຈາກຄວາມຮູ້ພາຍນອກນັ້ນເຫັນວ່ານໍາໄປໃຊ້ປະໂຫຍດໄດ້ໜ້ອຍ ຫຼື ບໍ່ມີຜົນຕໍ່ການປະກອບອາຊີບໄດ້ເທົ່າທີ່ຄວນ ເຮັດໃຫ້ຜູ້ຮຽນຂາດທັກສະຄວາມເປັນມືອາຊີບ. ໃນຊ່ວງສອງສາມທົດສະຫວັດທີ່ຜ່ານມານີ້ຢູ່ໃນຫຼາຍໆປະເທດທີ່ຈະເລີນແມ່ນເພີ່ນນິຍົມນຳໃຊ້ຫຼັກການສຶກສາແບບ STEM (STEM Education) ເຊິ່ງເຫັນວ່າໄດ້ຮັບຄວາມປະສົບຜົນສຳເລັດເປັນຢ່າງດີ. ສະນັ້ນ, ຈຶ່ງເຫັນວ່າຄວນຈະນໍາເອົາລະບົບດັ່ງກ່າວມາປະຍຸກໃຊ້ໃນການສຶກສາຂອງປະເທດເຮົາໃຫ້ນັບມື້ນັບດີຂື້ນ.


ຈຸດເລິ່ມຕົ້ນຂອງແນວຄິດການສຶກສາແບບສະເຕັມ ແມ່ນມາຈາກປະເທດສະຫະລັດອາເມລິກາ ທີ່ໄດ້ປະສົບບັນຫາເລື່ອງຜົນການທົດສອບການຮຽນຂອງນັກຮຽນພາຍໃນປະເທດທີ່ເຫັນວ່າມີລະດັບຕ່ຳກວ່າຫຼາຍປະເທດ ແລະ ສົ່ງຜົນຕໍ່ຄວາມສາມາດດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ວິສະວະກຳ. ດັ່ງນັ້ນ, ລັດຖະບານຈິ່ງມີນະໂຍບາຍສົ່ງເສີມການສຶກສາໂດຍພັດທະນາ STEM Education ຂຶ້ນມາເພື່ອຫວັງຈະຊ່ວຍການຍົກລະດັບ ການທົດສອບດ້ານຄະນິດວິທະຍາສາດລະດັບສາກົນ ໃຫ້ສູງຂຶ້ນ ແລະ ຈະເປັນແນວທາງໜຶ່ງໃນການສົ່ງເສີມທັກສະທີ່ຈໍາເປັນສຳລັບຜູ້ຮຽນໃນສັດຕະວັດທີ 21 ເຊັ່ນ:ຜູ້ຮຽນສາມາດເຂົ້າໃຈເນື້ອໃນ, ສາມາດພັດທະນາທັກສະການຄິດ ໂດຍສະເພາະການຄິດຂັ້ນສູງ, ການຄິດວິເຄາະ (Critical Thinking), ​ການຄິດສ້າງສັນ (Creative Thinking) ແລະ ມີທັກສະການເຮັດວຽກດ້ານການເຮັດວຽກເປັນທີມ ແລະ ການສື່ສານທີ່ມີປະສິດທິພາບ.



ການສຶກສາແບບ STEM ເປັນແນວທາງການສຶກສາທີ່ໄດ້ບູລະນາການຄວາມຮູ້ລະຫວ່າງສາດສາຂາວິຊາຕ່າງໆເຊັ່ນ:
-      Science: ເປັນວິຊາທີ່ສຶກສາກ່ຽວກັບປະກົດການຕ່າງໆທາງທໍາມະຊາດ, ໂດຍການອາໄສຂະບວນການສະແຫວງຫາຄວາມຮູ້ ແລະ ຂໍ້ເທັດຈິງ.
-      Technology:  ເປັນວິຊາວ່າດ້ວຍຂະບວນການເຮັດວຽກທີ່ມີການປະຍຸກນໍາໃຊ້ວິທະຍາສາດສາຂາອື່ນໆ ທີ່ກ່ຽວຂ້ອງມານໍາໃຊ້ໃນການແກ້ໄຂບັນຫາ, ປັບປຸງ ຫຼື ພັດທະນາສິ່ງຕ່າງໆ ເພື່ອຕອບສະໜອງຄວາມຕ້ອງການ ຫຼື ຄວາມຈໍາເປັນຂອງມະນຸດ
-       Engineering: ເປັນວິຊາທີ່ກ່ຽວຂ້ອງກັບການສ້າງສັນນະວັດຕະກຳ ຫຼື ສ້າງສິ່ງຕ່າງໆ ເພື່ອມາອໍານວຍຄວາມສະດວກຂອງມະນຸດ ໂດຍອາໄສຄວາມຮູ້ດ້ານວິທະຍາສາດ, ຄະນິດສາດ ແລະ ຂະບວນການທາງເຕັກໂນໂລຊີ ມາປະຍຸກໃຊ້ ເພື່ອສ້າງສັນຊິ້ນງານຕ່າງໆ.
-       Mathematics: ເປັນວິຊາທີ່ວ່າດ້ວຍການສຶກສາກ່ຽວກັບການຄໍານວນ ຫຼື ຄິດໄລ່ ເຊິ່ງເປັນພື້ນຖານສໍາຄັນໃນການສຶກສາ ແລະ ຕໍ່ຍອດວິຊາທາງວິສະວະກຳ ແລະ ອື່ນໆ.

ດັ່ງນັ້ນ, ການສຶກສາແບບ STEM ຈຶ່ງໝາຍເຖິງອົງຄວາມຮູ້ ວິຊາການຂອງສາດທັງສີ່ສາຂາທີ່ມີຄວາມເຊື່ອມໂຍງກັນໃນໂລກຂອງຄວາມເປັນຈິງທີ່ຕ້ອງອາໄສອົງຄວາມຮູ້ຕ່າງໆມາບູລະນາການເຂົ້າດ້ວຍກັນໃນການດຳເນີນຊີວິດ ແລະ ການເຮັດວຽກ, ເປັນແນວທາງການຈັດການສຶກສາໂດຍເນັ້ນການນຳຄວາມຮູ້ໄປໃຊ້ໃນການແກ້ໄຂບັນຫາໃນຊີວິດຈິງ ລວມທັງການພັດທະນາຂະບວນການ ຫຼື ຜົນຜະລິດໃໝ່ທີ່ເປັນປະໂຫຍດໃນການເຮັດວຽກ ແລະ ການດຳເນີນຊີວິດຕົວຈິງ.




ຫຼັກການສຶກສາແບບ STEM ສາມາດປະຍຸກໃຊ້ເຂົ້າໃນການຮຽນ-ການສອນນັບຕັ້ງແຕ່ຂັ້ນອະນຸບານຈົນເຖິງລະດັບວິຊາຊີບ ແລະ ມະຫາວິທະຍາໄລ. ໂດຍການຮຽນ-ການສອນແບບເອົານັກຮຽນເປັນໃຈກາງໃນການປະຕິບັດເຊິ່ງອາຈານເປັນຜູ້ແນະນຳ, ອາຈານຕ້ອງຮູ້ຖອດເອົາປະເດັນທີ່ສຳຄັນທີ່ຈະເປັນປະໂຫຍດ ແລະ ໄດ້ນໍາໃຊ້ເຂົ້າໃນຊີວິດປະຈໍາວັນມາເປັນໂຈດບັນຫາໃຫ້ນັກຮຽນສົນທະນາ ຫຼືຫາທາງແກ້ໄຂບັນຫາ ແລະ ນອກນັ້ນຍັງສາມາດທີ່ຈະເຊີນເອົາບັນດາຜູ້ຊ່ຽວຊານຈາກຫຼາກຫຼາຍສາຂາອາຊີບມາຖ່າຍທອດຄວາມຮູ້, ເຕັກນິກ ແລະ ວິທີການຕ່າງໆ ເພື່ອຈັດຕັ້ງການຮຽນໂດຍຜ່ານການເຮັດກິດຈະກໍາໃຫ້ນັກຮຽນຕາມຄວາມເປັນໄປໄດ້. ນອກນັ້ນ, ຜູ້ຮຽນຍັງສາມາດຮຽນຈາກສື່ດ້ານຕ່າງໆ ເປັນຕົ້ນແມ່ນ ທາງອິນເຕີເນັດ, ຄລິບວິດີໂອຕ່າງໆ, ຮຽນຈາກຄົນໃນຄອບຄົວ, ຮຽນນໍາໝູ່ເພື່ອນ ແລະ ຮຽນນໍາຄົນໃນສາຂາອາຊີບຕ່າງໆໃນສັງຄົມ.



ເວົ້າລວມແລ້ວ, ການສຶກສາແບບ STEM ຈຶ່ງບໍ່ແມ່ນເລື່ອງໃໝ່ ແຕ່ເປັນການຕໍ່ຍອດຫຼັກສູດໂດຍການບຸລານາການການຮຽນຮູ້ດ້ານວິທະຍາສາດ,​ ຄະນິດສາດ,​ ເຕັກໂນໂລຊີ ແລະ ຂະບວນການທາງວິສະວະກໍາສາດ ເພື່ອເນັ້ນການນໍາຄວາມຮູ້ໄປໃຊ້ການແກ້ໄຂບັນຫາໃນການດໍາເນີນຊີວິດ ລວມທັັງຄວາມສາມາດພັດທະນາຂະບວນການ ຫຼື ຜົນຜະລິດໃໝ່ທີ່ເປັນປະໂຫຍດຕໍ່ການດຳເນີນຊີວິດ ແລະ ການປະກອບອາຊີບໃນອະນາຄົດ ອີກທັງວິຊາທັງ 4 ເປັນວິຊາທີ່ມີຄວາມສໍາຄັນຫຼາຍຕໍ່ການເພີ່ມຂີດຄວາມສາມາດໃນການແຂ່ງຂັນທາງເສດຖະກິດ, ການພັດທະນາຄຸນນະພາບຊີວິດ ແລະ ຄວາມໝັ້ນຄົງຂອງປະເທດ  ຊຶ່ງລ້ວນແຕ່ເປັນວິຊາທີ່ສົ່ງເສີມໃຫ້ຜູ້ຮຽນ ໄດ້ມີຄວາມຮູ້ຄວາມສາມາດທີ່ຈະດຳລົງຊີວິດໄດ້ຢ່າງມີຄວາມສຸກ ໃນຍຸກປັດຈຸບັນ.

Sunday, June 11, 2017

ເຫດຜົນຂອງການດຳລົງຊີວິດຢູ່ ຕາມແບບ Ikigai

ການທີ່ເຮັດໃຫ້ເຮົາເບື່ອຊີວິດຂອງເຮົາຢູ່ເລື້ອຍໆ ບໍ່ວ່າຈະເປັນການຜິດຫວັງ ຫຼື ບໍ່ພໍໃຈໃນເລື້ອງຕ່າງໆເປັນຕົ້ນວ່າ: ການຂີ້ຄ້ານເຮັດວຽກ, ເບື່ອວຽກທີ່ເຮັດ, ເບື່ອເພື່ອນຮ່ວມງານ, ເບື່ອຫົວໜ້າ,  ເບື່ອລະບົບອົງກອນທີ່ບໍ່ມີຄວາມຍຸດຕິທຳ, ເບື່ອການເອົາລັດເອົາປຽບຂອງຄົນໃນສັງຄົມ, ບໍ່ພໍໃຈໃນລາຍໄດ້ທີ່ບໍ່ພໍໃນການດຳເນີນຊີວິດ, ຄວາມທຸກໃຈທີ່ຖືກຄົນອື່ນເອົາປຽບ ແລະ ອື່ນໆ ນັ້ນກໍ່ຍ້ອນວ່າເຮົາບໍ່ເຫັນພາບລວມຂອງອົງປະກອບ ທີ່ເອີ້ນວ່າ ເຫດຜົນຂອງການດຳລົງຊີວິດຢູ່ຫຼື Ikigai (生き甲斐) ເຊິ່ງລະບົບດັ່ງກ່າວແມ່ນຖືກຄົ້ນພົບຢູ່ເມືອງໂອກີນາວາປະເທດຍີ່ປຸ່ນ ທີ່ການຄົ້ນພົບ ແລະ ເຂົ້າໃຈເຖິງລະບົບນີ້ເອງທີ່ເຮັດໃຫ້ຄົນໂອກີນາວາ ສ່ວນຫຼາຍມີອາຍຸຍືນເຖິງ 100 ປີ.
ລະບົບ Ikigai ໜ້າຈະເປັນຄຳທີ່ເໝາະສົມກັບຄົນໃນຍຸກສັງຄົມປັດຈຸບັນ ທີ່ເປັນສັງຄົມກະຫາຍແຮງບັນດານໃຈໃນການເຮັດວຽກ ແລະ ການໃຊ້ຊີວິດ, ສັງຄົມທີ່ຊອກສະແຫວງຫາເຫດຜົນທຸກຢ່າງທີ່ເຮົາເຮັດ ແມ້ກະທັ້ງເຫດຜົນທີ່ເຮົາຂີ້ຄ້ານ, ເຫດຜົນທີ່ຢາກອອກຈາກວຽກໄປຈົນເຖິງເຫດຜົນທີ່ເຮົາຢາກດຳເນີນຊີວິດຢ່າງມີອິດສະຫຼະ.

ໃນແຜນພາບຂ້າງເທິງ ມັນໄດ້ອະທິບາຍເຖິງອົງປະກອບ ຂອງ ລະບົບ Ikigai ໄວ້ຢ່າງຊານສະຫຼາດ ແລະ ປານີດ ໃຫ້ເຮົາພໍມີສະຕິຮັບຮູ້ວ່າຫາກເຮົາຈະມີ ເຫດຜົນຂອງການດຳລົງຊີວິດຢູ່ ໃນຊີວິດນີ້ ມັນຕ້ອງມີເຫດຜົນ 4 ຢ່າງເຫຼົ່ານີ້ປະກອບກັນນັ້ນກໍ່ຄື:
1.     ການໄດ້ເຮັດໃນສິ່ງທີ່ເຮົາມັກ
2.    ເປັນສິ່ງທີ່ເຮົາຖະໜັດ (ຄວາມສາມາດ)
3.    ເປັນສິ່ງທີ່ຕ້ອງການຂອງຄົນໃນສັງຄົມ (ແກ້ໄຂບັນຫາໃຫ້ຄົນອື່ນ)
4.    ສິ່ງທີ່ມີຄຸນຄ່າພໍທີ່ຈະໃຫ້ຄົນອື່ນຍອມຈ່າຍເງິນເພື່ອແລກກັບມັນ.
ໃນທາງປະຕິບັດກໍ່ຄືຕ້ອງມີ 4 ຢ່າງເຫຼົ່ານີ້:
1.     Passion (ຄວາມຫຼົງໄຫຼ) ຄື: ຄືສິ່ງທີ່ເຮົາເຮັດໄດ້ດີ ແລະ ມີຄວາມສຸກທີ່ໄດ້ເຮັດ.
2.    Mission (ພາລະກິດ) ກໍ່ຄືການໃຊ້ຄວາມພຽນພະຍາຍາມ, ສຸມຈິດສຸມໃຈຕັ້ງໝັ້ນນ່ຽວແນ່, ມີອຸດົມການ, ເຮັດເພື່ອສັງຄົມ, ເຮັດເພື່ອຄົນອື່ນ.
3.    Vocation (ຄວາມມີສີມື): ເປັນວຽກທີ່ເຮັດດ້ວຍທັກສະສີມີ, ອອກເຫື່ອອອກແຮງ, ເບິ່ງເຫັນເປັນຮູບປະທໍາ, ຈັບຕ້ອງບາຍໄດ້, ເປັນສິ່ງທີ່ນໍາໃຊ້ໄດ້ຈິງໃນຊີວິດປະຈໍາວັນ, ມີປະໂຫຍດ, ນໍາໄປຂາຍໄດ້ ບໍ່ວ່າຈະເປັນຜົນຜະລິດ ຫຼື ຮູບແບບການບໍລິການອື່ນໆ.
4.    Profession (ຄວາມເປັນມືອາຊີບ): ກໍ່ຄືການມີຄວາມຮູ້, ການມີຫຼັກວິຊາການທີ່ສ້າງຄວາມເປັນມືອາຊີບ, ມີສິ່ງທີ່ຢັ້ງຢືນອ້າງອີງ ຫຼື ສະເເດງເຖິງມາດຕະຖານຂອງການປະກອບອາຊີບນັ້ນໆ ເຮັດໃຫ້ຄົນອື່ນຍອມຮັບໄດ້ ແລະ ຍອມຈ້າງ ຫຼື ຈ່າຍເງິນເພື່ອແລກກັບການໃຫ້ບໍລິການນັ້ນ.
 ຖ້າເຮົາຫາອົງປະກອບ 4 ຢ່າງນີ້ພົບເຮົາກໍ່ຈະຄົ້ນພົບ Ikigai ຂອງຊີວິດເຮົາ ແລະ ກໍ່ຈະອີ່ມເອີບໃຈໄດ້ວ່າ ມັນເປັນເຫດຜົນທີ່ເຮັດໃຫ້ເຮົາຕື່ນນອນຕອນເຊົ້າເພື່ອມາດຳເນີນຊີວິດຢູ່ຕໍ່ໄດ້ຈົນເຖິງອາຍຸ 70, 80, 90 ຫຼື 100 ປີ ກໍ່ເປັນໄດ້.
ແຕ່ຂ້າພະເຈົ້າບໍ່ໄດ້ສົນໃຈໃນພື້ນທີ່ສີຂຽວໆໃຈກາງຂອງແຜນພາບນີ້ທີ່ຂຽນວ່າ Ikigai ພໍປານໃດ ແຕ່ສິ່ງທີ່ສົນໃຈກໍ່ຄືພື້ນທີ່ສາມລ່ຽມນ້ອຍ 4 ອັນທີ່ຢູ່ອ້ອມຮອບມັນຫຼາຍກວ່າ ເພາະ 3 ລ່ຽມ 4 ອັນຕັ້ງຫາກທີ່ເປັນປັດໃຈເຮັດໃຫ້ເຮົາເຫັນເຫດຜົນທີ່ເຮັດໃຫ້ເຮົາບໍ່ຢາກດຳລົງຊີວິດຢູ່ໃນຈຸດທີ່ເຮົາເປັນຢູ່ໃນປັດຈຸບັນ ເຊິ່ງນັ້ນກໍ່ຄືເຫດຜົນທີ່ເຮັດໃຫ້ເຮົາເຮັດວຽກ ຫຼື ໃຊ້ຊີວິດ ຢ່າງ ບໍ່ມີຄວາມສຸກຫຼື ທຸກທໍລະມານ.
ສະພາວະທັງ 4 ຢ່າງນັ້ນກໍ່ຄື:
1.     ສະພາວະກະເປົາແຫ້ງ: ຄືການມີຄວາມສຸກກັບສິ່ງທີ່ເຮັດ ແຕ່ຂາດຄວາມໝັ້ນຄົງທາງຖານະທາງການເງິນ ເນື່ອງຈາກວຽກທີ່ເຮັດຢູ່ ບໍ່ສາມາດປ່ຽນແປງເປັນລາຍຮັບໄດ້ ເໝືອນພວກທີ່ມັກເຮັດກິດຈະກໍາໃນຍາມຫວ້າງແຕ່ພັດຂາຍບໍ່ໄດ້, ຂາຍບໍ່ອອກ ຫຼື ເຖິງໄດ້ກໍ່ໄດ້ໜ້ອຍເຊິ່ງບໍ່ພຽງພໍລ້ຽງຊີວິດໃຫ້ຢູ່ລອດໄດ້.
2.    ສະພາວະກ້ຳກືນຝຶນທົນ: ຄືການຕື່ນເຕັ້ນກັບສິ່ງທີ່ເຮັດ ພໍມີລາຍໄດ້ ແຕ່ກັບຂາດຄວາມໝັ້ນຄົງ ເພາະສິ່ງທີ່ເຮັດຢູ່ນັ້ນ ເຮົາບໍ່ມີຄວາມຊ່ຽວຊານພຽງພໍ ເໝືອນພວກທີ່ຈົບການຕະຫຼາດ, ລັດຖະສາດ ຫຼື ສາຍສັງຄົມ ແລ້ວໄປເຮັດວຽກໃນການບໍລິຫານທົ່ວໄປ ພໍລະບົບຫຼົ້ມ ຫຼື ລະບົບມີການປ່ຽນແປງເຮົາກໍ່ຄອຍຫຼົ້ມໄປນຳລະບົບ ເພາະບໍ່ມີຄວາມສາມາດແລະ ທັກສະໃດຕິດຕົວເປັນຮູບປະທຳທີ່ພໍເປັນຕົວເປັນຕົນໃຫ້ໄດ້ເອົາໄປສ້າງລາຍໄດ້ອັນໃໝ່ໄດ້.
3.    ສະພາວະຂາດພະລັງ: ຄືການມີຊີວິດທີ່ເບິ່ງຄືຈະຕອບໂຈດທຸກຢ່າງ ໃຊ້ຊີວິດໄດ້ຢ່າງສະບາຍ ແຕ່ກັບຮູ້ສຶກວ່າ ຊີວິດບໍ່ມີຄວາມໝາຍຫຍັງເນື່ອງຈາກເຮົາບໍ່ໄດ້ຮັກໃນສິ່ງທີ່ເຮົາເຮັດ ເໝືອນນັກກວດສອບບັນຊີ, ທະນາຍຄວມ ຫຼື ນັກອອກແບບ ພວກນີ້ລາຍໄດ້ດີ ແຕ່ຂ້າງໃນມັນບໍ່ເຕັມ.
4.    ສະພາວະບໍ່ມີຕົວຕົນ: ຄືການໄດ້ເຮັດໃນສິ່ງທີ່ຕົນເອງຮັກ, ເບິ່ງຄືຈະພໍໃຈໃນຈຸດທີ່ຕົນເອງເປັນຢູ່ ແຕ່ກັບຮູ້ສຶກວ່າສິ່ງທີ່ທຸ້ມເທກັບບໍ່ມີປະໂຫຍດຕໍ່ຄົນຮອບຕົວ ແລະ ໂລກໃບນີ້ພໍເທົ່າໃດ.

Ikigai ມີຄວາມໝາຍໃກ້ຄຽງກັບເປົ້າໝາຍຊີວິດ ແຕ່ແຕກຕ່າງບ່ອນທີ່ວ່າ Ikigai ບໍ່ມີວັນທີ່ຈະສິ້ນສຸດ ອາດຈະເປັນສິ່ງທີ່ທ່ານຈະຕ້ອງເຮັດໃນທຸກໆມື້ ຫຼື ສິ່ງທີ່ທ່ານຢາກເຮັດຕະຫຼອດໄປໃນຕະຫຼອດຊີວິດ ບໍ່ແມ່ນແຕ່ພຽງສິ່ງທີ່ທ່ານຝັນເຖິງ ແຕ່ເປັນສິ່ງທີ່ທ່ານໄດ້ລົງມືເຮັດ ແລະ ຄົນອື່ນກໍ່ເຫັນຜົນຂອງມັນ.

ລວມຄວາມແລ້ວກໍ່ຄື ການເອົາຈຸດແຂງຂອງເຮົາມາເຍືອງໃສ່ໃຫ້ຕອບໂຈດບັນຫາຂອງສັງຄົມ(ແກ້ໄຂບັນຫາໃຫ້ຄົນອື່ນ) ແລະ ສາມາດສ້າງລາຍຮັບເພື່ອລ້ຽງຊີວິດໄດ້ ແລ້ວເຮົາກໍ່ຈະຢູ່ຢ່າງມີຄວາມສຸກກັບມັນ.


ຄຸນສົມບັດ 8 ປະການທີ່ເຮັດໃຫ້ກາຍເປັນເຈົ້າຂອງທຸລະກິດທີ່ປະສົບຄວາມສຳເລັດ

ຄົນທີ່ປະສົບຄວາມສຳເລັດມັກຈະມີຄວາມແຕກຕ່າງຈາກຄົນທຳມະດາ ໂດຍທີ່ຄົນປະສົບຄວາມສຳເລັດເຂົາຈະມີຄວາມຄິດ ແລະ ວິທີການເຊິ່ງກາຍເປັນຄຸນສົມບັດປະຈຳຕົວຂອງເ...